ສວສ ຈັດກອງປະຊຸມປັບປຸງປຶ້ມຄູ່ມືກຸ່ມພັດທະນາເດັກໃນຊຸມຊົນ 3-4 ປີ
25/02/2026

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມປັບປຸງປຶ້ມຄູ່ມືກຸ່ມພັດທະນາເດັກໃນຊຸມຊົນ 3-4 ປີ ໃນວັນທີ 23 ກຸມພາ 2026 ທີ່ຫ້ອງປະຊຸມເຮືອນພັກແຄມງື່ມ ເມືອງແກ້ວອຸດົມ ແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ປອ ວົງເພັດ ອຸດົມລິດ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າ-ຮອງຫົວໜ້າຂະແໜງ, ພະນັກງານພາຍໃນສູນ, ກົມການສຶກສາກ່ອນໄວຮຽນ, ພະແນກສຶກສາທິການ ແລະ ກິລາ ແຂວງຜົ້ງສາລີ, ແຂວງສະຫວັນນະເຂດ, ແຂວງຈໍາປາສັກ, ແຂວງຄໍາມ່ວນ, ແຂວງຫົວພັນ ແລະ ແຂວງບໍລິຄໍາໄຊ ຢ່າງພ້ອມພຽງ.
ໃນກອງປະຊຸມ, ທ່ານ ປອ ວົງເພັດ ອຸດົມລິດ ໄດ້ກ່າວມີຄຳເຫັນວ່າ: ການຈັດຕັ້ງປະຕິບັດກຸ່ມພັດທະນາເດັກ ໃນຊຸມຊົນເປັນວຽກງານທີ່ສໍາຄັນເພື່ອສະໜັບສະໜູນໃຫ້ແກ່ເດັກ ອາຍຸ 3-4 ປີໄດ້ເຂົ້າເຖິງການສຶກສາກ່ອນໄວຮຽນ ແລະ ໄດ້ຮັບການພັດທະນາຢ່າງມີຄຸນນະພາບ. ໃນປີ 2016 ຜ່ານມາຜູ້ດູແລເດັກໃນບ້ານເປົ້າໝາຍ ຈໍານວນ 73 ບ້ານ 4 ແຂວງ (ຫົວພັນ, ຜົ້ງສາລີ, ອຸດົມໄຊ ແລະ ບໍລິຄໍາໄຊ) ມີ 10 ເມືອງ ໄດ້ຮັບການຝຶກກອົບຮົມກ່ຽວກັບການນໍາໃຊ້ຄູ່ມື ສອນການຈັດການຮຽນການສອນໃນກຸ່ມພັດທະນາ ເດັກໃນຊຸມຊົນ, ຜູ້ດູແລເດັກກໍໄດ້ນໍາເອົາບົດຮຽນໄປຈັດກິດຈະກຳຕ່າງໆຮ່ວມກັບເດັກໃນບ້ານຂອງໃຜລາວ ດ້ວຍຄວາມເອົາໃຈໃສ່ ພາຍຫຼັງການຈັດຕັ້ງປະຕິບັດກຸມພັດທະນາເດັກ ໃນຊຸມຊົນໄດ້ຮັບຜົນດີ, ເປັນຜົນງານທີ່ເດັ່ນ ທີ່ຜູ້ໃຫ້ທຶນໃຫ້ຄວາມສົນໃຈ ແລະ ໃຫ້ຄວາມສໍາຄັນ ຈິງໄດ້ມີການຂະຫຍາຍ ບ້ານເປົ້າໝາຍ. ມາຮອດປັດຈຸບັນນີ້ ມີບ້ານເປົ້າໝາຍທັງໝົດ ຈໍານວນ 305 ບ້ານ, ໃນນັ້ນມີ 12 ແຂວງຄື: ອັດຕະປື, ເຊກອງ, ຈໍາປາສັກ, ສະຫວັນນະເຂດ, ຄໍາມ່ວນ, ບໍລິຄໍາໄຊ, ໄຊສົມບູນ, ຊຽງຂວາງ, ອຸດົມໄຊ, ຫຼວງນໍ້າທາ , ຜົ້ງສາລີ ແລະ ຫົວພັນ. ພ້ອມນັ້ນ, ກໍຍັງມີ 29 ເມືອງ. ຫຼັງຈາກໄດ້ມີການຝຶກອົບຮົມ, ລົງຕິດຕາມ, ຊຸກຍູ້ການຈັດການຮຽນການສອນ ແລະ ມີການຖອດຖອນບົດຮຽນ ເຊິ່ງການຖອດຖອນບົດຮຽນໃນ 12 ແຂວງເປົ້າໝາຍທີ່ມີກຸ່ມພັດທະນາເດັກໃນຊຸມຊົນ. ເພິ່ນກໍໄດ້ມີການແລກປ່ຽນສະເໜີ ໃຫ້ມີການປັບປຸງປຶ້ມຄູ່ມືກຸມພັດທະນາເດັກໃນຊຸມຊົນດ້ານເນື້ອໃນ, ຄໍາສັບ, ປະໂຫຍກ, ຮູບພາບ ແລະ ວິທີການຕ່າງໆ. ເພື່ອໃຫ້ມີການແທດເໝາະກັບລະດັບຄວາມຮູ້ຂອງຜູ້ດູແລເດັກ, ທັງນີ້ກໍເພື່ອສະດວກ ແລະ ສອດຄ່ອງໃນການຈັດການຮຽນ-ການສອນໃນແຕ່ລະວັນສໍາລັບຜູ້ດູແລເດັກ.
ດັ່ງນັ້ນ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຈຶ່ງເຫັນວ່າມີຄວາມຈຳເປັນທີ່ຕ້ອງໄດ້ ມີການປັບປຸງປຶ້ມຄູ່ມືກຸ່ມພັດທະນາເດັກໃນຊຸມຊົນໃຫ້ມີຄວາມ ເປັນເອກະພາບກັນທາງດ້ານເນື້ອໃນ, ຈຸດປະສົງ, ວິທີການຈັດການຮຽນ-ການສອນໃຫ້ເຂົ້າໃຈງ່າຍ ແລະ ໃຫ້ມີປະສິດທິຜົນສູງດີຂຶ້ນກວ່າເກົ່າ.
ສຳລັບກອງປະຊຸມໃນຄັ້ງນີ້ແມ່ນຈະດຳເນີນເປັນເວລາ 5 ວັນ ລະຫວ່າງວັນທີ 23-27 ກຸມພາ 2026 ຈຶ່ງຈະສຳເລັດ. ພ້ອມນັ້ນ, ຜູ້ເຂົ້າຮວ່ມຍັງຈະໄດ້ ທົບທວນ ເນື້ອໃນປື້ມຄູ່ມືສອນ, ຜ່ານເນື້ອໃນຄູ່ມືສອນກຸ່ມພັດທະນາເດັກໃນຊຸ່ມທີ່ໄດ້ມີການປັບປຸງ ແລະ ບົດສອນຕົວຢ່າງ, ຜ່ານໂຄງຮ່າງປຶ້ມຄູ່ມືສອນກຸ່ມພັດທະນາເດັກໃນຊຸ່ມ, ແບ່ງກຸ່ມຂຽນເນື້ອໃນບົດສອນ ແລະ ໃຫ້ແຕ່ລະກຸ່ມແລກປ່ຽກຄຳຄິດຄຳເຫັນກັນຢ່າງກົງໄປກົງມາ.













