Skip to main content

ສສກ ແລະ ໄຈກ້າ ປຶກສາຫາລືວຽກງານປັບປຸງຫຼັກສູດການສຶກສາໃນ ສປປ ລາວ

23/03/2026
ກະຊວງສຶກສາທິການ ແລະ ກິລາ ແລະ ອົງການໄຈກ້າ ປຶກສາຫາລືວຽກງານປັບປຸງຫຼັກສູດການສຶກສາໃນ ສປປ ລາວ ໃນວັນທີ 16​ ມີນາ 2026 ທີ່ສໍານັກກະຊວງສຶກສາທິການ ແລະ ກິລາ ໂດຍທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງທ່ານ ມາຣຸຢາມາ ຕາກາໂອະ ຜູ້ອຳນວຍການຝ່າຍການສຶກສາ ຂັ້ນພື້ນຖານຈາກສຳນັກງານໃຫຍ່ ອົງການຮ່ວມມືສາກົນຍີ່ປຸ່ນ (ໄຈກ້າ) ພ້ອມດ້ວຍຄະນະ, ມີຫົວໜ້າກົມ, ສະຖາບັນ, ສູນ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ.
ການເຂົ້າພົບປະໃນຄັ້ງນີ້, ແມ່ນເພື່ອທົບທວນສະພາບການຕົວຈິງຂອງບັນດາກິດຈະກຳການຮ່ວມມື ແລະ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືວຽກງານການສຶກສາ ໂດຍສະເພາະແມ່ນ ໂຄງການປັບປຸງລະບົບການສຶກສາໃໝ່ໃນຫຼັກສູດ 6+3+3; ໂຄງການການສົ່ງເສີມສູນພັດທະນາຄູຢູ່ຕ່າງແຂວງ ແລະ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຄູໃນການປັບປຸງການຮຽນການສອນວິຊາຄະນິດສາດຊັ້ນປະຖົມສຶກສາໃນ ສປປ ລາວ.
ພາບ-ຂ່າວໂດຍ: ການຈະນາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ