ໂຄງການການເມືອງ ແມ່ນທິດສະດີປະຕິວັດຂອງພັກ ປຽບເໝືອນທວນໄຟ ເຍືອງທາງໃຫ້ປະຊາຊົນ

ໂຄງການການເມືອງ ແມ່ນຖະແຫຼງການສັງຮວມຫຍໍ້, ມີຄວາມຈະແຈ້ງ ແລະ ມີຄວາມຊັດເຈນ ຊີ້ໃຫ້ເຫັນທຸກໆບັນຫາ ທີ່ພັກຢາກບັນລຸໄດ້ຕາມຈຸດປະສົງເປົ້າໝາຍທີ່ຕັ້ງໄວ້, ທັງແມ່ນທິດສະດີປະຕິວັດຂອງພັກ, ປຽບເໝືອນທວນໄຟເຍືອງທາງ ໃຫ້ປະຊາຊົນລາວບັນດາເຜົ່າ ເຮັດການປະຕິວັດຢ່າງມີໄຊ.
ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນຂອງໂຄງການການເມືອງ ໃນກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນວັນທີ 25 ກຸມພາ 2026 ວ່າ: ພັກເຮົາ ນັບແຕ່ມື້ສ້າງຕັ້ງຂຶ້ນໄດ້ວາງໂຄງການການເມືອງ ອອກ 2 ຄັ້ງ ຄື: ຄັ້ງທີ I ໃນປີ 1955 ເປັນໂຄງການການເມືອງສະບັບທຳອິດຂອງພັກ ທີ່ໄດ້ກໍານົດທິດນໍາ ແລະ ຖືເປັນແນວທາງ ໃຫ້ພັກເຮົາດໍາເນີນພາລະກິດຕໍ່ສູ້ຕ້ານການຮຸກຮານ ຈາກຈັກກະພັດລ່າເມືອງຂຶ້ນ ແລະ ລູກມືຂາຍຊາດ; ຄັ້ງທີ II ໃນປີ 1972 ເປັນໂຄງການການເມືອງທີ່ວາງອອກ ເພື່ອເຮັດສໍາເລັດການປະຕິວັດຊາດ-ປະຊາທິປະໄຕ, ນຳພາປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມ. ການສ້າງໂຄງການການ ເມືອງສະບັບໃໝ່ຂອງພັກ ໃນໄລຍະໃໝ່ ແມ່ນຕອບສະໜອງສະພາບການເລັ່ງທວງໃໝ່, ໜ້າທີ່ໃໝ່ຂອງການປະຕິ ວັດລາວ, ໜ້າທີ່ແຫ່ງການຍູ້ແຮງພາລະກິດປ່ຽນແປງໃໝ່ໃຫ້ເຂົ້າສູ່ລວງເລິກ ດ້ວຍການສ້າງການຫັນປ່ຽນຢ່າງແຂງ ແຮງ, ເລິກເຊິ່ງ, ຮອບດ້ານ ແລະ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແນໃສ່ນຳພາປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນ.
ສຳລັບໂຄງການການເມືອງ ສະບັບທີ III ແມ່ນໂຄງການການເມືອງ “ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ” ແມ່ນການສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ທີ່ປະທານ ໄກສອນ ພົມວິຫານ ເປັນຜູ້ລິເລີ່ມ ແລະ ເປັນສະຖາປະນິກຕົ້ນຕໍ ທີ່ປະໄວ້ໃຫ້ພວກເຮົາສືບທອດຕໍ່ໄປຢ່າງບໍລິສຸດ ແລະ ຈົງຮັກພັກດີ, ໂດຍໄດ້ກຳນົດຈຸດໝາຍ ຮອດປີ 2055, ເມື່ອວັນສ້າງຕັ້ງພັກເຮົາ ຄົບຮອບ 100 ປີ ສູ້ຊົນສ້າງປະເທດເຮົາ ເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງ-ສູງ ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ, ມີລະບົບການເມືອງທີ່ເຂັ້ມ ແຂງ, ມີພື້ນຖານເສດຖະກິດທີ່ທັນສະໄໝ, ກຳລັງການຜະລິດໄດ້ຮັບການພັດທະນາຮອບດ້ານ ໂດຍມີການພົວພັນການຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ມີພື້ນຖານອັນໜັກແໜ້ນກ້າວສູ່ຄວາມອີ່ມໜໍາສຳລານ.
ໂຄງການການເມືອງສະບັບນີ້ ໄດ້ວາງ 11 ແຜນນະໂຍບາຍໃຫຍ່ ໃນການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ເປັນຕົ້ນ ພັດທະນາເສດຖະກິດຕະຫລາດ ຕາມທິດສັງຄົມນິຍົມ ໃຫ້ເປັນລະບົບ, ທັນສະໄໝ; ຫັນເປັນອຸດສາຫະກໍາ, ຫັນເປັນທັນສະໄໝ, ຫັນເປັນດີຈິຕອນ; ການປົກປັກຮັກສາ ແລະ ຟື້ນຟູສິ່ງແວດລ້ອມ, ຮັບມືກັບການປ່ຽນແປງດິນຟ້າອາກາດ; ພັດທະນາວັດທະນະທໍາ-ສັງຄົມ, ປະຕິ ບັດຢ່າງສະເໝີຕົ້ນສະເໝີປາຍ ແນວທາງປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ; ພັດທະນາຄົນລາວຢ່າງຮອບດ້ານ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາປະເທດຊາດ ໃນໄລຍະໃໝ່; ສ້າງເຫງົ້າພະລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານທີ່ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ມີແບບແຜນທັນສະໄໝ; ຍຶດໝັ້ນແນວທາງການຕ່າງປະເທດ ຂອງພັກ, ສ້າງເງື່ອນໄຂອໍານວຍ ໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ; ສ້າງພັກໃຫ້ປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ຮັບປະກັນການກຳອຳນາດຂອງພັກ ໃຫ້ມີຄວາມໝັ້ນຄົງ; ສ້າງລັດປະຊາທິປະໄຕປະຊາຊົນ ທີ່ປົກ ຄອງດ້ວຍກົດໝາຍ; ເສີມຂະຫຍາຍມະຫາສາມັກຄີທົ່ວປວງຊົນ, ປະຕິບັດແນວທາງມະຫາສາມັກຄີທົ່ວປວງຊົນຢ່າງໜັກແໜ້ນ; ເສີມຂະຫຍາຍ ສິດເປັນເຈົ້າຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.
ເພື່ອເຮັດໃຫ້ໂຄງການການເມືອງຂອງພັກ ໄດ້ຮັບການຈັດຕັ້ງຜັນຂະຫຍາຍສູ່ລວງເລິກ ພັກເຮົາຕ້ອງສືບຕໍ່ຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ ບັນດາຫລັກການ ແລະ ທັດສະນະພື້ນຖານໃນການຍູ້ແຮງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຂອງພັກເຮົາ ໂດຍສະເພາະການປ່ຽນແປງໃໝ່, ການສະແຫວງຫາສັດຈະທໍາໃນການນໍາພາຂອງພັກ ແມ່ນພາລະກິດປະຕິວັດອັນເລິກເຊິ່ງເຖິງຖອງ ທີ່ຕ້ອງດໍາເນີນການຢ່າງຮອບດ້ານ, ຕໍ່ເນື່ອງ ແລະ ຍາວນານ; ເຊີດຊູນໍ້າໃຈຮັກຊາດອັນດູດດື່ມ, ສະຕິຊາດເອກະພາບອັນສູງສົ່ງ ແລະ ຮັກລະບອບໃໝ່ຢ່າງສຸດຊຶ້ງ ໄປພ້ອມກັບການເສີມຂະຫຍາຍຈິດໃຈເອກະລາດ, ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຢ່າງຮອບດ້ານ ຕິດພັນກັບການຍົກສູງຄວາມເປັນເຈົ້າ ໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ທັງເພີ່ມທະວີຄວາມສາມັກຄີພາຍໃນ, ມີຄວາມເປັນເອກະພາບສູງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ການເຄື່ອນໄຫວ ໃນທົ່ວພັກ ແລະ ໃນສັງຄົມ; ຕ້ອງຖືສໍາຄັນ ພັດທະນາຊັບພະຍາກອນມະນຸດ, ພູມປັນຍາຂອງຄົນໃນຊາດ, ຮັບປະກັນຄວາມສົມສ່ວນ ລະຫວ່າງພັດທະນາເສດຖະກິດ ກັບການພັດທະນາວັດທະນະທຳ-ສັງຄົມ ແລະ ປົກປັກຮັກສາສິ່ງແວດ ລ້ອມຕາມທິດສີຂຽວ ແລະ ຍືນຍົງ ລະຫວ່າງ ພັດທະນາເສດຖະກິດກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ; ຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມທິດສ້າງລັດປະຊາທິປະໄຕ ປະຊາ ຊົນ ທີ່ປົກຄອງດ້ວຍກົດໝາຍທີ່ສັກສິດ ແລະ ສະເໝີພາບ ພາຍໃຕ້ການນໍາພາຂອງພັກ; ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ສ້າງເງື່ອນໄຂໃຫ້ປະຊາຊົນບັນດາເຜົ່າ ໄດ້ເຂົ້າຮ່ວມການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍຄວາມຮັບຜິດຊອບສູງ ຕໍ່ພັນທະ, ໜ້າທີ່ຂອງພົນລະເມືອງລາວ ຕາມລັດຖະທໍາມະນູນ ແລະ ກົດໝາຍ; ເພີ່ມຄວາມສາມາດນໍາພາ ແລະ ກໍາລັງແຮງສູ້ຮົບ ຂອງຄະນະພັກແຕ່ລະຂັ້ນ ໃນທຸກຂົງເຂດວຽກງານ, ສືບຕໍ່ສ້າງຮາກຖານພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນກໍາລັງແຮງໃຫ້ແກ່ການຂັບເຄື່ອນການນຳພາ-ຊີ້ນຳ ຂອງຄະນະພັກໃນລະບົບການເມືອງຢູ່ແຕ່ລະຂັ້ນ, ປັບປຸງລະບອບແບບແຜນ, ກົນໄກການນໍາພາ ຂອງພັກ ແລະ ການຄຸ້ມຄອງ-ບໍລິ ຫານຂອງລັດ ໃຫ້ຖືກຕ້ອງຕາມຫລັກວິທະຍາສາດ ແລະ ສອດຄ່ອງກັບຈຸດພິເສດ ຂອງປະເທດເຮົາ; ເພີ່ມທະວີການນໍາພາເດັດຂາດ, ໂດຍກົງ, ຮອບດ້ານຂອງພັກຕໍ່ກໍາລັງປະກອບອາວຸດປະຕິວັດ, ການປະຕິບັດແນວທາງ, ນະໂຍ ບາຍ ການຕ່າງປະເທດທີ່ຄ່ອງແຄ້ວ, ມີໄຫວພິກ ເພື່ອຮັບປະກັນຄວາມໝັ້ນຄົງຂອງຊາດ, ສ້າງເງື່ອນໄຂສະພາບແວດລ້ອມທີ່ສະດວກ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ.
ຂ່າວ: ຂປລ
ຂ່າວທີ່ກ່ຽວຂ້ອງ












