Skip to main content

ຄະນະຮັບຜິດຊອບຄົ້ນຄວ້າ ຂຽນ ແລະ ຮຽບຮຽງປື້ມປະຫວັດສາດ ແລະ ມູນເຊື້ອການສຶກສາລາວ ເຂົ້າພົບຄະນະນຳ ສກຂ ຈຳປາສັກ

ໃນວັນທີ 16 ມີນາ 2026 ຜ່ານມານີ້, ຄະນະຮັບຜິດຊອບຄົ້ນຄວ້າ ຂຽນ ແລະ ຮຽບຮຽງປື້ມປະຫວັດສາດ ແລະ ມູນເຊື້ອການສຶກສາ ຂອງ ສປປ ລາວ ໂດຍການແຕ່ງຕັ້ງຂອງກະຊວງສຶກສາທິການ ແລະ ກິລາ (ສສກ) ນຳພາໂດຍ ທ່ານ ພອນ ແສງດາລາ ຫົວໜ້າພາກວິຊາປະຫວັດສາດ ແລະ ບູຮານຄະດີ ຄະນະວິທະຍາສາດ-ສັງຄົມ ມະຫາວິທະຍາໄລແຫ່ງຊາດ ພ້ອມຄະນະ ໄດ້ເຂົ້າພົບທ່ານ ປອ ພູວົງ ອະໄພ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ ເພື່ອລາຍງານ ແລະ ປຶກສາຫາລື ເນື່ອງໃນໂອກາດລົງເຄື່ອນໄຫວເຮັດວຽກ ສຳພາດ ແລະ ເກັບກຳຂໍ້ມູນ ໃນແຂວງຈຳປາສັກ ໂດຍມີຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ພອນ ແສງດາລາ ໄດ້ກ່າວໃຫ້ຮູ້ວ່າ: ການລົງເຮັດວຽກໃນຄັ້ງນີ້ ແມ່ນເພື່ອສຳພາດ ແລະ ເກັບກຳຂໍ້ມູນປະຫວັດສາດ ແລະ ມູນເຊື້ອການສຶກສາ ຂອງ ສປປ ລາວ ຊຶ່ງໃນນັ້ນເພື່ອເຮັດໃຫ້ປື້ມປະຫວັດສາດການສຶກສາ ແລະ ມູນເຊື້ອການສຶກສາ ຂອງ ສປປ ລາວ ຈຳນວນ 3 ເຫຼັ້ມໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນຈຶ່ງໄດ້ມີແຜນລົງສຳພາດ ແລະ ເກັບກຳຂໍ້ມູນ ໃນ 1 ນະຄອນຫຼວງ ແລະ 5 ແຂວງ ໃນ ສປປ ລາວ ຄື: ນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ, ຈຳປາສັກ, ຊຽງຂວາງ, ຫົວພັນ ແລະ ແຂວງຫຼວງພະບາງ. ເພື່ອຮວບຮວມຂໍ້ມູນພັດທະນາການຂອງຂະແໜງການສຶກສາ ໃນແຕ່ລະໄລຍະ ພ້ອມທັງບັນທຶກມູນເຊື້ອ ແລະ ຜົນງານສຳຄັນຂອງຂະແໜງການສຶກສາ ເພື່ອໃຫ້ເປັນເອກະສານປະຫວັດສາດ ແລະ ແຫຼ່ງຂໍ້ມູນອ້າງອີງສຳຄັນໃນອະນາຄົດ. ສຳລັບສະຖານທີ່ທີ່ຈະລົງເກັບກຳຂໍ້ມູນໃນແຂວງຈຳປາສັກໃນຄັ້ງນີ້ປະກອບມີ: ພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ, ວິທະຍາໄລສົງ ວັດຫຼວງ, ວິທະຍາໄລຄູ ປາກເຊ, ຫໍສະໝຸດ ແລະ ຫໍວາງມູນເຊື້ອຂອງແຂວງ ພ້ອມທັງສະຖານທີ່ທາງປະຫວັດສາດ ແລະ ວັດທະນະທຳ ເຊັ່ນ: ນ້ຳຕົກຕາດຫຼີ່ຜີ ແລະ ວັດພູຈຳປາສັກ.
ໂອກາດນີ້, ທ່ານ ປອ ພູວົງ ອະໄພ ກໍໄດ້ໃຫ້ການຕ້ອນຮັບ ແລະ ໃຫ້ຄຳເຫັນຊີ້ນຳຕໍ່ຄະນະລົງເຮັດວຽກ ໂດຍເນັ້ນໃຫ້ການເກັບກຳຂໍ້ມູນດຳເນີນໄປຢ່າງຮອບຄອບ ຖືກຕ້ອງ ແລະ ຄົບຖ້ວນ ເພື່ອໃຫ້ປື້ມປະຫວັດສາດ ແລະ ມູນເຊື້ອການສຶກສາ ມີຄຸນຄ່າທາງວິຊາການ ແລະ ເປັນມໍລະດົກດ້ານຄວາມຮູ້ໃຫ້ກັບຄົນຮຸ່ນຫຼັງ.
ພາບ-ຂ່າວ: ບຸນທະວີ ນະວົງສາ