Skip to main content

ສສກ ປະກາດການຈັດງຕັ້ງຂັ້ນຫົວໜ້າກົມ ຜູ້ອຳນວຍການສະຖາບັນ ແລະ ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ

23/03/2026
ກະຊວງສຶກສາທິການ ແລະ ກິລາ (ສສກ) ປະກາດການຈັດງຕັ້ງຂັ້ນຫົວໜ້າກົມ, ຜູ້ອຳນວຍການສະຖາບັນ ແລະ ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ ເມື່ອວັນທີ 19 ມີນາ 2026 ທີ່ຫ້ອງປະຊຸມໃຫຍ່ ວິທະຍາໄລເຕັກນິກການລົດໄຟ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຄະນະປະຈໍາພັກ, ຄະນະບໍລິຫານງານພັກກະຊວງ, ເລຂາຄະນະພັກມະຫາວິທະຍາໄລແຫ່ງຊາດ, ເລຂາຄະນະພັກຮາກຖານ, ໜ່ວຍພັກຮາກຖານທີ່ຂຶ້ນກັບອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ຕະຫຼອດຮອດພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ຮສ.ປອ ຫຼ້າວັນ ວົງຄໍາສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານດຳລັດ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ ແລະ ຫົວໜ້າຫ້ອງການສະພາວິທະຍາຍາດ ຂອງກະຊວງສຶກສາທິການ ແລະ ກິລາ ໂດຍນາຍົກລັດຖະມົນຕີ ອອກດຳລັດ ແຕ່ງຕັ້ງທ່ານ ນາງ ຈອມແພງ ວົງສາ ເປັນຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ; ທ່ານ ນາງ ກອງມະນີ ວາດຕະນາ ເປັນຫົວໜ້າກົມການເງິນ ກະຊວງສຶກສາທິການ ແລະ ກິລາ; ທ່ານ ປອ ວົງເພັດ ອຸດົມລິດ ເປັນຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ແຕ່ງຕັ້ງ ທ່ານ ແກ້ວອຸທອນ ລຸນແສງຈັນ ເປັນຫົວໜ້າຫ້ອງການ ສະພາວິທະຍາສາດແຫ່ງຊາດ ກະຊວງສຶກສາທິການ ແລ ກິລາ.
ໂອກາດດັ່ງກ່າວ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບສະຫາຍທີ່ໄດ້ຮັບຕໍາແໜ່ງໃໝ່ໃນຄັ້ງນີ້, ຊຶ່ງການປັບປຸງ ແລະ ປະກາດການຈັດຕັ້ງແມ່ນເປັນວຽກປົກກະຕິທີ່ທຸກພາກສ່ວນຕ້ອງໄດ້ປະຕິບັດ ສຳລັບຜູ້ທີ່ຮັບໜ້າທີ່ໃໝ່ນີ້ກໍ່ຕ້ອງໄດ້ມີການກວດຄືນ ແລະ ປັບປຸງວຽກງານພາຍຂອງຕົນໃຫ້ລະອຽດ, ໂດຍປັດຈຸບັນນີ້ ກະຊວງສຶກສາທິການ ແລະກິລາພວກເຮົາກຳລັງພົບບັນຫຍຸ້ງຍາກບາງດ້ານ ເປັນຕົ້ນແມ່ນ ລະບົບພື້ນຖານໂຄງການ ຊຶ່ງເຫັນວ່າຍັງບໍ່ທັນມີຄວາມສະດວກເທົ່າທີ່ຄວນ; ແບບແຜນວິທີການເຮັດວຽກ ຕ້ອງກວດກາເບິ່ງຄືນ ເພື່ອເຮັດໃຫ້ວຽກງານເດີນແມ່ນແລ່ນສະດວກຂຶ້ນ; ວັດທະນະທຳຂອງອົງກອນ ແລະ ການນໍາພາລະຫວ່າງວຽກພັກ ແລະ ວຽກລັດ ແມ່ນເຫັນວ່າຍັງບໍ່ທັນກົມກືນກັນ. ດັ່ງນັ້ນ, ຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາທຸກຂັ້ນ ແລະ ຜູ້ທີ່ຊີ້ນໍາວຽກງານທຸກຄົນຕ້ອງພ້ອມກັນກວດກາຄືນເບິ່ງບັນຫາຕ່າງໆ ແລະ ພ້ອມກັນນໍາເອົາໄປຄົ້ນຄວ້າພິຈາລະນາ ແກ້ໄຂ ແລະ ຈັດຕັ້ງປະຕິບັດໃຫ້ດີຂຶ້ນ ແນໃສ່ເຮັດໃຫ້ບົດບາດຂອງຂະແໜງການສຶກສາຂອງພວກເຮົາພົ້ນເດັ່ນ ແລະ ກ້າວໜ້າຂຶ້ນໄປເລື້ອຍໆ.
ໂອກາດດຽວກັນນີ້, ທ່ານ ປອ ວົງເພັດ ອຸດົມລິດ ໄດ້ຕາງໜ້າໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຂຶ້ນກ່າວສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ຄວາມໄວ້ວາງໃຈໃນການມອບໝາຍພາລະກິດອັນສຳຄັນ ຈາກຄະນະພັກ-ຄະນະນຳກະຊວງສຶກສາທິການ ແລະ ກິລາ, ພ້ອມໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ນຳພາຄະນະພັກ ຄະນະນຳ ພະນັກງານ ແລະ ນັກວິຊາການ ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມສາມັກຄີທີ່ເປັນປຶກແຜ່ນ, ປັບປຸງການບໍລິຫານ ແລະ ຍົກລະດັບວຽກງານວິຊາການ ໃຫ້ມີຄຸນນະພາບດີຂຶ້ນເທື່ອລະກ້າວ ແລະ ຈະນໍາເອົາຄຳໂອວາດ ແລະ ຄຳຊີ້ນຳອັນມີຄຸນຄ່າ ຈາກທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເພື່ອນຳໄປເປັນແນວທາງ ໃນການປະຕິບັດພາລະກິດໃນຕໍ່ໜ້າໃຫ້ເກີດດອກອອກຜົນ.
ພາບ-ຂ່າວ: ບົວລະພາ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ