Skip to main content

ສກມ ສີໂຄດຕະບອງ ສະຫຼຸບຜົນການສອບເສັງນັກຮຽນເກັ່ງ ປ.5, ມ.4 ແລະ ມ.7 ຂັ້ນເມືອງ ສົກຮຽນ 2025-2026

17/03/2026
ຫ້ອງການສຶກສາທິການ ແລະ ກິລາເມືອງ ຫຼື ສກມ ສີໂຄດຕະບອງ ຈັດພິທີສະຫຼຸບຜົນການສສອບເສັງນັກຮຽນເກັ່ງ ປ.5, ມ.4 ແລະ ມ.7 ຂັ້ນເມືອງ ປະຈຳສົກຮຽນ 2025-2026 ໃນວັນທີ 6 ມີນາ 2026 ທີ່ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສັນຕິ ວັນນະສຸກ ຮອງປະທານຄະນະກຳມະການປົກຄອງເມືອງສີໂຄດຕະບອງ, ທ່ານ ຂັນໄຊ ແສງສຸນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ຄຳສິງ ດວງດາລາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງສີໂຄດຕະບອງ ພ້ອມດ້ວຍຄະນະ ຜູ້ອຳນວຍການໂຮງຮຽນພາກລັດ ແລະ ເອກະຊົນ, ຜູ້ບໍລິການການສຶກສາ, ນາຍບ້ານ, ຄະນະພັດທະນາການສຶກສາຂັ້ນບ້ານ, ຄູ-ອາຈານ ແລະ ນ້ອງນັກຮຽນ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງເຂົ້າຮ່ວມ.
ໃນສົກຮຽນ 2025-2026 ນີ້ທົ່ວເມືອງສີໂຄດຕະບອງ ມີນັກຮຽນທີ່ເປັນຕົວແທນໃຫ້ແຕ່ລະໂຮງຮຽນເຂົ້າຮ່ວມການແຂ່ງຂັນສອບເສັງນັກຮຽນເກັ່ງທັງໝົດ 673 ຄົນ ຍິງ 470 ຄົນ; ຖ້າສົມທຽບໃສ່ສົກຮຽນ 2024-2025 ແມ່ນເພີ່ມຂຶ້ນ 54 ຄົນ ເທົ່າກັບ 8.02%; ໄດ້ຈັດເປັນ 30 ຫ້ອງສອບເສັງ, ແຕ່ລະຫ້ອງໄດ້ຈັດນັກສອບເສັງນັ່ງດ່ຽວ, ສອບເສັງ 3-4 ວິຊາ ໃນຫ້ອງດຽວກັນ (ການຈັດນັກສອບເສັງວິຊາຄືກັນ ແມ່ນໃຫ້ນັ່ງໂຕະລະຄົນ), ສະເລ່ຍຈຳນວນນັກສອບເສັງ 21-23 ຄົນ/ຫ້ອງ; ຂັ້ນ ປ.5 ມີນັກສອບເສັງ 315 ຄົນ ຍິງ 218 ຄົນ, ຈັດເປັນ 14 ຫ້ອງສອບເສັງ, ສົມທຽບໃສ່ສົກຮຽນ 2024-2025 ແມ່ນເພີ່ມຂຶ້ນ 62 ຄົນ ເທົ່າກັບ 19.68%; ຂັ້ນ ມ4 ມີນັກສອບເສັງ 229 ຍິງ 159 ຄົນ, ຈັດເປັນ 10 ຫ້ອງສອບເສັງ ສົມທຽບໃສ່ສົກຮຽນ 2024-2025 ແມ່ນຫຼຸດລົງ 1 ຄົນ ເທົ່າກັບ 0.43%; ຂັ້ນ ມ.7 ມີນັກສອບເສັງ 129 ຄົນ ຍິງ 93 ຄົນ ຈັດເປັນ 6 ຫ້ອງສອບເສັງ ສົມທຽບໃສ່ສົກຮຽນ 2024-2025 ແມ່ນຫຼຸດລົງ 8 ຄົນ ເທົ່າກັບ 6.20%.
ສຳລັບຜົນການສອບເສັງຂັ້ນເມືອງໃນແຕ່ລະຊັ້ນແມ່ນສອບເສັງ 4 ວິຊາ ຂອງແຕ່ລະຊັ້ນຮຽນແມ່ນມີຄື: ຊັ້ນປະຖົມປີທີ 5 ວິຊາຄະນິດສາດ: ມີນັກສອບເສັງທັງໝົດ 105 ຄົນ ຍິງ 45 ຄົນ; ຄະແນນສູງສຸດ 9 ແລະ ຄະແນນຕ່ໍ່າສຸດ 0 ສົ່ງເຂົ້າສອບເສັງຂັ້ນນະຄອນຫຼວງວຽງຈັນ ມີຈໍານວນ 5 ຄົນ ຍິງ 0 ຄົນ; ວິຊາພາສາລາວ ມີນັກສອບເສັງທັງໝົດ 105 ຄົນ ຍິງ 90 ຄົນ, ຄະແນນສູງສຸດ 6 ແລະ ຄະແນນຕໍ່າສຸດ 0, ສົ່ງເຂົ້າສອບເສັງຂັ້ນ ນະຄອນຫຼວງວຽງຈັນ ມີຈໍານວນ 4 ຄົນ ຍິງ 3 ຄົນ; ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ມີນັກສອບເສັງທັງໝົດ 105 ຄົນ ຍິງ 83 ຄົນ, ຄະແນນສູງສຸດ 8 ແລະ ຄະແນນຕໍ່າສຸດ 0, ສົ່ງເຂົ້າສອບເສັງຂັ້ນນະຄອນຫຼວງວຽງຈັນ ມີຈໍານວນ: 5 ຄົນ ຍິງ 5 ຄົນ.
ຊັ້ນມັດຖະຍົມຕອນຕົ້ນ ມ.4 ວິຊາຄະນິດສາດ ມີນັກສອບເສັງທັງໝົດ 58 ຄົນ ຍິງ 30 ຄົນ, ຄະແນນສູງສຸດ 5.25 ແລະ ຄະແນນຕໍ່າສຸດ 0 ສົ່ງເຂົ້າສອບເສັງຂັ້ນນະຄອນຫຼວງວຽງຈັນ ມີຈໍານວນ 5 ຄົນ, ຍິງ 3 ຄົນ; ວິຊາພາສາລາວ-ວັນນະຄະດີ ມີນັກສອບເສັງທັງໝົດ 63 ຄົນ ຍິງ 51 ຄົນ, ຄະແນນສູງສຸດ 7 ແລະ ຄະແນນຕໍ່າສຸດ 0, ສົ່ງເຂົ້າສອບເສັງຂັ້ນນະຄອນຫຼວງວຽງຈັນ ມີຈໍານວນ 6 ຄົນ ຍິງ 6 ຄົນ; ວິຊາຟີຊິກສາດ ມີນັກສອບເສັງທັງໝົດ 57 ຄົນ ຍິງ 38 ຄົນ, ຄະແນນສູງສຸດ 5.5 ແລະ ຄະແນນຕໍ່າສຸດ 0, ສົ່ງເຂົ້າສອບເສັງຂັ້ນນະຄອນຫຼວງວຽງຈັນ ມີຈໍານວນ 6 ຄົນ ຍິງ 6 ຄົນ; ວິຊາເຄມີສາດ ມີນັກສອບເສັງທັງໝົດ 51 ຄົນ ຍິງ 39 ຄົນ, ຂາດ 1 ຄົນ ຍິງ 1 ຄົນ ຄະແນນສູງສຸດ 5.7 ແລະ ຄະແນນຕໍ່າສຸດ 0, ສົ່ງເຂົ້າສອບເສັງຂັ້ນນະຄອນຫຼວງວຽງຈັນ ມີຈໍານວນ 5 ຄົນ ຍິງ 5 ຄົນ.
ຊັ້ນມັດຖະຍົມຕອນປາຍ ມ.7 ວິຊາຄະນິດສາດ ມີນັກສອບເສັງທັງໝົດ 33 ຄົນ ຍິງ 19 ຄົນ, ຄະແນນສູງສຸດ 7 ແລະ ຄະແນນຕ່ໍ່າສຸດ 0, ສົ່ງເຂົ້າສອບເສັງຂັ້ນນະຄອນຫຼວງວຽງຈັນ ມີຈໍານວນ 5 ຄົນ ຍິງ 2 ຄົນ; ວິຊາພາສາລາວ-ວັນນະຄະດີ ມີນັກຮຽນເຂົ້າແຂ່ງຂັນທັງໝົດ 63 ຄົນ ຍິງ 51 ຄົນ, ຄະແນນສູງສຸດ 7 ແລະ ຄະແນນຕໍ່າສຸດ 0, ສົ່ງເຂົ້າສອບເສັງຂັ້ນນະຄອນຫຼວງວຽງຈັນ ມີຈໍານວນ 6 ຄົນ ຍິງ 5 ຄົນ; ວິຊາຟີຊິກສາດ ມີນັກສອບເສັງທັງໝົດ 29 ຄົນ ຍິງ 19 ຄົນ, ຄະແນນສູງສຸດ 8 ແລະ ຄະແນນຕ່ຳສຸດ 0, ສົ່ງເຂົ້າສອບເສັງຂັ້ນນະຄອນຫຼວງວຽງຈັນ ມີຈໍານວນ 6 ຄົນ ຍິງ 3 ຄົນ; ວິຊາຄມີສາດ ມີນັກສອບເສັງທັງໝົດ 30 ຄົນ ຍິງ 22 ຄົນ, ຄະແນນສູງສຸດ 6 ແລະ ຄະແນນຕ່ຳສຸດ 0, ສົ່ງເຂົ້າສອບເສັງຂັ້ນນະຄອນຫຼວງວຽງຈັນ ມີຈໍານວນ 5 ຄົນ, ຍິງ 0 ຄົນ.
ໃນໂອກາດນີ້, ທ່ານ ສັນຕິ ວັນນະສຸກ ໄດ້ມີຄຳເຫັນວ່າ: ການສອບເສັງນັກຮຽນເກັ່ງປະຈໍາປີ ໂດຍລວມແມ່ນມີຄວາມສໍາຄັນຫຼາຍ ເປັນການປະເມີນ, ເປັນການຄັດເລືອກນ້ອງນັກຮຽນ ແລະ ເປັນເຄື່ອງມືວັດແທກລະດັບຄວາມຮູ້,​ ຄວາມເອົາໃຈໃສ່ ແລະ ທັກສະຂອງນັກຮຽນ ແລະ ເປັນກົນໄກໜຶ່ງທີ່ຊ່ວຍຍົກລະດັບຄຸນນະພາບຂອງການສຶກສາ,​ ສ້າງແຮງຈູງໃຈໃນການພັດທະນາຕົນເອງ, ເພີ່ມໂອກາດເຂົ້າເຖິງທຶນການສຶກສາ ຫຼື ເຮັດວຽກງານທີ່ດີຂຶ້ນ ແລະ ຍັງເປັນຄວາມພາກພູມໃຈຂອງຄອບຄົວ,​ ຄວາມພາກພູມໃຈຂອງຄູອາຈານ. ແຕ່ການສ້າງນັກຮຽນເກັ່ງ ກໍບໍ່ແມ່ນເລື່ອງງ່າຍດາຍພໍປານໃດ, ການທີ່ຈະສ້າງນັກຮຽນໃຫ້ເກັ່ງນັ້ນ ຕ້ອງປະກອບດ້ວຍຫຼາຍພາກສ່ວນ ແລະ ຫຼາຍປັດໃຈ ທີ່ຊ່ວຍໜຸນເປັນຕົ້ນແມ່ນ ຄວາມສາມາດການສະໜັບສະໜູນຂອງຄອບຄົວ, ຄວາມສາມາດ,​ ຄວາມເອົາໃຈໃສ່ ແລະ ວິທີການສິດສອນຂອງຄູອາຈານ ລວມທັງຄວາມອົດທົນພະຍາຍາມ, ຄວາມສະແຫວງຫາຊອກຮູ້ຮໍ່າຮຽນ ແລະ ພອນສະຫວັນຂອງນ້ອງນັກຮຽນ ຫາກສິ່ງດັ່ງກ່າວມີຄວາມກົມກຽວ ກໍຈະສາມາດສ້າງໄດ້ ແຕ່ຖ້າຫາກຂາດດ້ານໃດໜຶ່ງ ກກໍຍາກທີ່ຈະບັນລຸໄດ້. ສະນັ້ນ, ທຸກພາກສ່ວນຕ້ອງໄດ້ຄວາມຮັບຜິດຊອບຊ່ວຍກັນ.
​ຜົນຂອງການສອບເສັງນັກຮຽນເກັ່ງຄັ້ງນີ້ ເຖິງວ່າໄດ້ຮັບຜົນສໍາເລັດຕາມຄາດໝາຍດີ, ແຕ່ເຫັນໄດ້ວ່ານັກຮຽນເກັ່ງທີ່ໄດ້ອັນດັບໜຶ່ງ ຂອງຈໍານວນຜູ້ເຂົ້າຮ່ວມສອບເສັງທັງໝົດ ກວມເອົາພຽງ 1.44%; ອັນດັບສອງກວມເອົາ 1.83% ອັນນີ້ຍັງບໍ່ທັນໄດ້ທຽບໃສ່ຈໍານວນນັກຮຽນທັງໝົດໃນທົ່ວເມືອງ; ສະແດງໃຫ້ເຫັນວ່ານັກຮຽນເກັ່ງຂອງພວກເຮົາຍັງມີໜ້ອຍຫຼາຍ, ມາເບິ່ງທາງດ້ານຈໍານວນຂອງໂຮງຮຽນໃນທົ່ວເມືອງ ມີໂຮງຮຽນທັງໝົດ 109 ແຫ່ງ; ສາມາດສ້າງນັກຮຽນເກັ່ງໄດ້ອັນດັບໜຶ່ງ ມີແຕ່ 5 ໂຮງຮຽນ ກວມເອົາ 4.58% ເທົ່ານັ້ນ, ໃນນັ້ນໂຮງຮຽນພາກລັດມີແຕ່ 1 ໂຮງຮຽນ, ໂຮງຮຽນພາກເອກະຊົນ ມີ 4 ໂຮງຮຽນ; ສະນັ້ນ, ເຮັດແນວໃດແຜນການປີຕໍ່ໄປ ພວກເຮົາຈະສາມາດຍົກລະດັບດ້ານຈໍານວນນັກຮຽນເກັ່ງໃຫ້ຫຼາຍຂຶ້ນກວ່າເກົ່າ, ຜູ້ບໍລິຫານທຸກໂຮງຮຽນ ຕ້ອງກໍາແໜ້ນແນວທາງນະໂຍບາຍຂອງພັກ ຕໍ່ກັບວຽກງານສຶກສາ ແລະ ເພີ່ມທະວີຄວາມຮັບຜິດຊອບ ປະຕິບັດນະໂຍບາຍຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ ໂດຍສະເພາະການສ້າງໂຮງຮຽນແບບຢ່າງທາງດ້ານຄຸນນະພາບ ແລະ ໜຶ່ງໃນນັ້ນ ການສ້າງນັກຮຽນເກັ່ງແມ່ນເປົ້າໝາຍສໍາຄັນ ທີ່ບັນດາໂຮງຮຽນຄວນສຸມໃສ່;​ ສໍາລັບໂຮງຮຽນທີ່ພາດເປົ້າໃນປີນີ້ ຈະມີວິທີການ ແລະ ມາດຕະການແນວໃດ ເພື່ອຍາດໄດ້ອັນດັບທີ 1 ໃນປີຕໍ່ໄປ; ໂຕນີ້ຜູ້ບໍລິຫານແຕ່ລະໂຮງຮຽນຄວນວາງກົນໄກ, ມີແຜນຈຸດສຸມທີ່ຊັດເຈນ; ຖ້າເຮົາສ້າງໄດ້ຫຼາຍໜໍ່ແໜງຂອງຊາດ ກໍຈະມີຄົນເກັ່ງຫຼາຍ ແລະ ເປັນໃບໜ້າຂອງໂຮງຮຽນ, ເປັນໃບ ໜ້າຂອງເມືອງ, ຂອງນະຄອນຫຼວງ ກໍຄືປະເທດຊາດ.
​ໃນໂອກາດນີ້, ກໍຂໍຮຽກຮ້ອງພໍ່ແມ່ຜູ້ປົກຄອງ ຈົ່ງໄດ້ເອົາໃຈໃສ່ໃຫ້ການສະໜັບສະໜູນລູກຫຼານຂອງຕົນ ໃນການສຶກສາຮໍ່າຮຽນ, ໃຫ້ຄໍາແນະນໍາ, ໃຫ້ກໍາລັງໃຈແກ່ເຂົາເຈົ້າ. ຮຽກຮ້ອງມາຍັງຄູອາຈານ ຈົ່ງໄດ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບໃນການຖ່າຍທອດຄວາມຮູ້ຄວາມສາມາດໃຫ້ແກ່ລູກສິດຂອງຕົນເອງໃນການສົ່ງຕໍ່ຄວາມຮູ້, ເພື່ອໃຫ້ນັກ ຮຽນມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ຂໍຮຽກຮ້ອງມາຍັງຫ້ອງການສຶກສາທິການ ແລະ ກິລາເມືອງ ຈົ່ງໄດ້ສືບຕໍ່ລົງໃກ້ສິດຕິດແທດບັນດາໂຮງຮຽນອີກຕື່ມ ຊຸກຍູ້ດ້ານເຕັກນິກວິຊາການ ເພື່ອຮັບປະກັນໃຫ້ແກ່ວຽກງານດັ່ງກ່າວບັນລຸຕາມຄາດໝາຍ. ພ້ອມນັ້ນ, ກໍຂໍໃຫ້ນ້ອງນັກຮຽນຈົ່ງໄດ້ເອົາໃຈໃສ່ຮໍ່າຮຽນ ສ້າງໃຫ້ຕົນເອງເປັນຄົນດີຂອງສັງຄົມ, ເປັນຄົນເກັ່ງຂອງພໍ່ແມ່ຂອງຄູອາຈານ ຢາກໄດ້ອານາຄົດທີ່ດີພວກລູກຫຼານຕ້ອງສ້າງ, ຕ້ອງຝຶກຝົນຕົນເອງແຕ່ຕອນນີ້ຕອນຍັງໜຸ່ມນ້ອຍໄປ; ຫຼີກເວັ້ນບັນຫາຍາເສບຕິດ ແລະ ສິ່ງຕ້ອງຫ້າມອື່ນໆ ທີ່ຜິດລະບຽບກົດໝາຍ; ຜູ້ທີ່ສອບເສັງບໍ່ສາມາດຄວ້າແຊ້ມອັນດັບທີ 1 ແມ່ນບໍ່ໃຫ້ທໍ້ຖອຍ ໃຫ້ສືບຕໍ່ຕັ້ງໜ້າຝຶກຝົນ, ຍົກລະດັບການຄົ້ນຄວ້າສຶກສາຮໍ່າຮຽນອີກຕື່ມ ປີໜ້າໃຫ້ໄດ້ເຂົ້າແຂ່ງຂັນອີກຕື່ມ.
ພາບ-ຂ່າວໂດຍ: ການຈະນາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ