ວິທະຍາໄລຄູສະຫວັນນະເຂດ ປະກາດການຈັດຕັ້ງຊຸດໃໝ່

ໃນຕອນບ່າຍວັນທີ 11 ມີນາ 2026, ວິທະຍາໄລຄູສະຫວັນນະເຂດ ໄດ້ຈັດພິທີປະກາດພະນັກງານການນຳອອກ ພັກການ-ຮັບອຸດໜູນບໍານານ ແລະແຕ່ງຕັ້ງຄະນະບໍລິຫານງານຊຸດໃໝ່ ເພື່ອສືບຕໍ່ພາລະກິດປ່ຽນແປງໃໝ່ຂອງການສຶກສາຢ່າງຮອບດ້ານ, ໂດຍການເຂົ້າຮ່ວມທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາ ພ້ອມດ້ວຍຄະນະນຳຈາກກົມສ້າງຄູ, ກົມຈັດຕັ້ງ, ພະແນກສຶກສາທິການ ແລະກິ ລາແຂວງສະຫວັນນະເຂດ ຕະຫຼອດເຖິງຜູ້ບໍລິຫານຈາກວິທະຍາໄລຄູ ແລະ ສະຖາບັນການສຶກສາຕ່າງໆອ້ອມຂ້າງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ນາງ ໄພວັນ ແທ່ນຄຳ ຮອງຫົວໜ້າກົມຈັດຕັ້ງ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການອະນຸມັດໃຫ້ທ່ານ ລັດສະໝີ ພະໄຊ ສີ ຜູ້ອຳນວຍການວິທະຍາໄລຄູ ສະຫວັນນະເຂດ ອອກພັກການ-ຮັບອຸດໜູນບໍານານຢ່າງສົມກຽດ.
ນີ້ຄືການຢັ້ງຢືນເຖິງຄຸນງາມຄວາມດີ ແລະການອຸທິດ ເຫື່ອແຮງສະຕິປັນຍາເຂົ້າໃນການພັດທະນາວຽກງານການສ້າງຄູຕະຫຼອດໄລຍະຜ່ານມາ ເຊິ່ງເປັນພື້ນຖານອັນສຳຄັນ ໃຫ້ແກ່ຄະນະນຳຊຸດໃໝ່ໃນການສືບຕໍ່ພາລະກິດ. ເພື່ອຮັບປະກັນຄວາມຕໍ່ເນື່ອງ ແລະ ຄວາມເຂັ້ມແຂງໃນການບໍລິຫານ-ວິຊາການ, ທ່ານລັດຖະມົນຕີກະຊວງສຶກສາທິການ ແລະກິລາ ໄດ້ຕົກລົງແຕ່ງຕັ້ງຄະນະນຳຂອງວິທະຍາໄລຄູຊຸດໃໝ່ ເຊິ່ງປະກອບດ້ວຍທ່ານ ພົມມາ ໄຊຍະວົງ ເປັນຮັກສາ ການຜູ້ອຳນວຍການວິທະຍາ ໄລຄູສະຫວັນນະເຂດ, ທ່ານ ນາງ ຫຼ້າໄກສອນ ໄຊຍະຈິດ ເປັນ ຮອງຜູ້ອຳນວຍການ (ຮັບຜິດຊອບວຽກງານຄົ້ນຄວ້າວິທະຍາສາດ ແລະພັດທະນາອາຊີບຄູ), ທ່ານ ມານາຈິດ ກ່ອງແກ້ວມະນີວົງ ເປັນຮອງຜູ້ອຳນວຍການ (ຮັບຜິດຊອບວຽກງານບໍລິຫານ ແລະການເງິນ).
ໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ຍັງໄດ້ມອບຂໍ້ຕົກລົງ ແລະໃຫ້ທິດຊີ້ນຳໂດຍເນັ້ນໜັກໃຫ້ຄະນະນຳຊຸດໃໝ່ ຕ້ອງເຊີດຊູຄວາມຮັບຜິດຊອບທາງດ້ານການເມືອງ ໃຫ້ສູງກວ່າເກົ່າ, ເພີ່ມທະວີ ຄວາມສາມັກຄີເປັນເອກະພາບ ພາຍໃນ ແລະບຸກທະລຸໃນການ ພັດທະນາການສິດສອນ ການຮຽນ ໃຫ້ມີຄຸນະພາບ ແລະທັນສະໄໝ.
ພ້ອມນັ້ນ ໃນພິທີຍັງໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າຜູ້ອຳນວຍການຜູ້ເກົ່າ ແລະຜູ້ໃໝ່ຢ່າງເປັນທາງການ.
#ພາບ-ຂ່າວ: ສະຫວັນພັດທະນາ

