Skip to main content

ບໍລິສັດ ລາວ ກຣີນດີວີລົບເມັນ ມອບເງິນສະໜັບສະໜູນຄ່າສ້ອມແປງຫ້ອງຮຽນ ແກ່ ມຊ ມູນຄ່າ 300 ລ້ານກວ່າກີບ

23/03/2026
ເມື່ອວັນທີ 18 ມີນາ 2026 ທີ່ຫ້ອງຮັບແຂກມະຫາວິທະຍາໄລແຫ່ງຊາດ ໄດ້ມີພິທີມອບ-ຮັບເງິນສະໜັບສະໜຸນຄ່າສ້ອມແປງຫ້ອງຮຽນ ຊັ້ນປະລິນຍາໂທ ຈໍານວນ 2 ຫ້ອງໃຫ້ແກ່ພາກວິຊາພາສາອັງກິດຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ທີ່ເປ່ເພໃຫ້ກັບມາມີສະພາບທີ່ດີຂຶ້ນ ແລະ ພ້ອມຮັບໄຊ້ສໍາລັບການຮຽນ-ການສອນໃຫ້ມີຄຸນນະພາບຍິ່ງຂຶ້ນ ໂດຍເປັນກຽດມອບຂອງທ່ານ ຄໍາຫຼວງ ອິນທະວົງ ປະທານບໍລິສັດ ລາວກຣີນດີວີລົບເມັນ ຈໍາກັດຜູ້ດຽວ ແລະ ຮັບໂດຍ ສຈ.ປອ ເດຊານຸລາດ ແສນດວງເດດ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ຮສ.ປອ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ທັງເປັນປະທານສະພາມະຫາວິທະຍາໄລ ພ້ອມດ້ວຍຫົວໜ້າຄະນະວິຊາ, ຫົວໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ຕະຫຼອດຮອດຜູ້ຮັບຜິດຊອບວຽກງານທັງ 2 ຝ່າຍເຂົ້າຮ່ວມ.
ໂອກາດນີ້, ທ່ານ ຄໍາຫຼວງ ອິນທະວົງ ກໍໄດ້ກ່າວສະແດງຄວາມຍິນດີ ແລະ ດີໃຈທີ່ໄດ້ປະກອບສ່ວນສະໜັບສະໜູນຄ່າສ້ອມແປງຫ້ອງຮຽນ ຊັ້ນປະລິນຍາໂທ ຈໍານວນ 2 ຫ້ອງ ມູນຄ່າ 341,400,400 ກີບ ໃຫ້ແກ່ພາກວິຊາພາສາອັງກິດຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດໃນຄັ້ງນີ້ ແມ່ນທ່ານໄດ້ເລັງເຫັນຄວາມສໍາຄັນ ຂອງວຽກງານການສຶກສາມາໂດຍຕະຫຼອດເພາະການສຶກສາ ເປັນເງື່ອນໄຂພື້ນຖານໃນການພັດທະນາຊັບພະຍາກອນມະນຸດ ກໍຄືການພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ ແລະ ທ່ານກໍພ້ອມທີ່ຈະໃຫ້ການສະໜັບສະໜູນວຽກງານການສຶກສາ ອີກຄັ້ງໃໝ່ໃນອະນາຄົດ.
ໂອກາດດຽວກັນ, ທ່ານ ສຈ.ປອ ເດຊານຸລາດ ແສນດວງເດດ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງສູງມາຍັງຜູ້ໃຫ້ການສະໜັບສະໜູນຄັ້ງນີ້ ຖືເປັນການຊ່ວຍເຫຼືອທີ່ສຳຄັນ ແລະ ມີຄຸນຄ່າມະຫາສານ ໃຫ້ແກ່ມະຫາວິທະຍາໄລແຫ່ງຊາດ ເວົ້າລວມ, ເວົ້າສະເພາະກໍຄື ໄດ້ອຳນວຍຄວາມສະດວກ ທາງດ້ານພື້ນຖານໂຄງລ່າງເຊິ່ງເປັນປັດໄຈສຳຄັນໃນການການຈັດຕັ້ງການຮຽນ-ການສອນວິຊາພາສາອັງກິດໃຫ້ມີປະສິດທິພາບຍິ່ງຂຶ້ນ ແລະ ທ່ານກໍໄດ້ຮຽກຮ້ອງມາຍັງບໍລິສັດ ກຣີນດີວີລົບເມັນ ຈຳກັດຈົ່ງສືບຕໍ່ໃຫ້ການຊ່ວຍເຫຼືອໃນຄັ້ງຕໍ່ໄປຕື່ມອີກ.
ພາບ-ຂ່າວ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ