ທະຫານແຂວງຫົວພັນ ປະກາດການທຽບຊັ້ນໃຫ້ຄູອາສາສະໝັກ ເຂົ້າເປັນລັດຖະກອນປ້ອງກັນຊາດ

ຕອນເຊົ້າວັນທີ 17 ມີນາ 2026 ນີ້, ກອງບັນຊາການທະຫານແຂວງຫົວພັນ ໄດ້ຈັດພິທີປະກາດການທຽບຊັ້ນໃຫ້ຄູອາສາສະໝັກ ເຂົ້າເປັນລັດຖະກອນປ້ອງກັນຊາດ ຢູ່ສະໂມສອນກອງບັນຊາການທະຫານແຂວງ ໂດຍການເຂົ້າຮວ່ມເປັນປະທານຂອງສະຫາຍ ພຸດພັນ ແກ້ວວົງໄຊ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຫົວພັນ, ມີສະຫາຍ ພົວ ເນກ ວິຂະຈັນ ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ສະຫາຍພົວ ຄຳເມືອງ ໂຄດວົງຄູນ ຄະນະປະຈຳພັກແຂວງ, ຫົວໜ້າການທະຫານກອງບັນຊາການທະຫານແຂວງ ແລະ ສະຫາຍ ສົມເພັດ ອິນທະສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາເເຂວງ ພ້ອມດ້ວຍຫົວໜ້າ-ຮອວຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ແຂກຖືກເຊີນ, ຄະນະພັກ-ຄະນະບັນຊາ ພະນັກງານຫຼັກແຫຼ່ງ ອົງການ 5 ຫ້ອງ, ຕະຫຼອດຮອດພະນັກງານຄູອາສາສະໝັກ, ນາຍ ແລະ ພົນທະຫານ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມນຳ.
ໃນພິທີ, ສະຫາຍ ພັທ ສຸວິໄລ ສີສົມບັດ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກອງບັນຊາການທະຫານແຂວງຫົວພັນໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການທຽບຊັ້ນໃຫ້ຄູອາສາສະໝັກ ເຂົ້າເປັນລັດຖະກອນ ປ້ອງກັນຊາດ ຢູ່ກອງບັນຊາການທະຫານແຂວງຫົວພັນ ໂດຍອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ໃນພາກທີ II ໝວດທີ 3 ມາດຕາ 19 ແລະ 20 ວ່າດ້ວຍອາຍຸກະສຽນ ແລະ ການປະດັບຊັ້ນ, ປະດັບທຽບຊັ້ນໃຫ້ນາຍທະຫານ. ໃນນັ້ນກະຊວງປ້ອງກັນປະເທດຕົກລົງປະດັບທຽບຊັ້ນຮ້ອຍຕີໃຫ້ລັດຖະກອນປ້ອງກັນຊາດ 7 ສະຫາຍ, ຮ້ອຍໂທ 72 ສະຫາຍ, ເລື່ອນທຽບຊັ້ນ ວທ ຂຶ້ນຮ້ອຍຕີ 36 ສະຫາຍ, ປະກາດທຽບຊັ້ນໃຫ້ນັກຮຽນທີ່ຈົບຈາກສາຍລັດປະດັບຊັ້ນຮ້ອຍຕີ 16 ສະຫາຍ, ປະດັບທຽບຊັ້ນຮ້ອຍໂທ 72 ສະຫາຍ.
ໂອກາດນີ້, ສະຫາຍ ພຸດພັນ ແກ້ວວົງໄຊ ໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການເລື່ອນທຽບຊັ້ນໃໝ່ຄັ້ງນີ້ ຈົ່ງເອົາໃຈໃສ່ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍຂອງລັດ, ມີສະຕິຕື່ນຕົວເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ ເພື່ອປະກອບສ່ວນ ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສຸມໃສ່ປະຕິບັດ 3 ຂໍ້ແຂ່ງຂັນຂອງຂະແໜງການສຶກສາ ແລະ ກິລາ ໃຫ້ເປັນຂະບວນການຟົດຟື້ນ. ໃນນັ້ນ ສ້າງໃຫ້ໄດ້ຄູປະສົບການ, ຄູສອນດີ ສອນເກັ່ງ ຢູ່ຕາມແຕ່ລະໂຮງຮຽນ, ເອົາໃຈໃສ່ປະຕິບັດຈັນຍາບັນ ຂອງພະນັກງານ-ລັດຖະກອນ ຕໍ່ຕົນເອງ, ຕໍ່ອາຊີບ, ຕໍ່ການຈັດຕັ້ງ, ຕໍ່ປະຊາຊົນ ແລະ ສັງຄົມ, ເອົາໃຈໃສ່ຖອດຖອນ ບົດຮຽນທາງດ້ານວິຊາການ ກວດກາຄືນບັນຫາສາເຫດ ແລະ ວິທີແກ້ໄຂ, ປຸກລະດົມທຸກພາກສ່ວນໃນສັງຄົມ ໃຫ້ມີສ່ວນຮ່ວມໃນການພັດທະນາການສຶກສາ ເປັນຕົ້ນແມ່ນ ການແກ້ໄຂບັນຫາການປະລະການຮຽນ ຕ້ອງເປັນຂົວຕໍ່ທີ່ດີ ລະຫວ່າງກອງທັບ ແລະ ປະຊາຊົນ, ລະຫວ່າງກອງທັບ ແລະ ການສຶກສາ, ຕ້ອງມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ພ້ອມທີ່ຈະປະຕິບັດໜ້າທີ່ສິດສອນຢູ່ເຂດ ຫ່າງໄກສອກຫຼີກຕາມການມອບໝາຍຂອງການຈັດຕັ້ງ ແລະ ໄດ້ເນັ້ນໜັກໃຫ້ບັນດາສະຫາຍ ທີ່ໄດ້ຮັບຊັ້ນໃໝ່ຈົ່ງຍົກສູງຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງທີ່ຕົນເອງຮັບຜິດຊອບ, ເປັນເຈົ້າການປະຕິບັດລະບຽບແບບແຜນ, ວິທີເຮັດວຽກໃຫ້ມີຄວາມຫ້າວຫັນກ່ວາເກົ່າ ແລະ ໃຫ້ມີຄວາມສາມັກຄີ ພາຍໃນ-ພາຍນອກເປັນຢ່າງດີ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງ ຕາມການມອບໝາຍຂອງການຈັດຕັ້ງແຕ່ລະຂັ້ນ.
ພາບ-ຂ່າວ: ວຽງສະຫວັນ ນໍລິນທາ



