ເມືອງນາຊາຍທອງ ເປັນເຈົ້າພາບ ຈັດງານກິລານັກຮຽນທົ່ວ ນະຄອນຫຼວງວຽງຈັນ ຄັ້ງທີ III ສົກຮຽນ 2025-2026
17/03/2026

ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ເປີດກອງປະຊຸມຄະນະກໍາມະການເຕັກນິກຈັດການແຂ່ງຂັນ ງານກິລານັກຮຽນມັດທະຍົມສຶກສາ ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ III ສົກຮຽນ 2025-2026 ເພື່ອເຮັດໃຫ້ການແຂ່ງຂັນດໍາເນີນໄປເປັນລະບຽບຮຽບຮ້ອຍ, ມີຄວາມສາມັກຄີ, ມີມິດຕະພາບ, ມີນໍ້າໃຈນັກກິລາ ແລະ ມີຄວາມເປັນເອກະພາບກັນ ເມື່ອວັນທີ 13 ມີນາ 2026 ທີ່ສູນໄອທີຊີ ໂຮງຮຽນ ມສ ວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ສົມລີ ຫຼວງພະຈັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ມີບັນດາຄະນະຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 9 ຕົວເມືອງ ແລະ ຄະນະກໍາມະການເຕັກນິກຈັດການແຂ່ງຂັນເຂົ້າຮ່ວມ.
ການແຂ່ງຂັນກິລານັກຮຽນມັດທະຍົມສຶກສາ ຄັ້ງທີ III ສົກຮຽນ 2025-2026 ທົ່ວນະຄອນຫຼວງວຽງຈັນ ມີການແຂ່ງຂັນຊີງໄຊກັນທັງໝົດ 5 ປະເພດກິລາຄື: ກິລາແລ່ນ-ລານ, ບານເຕະ , ບານສົ່ງ, ເປຕັງ ແລະ ກິລາກະຕໍ້ (ຊາຍ-ຍິງ) ຊຶ່ງຈະດຳເນີນການແຂ່ງຂັນກັນໃນລະຫວ່າງວັນທີ 16- 20 ມີນາ 2026 ນີ້ ແລະ ມີນັກກິລາຈາກ 9 ຕົວເມືອງອ້ອມຂ້າງນະຄອນຫຼວງວຽງຈັນ ເຂົ້າຮວມແຂ່ງຂັນ.
ຈຸດປະສົງຂອງການຈັດງານແຂ່ງຂັນກິລານັກຮຽນໃນຄັ້ງນີ້ ກໍເພື່ອເປັນການສືບຕໍ່ພັດທະນານັກກິລາຮຸ່ນສືບທອດຂອງນະຄອນຫຼວງວຽງຈັນ ເພື່ອກຽມເປັນຕົວແທນໃຫ້ຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມງານແຂ່ງຂັນກິລານັກຮຽນທົ່ວປະເທດ ຄັ້ງທີ 8 ທີ່ແຂວງເຊກອງ ຮັບກຽດເປັນເຈົ້າພາບ ໃນປີ 2027 ແລະ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 13 ໃນປີ 2028 ທີ່ແຂວງຈຳປາສັກ ເປັນເຈົ້າພາບ. ດັ່ງນັ້ນ, ປີນີ້ ຄະນະກຳມະການປົກຄອງ ເມືອງນາຊາຍທອງ ໄດ້ຮັບກຽດເປັນເຈົ້າພາບ ຈັດງານກິລານັກຮຽນມັດທະຍົມສຶກສາ ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ III ສົກຮຽນ 2025-2026 ຊຶ່ງຈະດຳເນີນແຂ່ງຂັນລະຫວ່າງວັນທີ 16-20 ມີນາ 2026 ນີ້.
ພາບ-ຂ່າວໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ


