Skip to main content

ສກຂ ຊຽງຂວາງ ສຳເລັດການຄັດເລືອກນັກຮຽນເກັ່ງຂັ້ນແຂວງ ສົກຮຽນ 2025-2026

10/03/2026
ການແຂ່ງຂັນຄັດເລືອກນັກຮຽນເກັ່ງຂັ້ນແຂວງ ທົ່ວແຂວງຊຽງຂວາງ ປະຈໍາສົກຮຽນ 2025-2026, ເຊິ່ງຈັດໂດຍພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ຊຽງຂວາງ ດຳເນີນເປັນເວລາ 2 ວັນ ແລະ ສໍາເລັດລົງໃນຕອນບ່າຍຂອງວັນທີ 5 ມີນາ 2026 ທີ່ຫ້ອງປະຊຸມໃຫຍ່ພະແນກ ສກຂ, ພາຍໃຕ້ການເປັນປະທານຂອງທ່ານ ບຸນຄົງ ດວງພະວັນ ຫົວໜ້າພະແນກ ສກຂ ຊຽງຂວາງ, ມີທ່ານ ອ່ອນສີ ແກ້ວພັກດີ ຮອງຫົວໜ້າພະແນກ ສກຂ ຊຽງຂວາງ, ທ່ານ ສີພອນ ນັນທະພອນ ຫົວໜ້າຂະແໜງສາມັນສຶກສາ ພະແນກ ສກຂ ຊຽງຂວາງ ພ້ອມຄະນະ, ຄະນະຮັບຜິດຊອບການສອບເສັງ, ຄູນໍາພາ ພ້ອມດ້ວຍນ້ອງນັກສອບເຂົ້າຮ່ວມຢ່າງພ້ອມພຽງ.
ສົກຮຽນ 2025-2026 ນີ້, ທົ່ວແຂວງຊຽງຂວາງ ມີນັກຮຽນທີ່ເປັນຕົວແທນໃຫ້ບັນດາເມືອງເຂົ້າຮ່ວມແຂ່ງຂັນຄັດເລືອກນັກຮຽນເກັ່ງຂັ້ນແຂວງທັງໝົດ 108 ນ້ອງ, ຍິງ 71 ນ້ອງ; ໃນນັ້ນ ຂັ້ນ ປ.5 ມີນັກສອບ 52 ນ້ອງ, ຍິງ 35 ນ້ອງ; ຂັ້ນ ມ.4 ມີນັກສອບ¬ 28 ນ້ອງ, ຍິງ 21 ນ້ອງ ແລະ ຂັ້ນ ມ.7 ມີນັກສອບ 28 ນ້ອງ, ຍິງ 15 ນ້ອງ; ສໍາລັບຂັ້ນ ປ.5 ສອບເສັງຢູ່ 3 ວິຊາຄື: ພາ¬ສາລາວ, ຄະນິດສາດ, ວິທະຍາສາດ ແລະ ສິ່ງແວດລ້ອມ; ສ່ວນຂັ້ນ ມ.4 ແລະ ມ.7 ສອບເສັງຢູ່ 4 ວິຊາຄື: ພາ¬ສາລາວ-ວັນນະຄະດີ, ຄະນິດສາດ, ເຄມີສາດ ແລະ ຟີຊິກສາດ; ຜົນການສອບເສັງປະກົດວ່າ: ຂັ້ນ ປ.5 ວິຊາພາສາລາວ ຊະນະເລີດໄດ້ແກ່ ນາງ ນັດທິດາ ສີລາເດດ ປຖ ເຈນນິດາ 1 ເມືອງແປກ, ວິຊາຄະນິດສາດ ນາງ ຜ້າໄໝ ພິມມະຈັນ ປຖ ທິດາວັນ ເມືອງຜາໄຊ, ວິທະຍາສາດ ແລະ ສິ່ງແວດລ້ອມ ນາງ ເກດມະນີ ສິນນະວົງ ປຖ ເຈນນິດາ 2 ເມືອງແປກ; ຂັ້ນ ມ.4 ວິຊາພາລາວ-ວັນນະຄະດີ ຊະນະເລີດໄດ້ແກ່ ນາງ ເພັດຕາວັນ ພົມມະຈັກ ມສ ພອນສະຫວັນ ເມືອງແປກ, ວິຊາຄະນິດສາດ ຊະນະເລີດ ທ້າວ ນິພົນ ວິພົມມະວົງສາ ມສ ພອນສະຫວັນ ເມືອງແປກ , ວິຊາເຄມີສາດ ນາງ ມິວລິສາ ມຸນທາທຳມະວົງສາ ມສ ພອນສະຫວັນ ເມືອງແປກ, ວິຊາຟີຊິກສາດ ນາງ ຈິນດາວັນ ສຸກກະເສີມ ມສ ນາຄ່ອນ ເມືອງໝອກ; ຂັ້ນຮຽນ ມ.7 ວິຊາພາລາວ-ວັນນະຄະດີ ຊະນະເລີດໄດ້ແກ່ ທ້າວ ເພັດສະໝອນ ຄູນທິໄຊ ມ.ປາຍ ຈອມທອງ ເມືອງຄໍາ, ວິຊາຄະນິດສາດ ຊະນະເລີດ ນາງ ສຸດາພອນ ພິມມະວົງ ມສ ໂພນສະຫວັນ ເມືອງແປກ, ວິຊາເຄມີສາດ ທ້າວ ສຸດທະພິນ ພິມມະສອນ ມສ ໂພນສະຫວັນ ເມືອງແປກ ແລະ ວິຊາຟີຊິກສາດ ທ້າວ ອານຸສອນ ທຳມະວົງ ມສ ໂພນສະຫວັນ ເມືອງແປກເຊັ່ນດຽວກັນ; ຜູ້ທີ່ຊະນະເລີດແຕ່ລະວິຊາ ຂັ້ນ ມ.4 ແລະ ມ.7 ຈະເປັນຕົວແທນນັກຮຽນເກັ່ງໃຫ້ແຂວງຊຽງຂວາງ ເພື່ອເຂົ້າຮ່ວມແຂ່ງຂັນຄັດເລືອກນັກຮຽນເກັ່ງລະດັບຊາດ ທີ່ຈະຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນທ້າຍເດືອນມີນານີ້, ສ່ວນນັກຮຽນທີ່ຊະນະເລີດແຕ່ລະວິຊາຂັ້ນ ປ.5 ຈະສືບຕໍ່ເຂົ້າຮຽນທີ່ໂຮງຮຽນ ມສ ພອນສະຫວັນ ແຂວງຊຽງຂວາງ.
ໂອກາດນີ້ ທ່ານ ບຸນຄົງ ດວງພະວັນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດບັ້ນສອບເສັງຄັ້ງນີ້ ພ້ອມທັງຕີລາຄາສູງຕໍ່ຄວາມເອົາໃຈໃສ່ຂອງຄະນະຮັບຜິດຊອບ ເຮັດໃຫ້ການສອບເສັງບັນລຸຕາມຈຸດປະສົງເປົ້າໝາຍ, ທ່ານຍັງໄດ້ຮຽກຮ້ອງໃຫ້ຕົວແທນນັກຮຽນເກັ່ງທີ່ຈະໄປແຂ່ງຂັນລະດັບຊາດ ຈົ່ງເອົາໃຈໃສ່ຄົ້ນຄ້ວາບົດຮຽນເປັນພິເສດ, ຄົ້ນຄ້ວາຈາກຫຼາຍຊ່ອງທາງ ເພື່ອຮັບປະກັນທາງດ້ານຄວາມຮູ້ ໃນເວລາສອບເສັງຕົວຈິງ.
(ໂດຍ: ຂ່າວສານພະແນກ ສກຂ ຊຽງຂວາງ)

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ