Skip to main content

ຫົວໜ້າ ສກຂ ສະຫວັນນະເຂດ ຕີລາຄາສູງໝາກຜົນການຮ່ວມມືດ້ານການສຶກສາ ກັບ ນະຄອນດານັງ

ໃນຕອນບ່າຍຂອງວັນທີ 16 ມີນາ 2026 ທີ່ຫ້ອງຮັບແຂກພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ສະຫວັນນະເຂດ, ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ໃຫ້ກຽດຕ້ອນຮັບ ແລະ ໃຫ້ສຳພາດຕໍ່ຄະນະຜູ້ແທນສື່ມວນຊົນ (ໜັງສືພິມ, ວິທະຍຸ ແລະ ໂທລະພາບ) ຈາກນະຄອນດານັງ ສສ ຫວຽດນາມ ໃນໂອກາດເດີນທາງມາເຄື່ອນໄຫວເກັບກຳຂໍ້ມູນຂ່າວສານ ແລະ ຢ້ຽມຢາມບັນດາໂຄງການຮ່ວມມືຢູ່ພາຍໃນແຂວງ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຜົນສຳເລັດການຮ່ວມມືກໍ່ສ້າງຊັບພະຍາກອນມະນຸດ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ແຂວງສະຫວັນນະເຂດ ແລະ ນະຄອນດານັງ ໃນໄລຍະຜ່ານມາ ໂດຍທ່ານໄດ້ເນັ້ນໜັກວ່າ: ນະຄອນດານັງ ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າໃນການກໍ່ສ້າງພື້ນຖານໂຄງລ່າງດ້ານການສຶກສາທີ່ທັນສະໄໝ ເຊັ່ນ: ສູນພາສາຫວຽດນາມ ແລະ ໂຮງຮຽນມັດທະຍົມສົມບູນສຶກສາມິດຕະພາບ ລາວ-ຫວຽດນາມ. ບັນດາໂຄງການເຫຼົ່ານີ້ ໄດ້ກາຍເປັນບ່ອນບົ່ມເພາະ ແລະ ສ້າງບຸກຄະລາກອນທີ່ມີຄຸນນະພາບ ໃຫ້ແກ່ແຂວງສະຫວັນນະເຂດຢ່າງຫຼວງຫຼາຍ, ເຊິ່ງເປັນປັດໄຈສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ.
ສຳລັບ ທິດທາງແຜນການ ແລະ ການກຽມຄວາມພ້ອມບຸກຄະລາກອນສຶກສາໃນຕໍ່ໜ້າ ທ່ານຫົວໜ້າພະແນກ ສກຂ ສະຫວັນນະເຂດ ໄດ້ເປີດເຜີຍເຖິງຍຸດທະສາດການກຽມຄວາມພ້ອມດ້ານບຸກຄະລາກອນ ເພື່ອຍົກລະດັບການຮ່ວມມືໃຫ້ກ້າວສູ່ລວງເລິກ; ການກຽມບຸກຄະລາກອນສຶກສາ: ພະແນກສຶກສາທິການ ແລະ ກິລາແຂວງ ຈະສຸມໃສ່ການຄັດເລືອກ ແລະ ບຳລຸງສ້າງຄູ-ອາຈານ ໃຫ້ມີຄວາມຮູ້ຄວາມສາມາດສູງຂຶ້ນ, ໂດຍສະເພາະແມ່ນການຝຶກອົບຮົມດ້ານພາສາ ແລະ ວິຊາສະເພາະ ເພື່ອຮອງຮັບການແລກປ່ຽນບົດຮຽນກັບຊ່ຽວຊານຈາກນະຄອນດານັງ; ການຂະຫຍາຍການຮ່ວມມື: ເພີ່ມທະວີການນຳໃຊ້ສູນພາສາຫວຽດນາມ ໃຫ້ມີປະສິດທິຜົນສູງສຸດ ເພື່ອກຽມຄວາມພ້ອມໃຫ້ແກ່ນັກຮຽນ-ນັກສຶກສາ ກ່ອນຈະໄປສຶກສາຕໍ່ຢູ່ບັນດາມະຫາວິທະຍາໄລຕ່າງໆ ໃນນະຄອນດານັງ.
ພາບ-ຂ່າວ: ສກຂ ສະຫວັນນະເຂດ