ສກຂ ຫຼວງພະບາງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX

ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX ໂດຍເປັນປະທານຂອງ ສະຫາຍ ນາງ ວຽນວິໄລ ດີລະພັນ ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ, ມີຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຫົວໜ້າ-ຮອງຂະແໜງ,ບັນດາພະນັກງານລັດຖະກອນ, ສະມາຊິກພັກພ້ອມດ້ວຍວິຊາການ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ໂອກາດນີ້, ສະຫາຍ ນາງ ວຽນວິໄລ ດີລະພັນ ໄດ້ນຳເອົາເນື້ອໃນຈິດໃຈຂອງເອກະສານສຳຄັນ 3 ສະບັບມາເຜີຍແຜ່ເຊື່ອມຊຶມ ຄື: ໂຄງການ ການເມືອງ ຂອງພັກປະຊາຊົນປະຕິວັດລາວ, ບົດລາຍງານການເມືອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ການເຊື່ອມຊຶມເອກະສານຄັ້ງນີ້ ກໍເພື່ອເປັນການເສີມຂະຫຍາຍທາດແທ້ອັນດີງາມຂອງພັກ ແລະຜົນງານອັນລໍ້າເລີດຂອງພັກ, ສືບຕໍ່ຢຶດໝັ້ນແນວທາງນະໂຍບາຍຂອງພັກ, ເສີມຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ແລະມີຫຼັກການຂອງພັກເຮົາ, ລົງເລິກໃນການບູລະນະລະບອບປະຊາທິປະໄຕ ປະຊາຊົນໃຫ້ເຂັ້ມແຂງ, ກ້າວຂຶ້ນໄປສູ່ສັງຄົມນິຍົມ ເຊິ່ງແມ່ນເປົ້າໝາຍຫຼັກຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກເຮົາ, ພ້ອມທັງພິຈາລະນາຮັບຮອງເອົາໂຄງການການເມືອງຂອງພັກ, ສັງລວມຄືນການຈັດຕັ້ງປະຕິບັດພາລະກຳປະຫວັດສາດ ແຫ່ງການນຳພາພາລະກິດຕໍ່ສູ້ກູ້ຊາດ ແລະບູລະນະລະບອບປະຊາທິປະໄຕ ປະຊາຊົນ, ຍົກໃຫ້ເຫັນການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ ໃນໄລຍະຜ່ານມາ ເຊິ່ງໄດ້ນຳຄວາມມີຊີວິດຊີວາມາໃຫ້ແກ່ສັງຄົມລາວ, ກຳລັງແຮງບົ່ມຊ້ອນຂອງປະເທດພວກເຮົາກໍ່ໄດ້ຮັບການຂຸດຄົ້ນ ແລະ ເສີມຂະຫຍາຍຢ່າງແຂງແຮງ, ພ້ອມນັ້ນ ສະຫາຍຍັງໄດ້ເນັ້ນໜັກ ຫຼາຍບັນຫາທີສໍາຄັນ ໃຫ້ຄະນະພັກຄະນະນຳພະແນກສຶກສາທິການ ແລະ ກິລາແຂວງ ຈົ່ງພ້ອມກັນສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດຂອງພະນັກງານ-ລັດຖະກອນ ໂດຍກຳໄດ້ແນວຄິດ, ຄວາມຫຍຸ້ງຍາກ ເພື່ອແກ້ໄຂບັນຫາໃຫ້ແທດເຖິງຕົວຈິງ, ໃຫ້ສືບຕໍ່ອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳຂອງພັກ-ລັດ ແລະ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ, ສືບຕໍ່ປັບປຸງການຈັດຕັ້ງ ຕາມທິດກະທັດຮັດ ແລະ ສົມເຫດສົມຜົນ, ມີສະຕິ ແລະ ໃຫ້ທັດສະນະທີ່ຖືກຕ້ອງ ຕໍ່ບັນຫາຕ່າງໆຂອງສັງຄົມ ,ປັບປຸງກົນໄກ ແລະ ແບບແຜນວີທີເຮັດວຽກ ສູ່ທັນສະໄໝ, ປະຢັດມັດທະຍັດ ແລະ ມີປະສິດທິຜົນສູງ ພ້ອມກັນຮັກສາຄວາມສະຫງົບ-ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຮອບດ້ານ.
ຈາກນັ້ນ, ສະຫາຍ ປອ ສຸລິເດດ ແກ້ວບົວລະເພັດ ເລຂາຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຂຶ້ນຜ່ານເອກະສານເຊື່ອມຊຶມ ບົດລາຍງານການເມືອງຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX, ມະຕິຕົກລົງຂອງຄະນະບໍລິຫານງານສູນກາງພັກວ່າດ້ວຍການຮັບຮອງຄະນະບໍລິຫານງານພັກແຂວງຫຼວງພະບາງ ສະໄໝທີ IX. ຂະນະດຽວກັນ, ສະຫາຍ ບຸນເສັງ ພິລາວັນຮອງເລຂາຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ກໍໄດ້ຜ່ານແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ແລະ ແຜນພັດທະນາເສດຖະກິດ ຄັ້ງທີ IX ຂອງແຂວງຫຼວງພະບາງ.
ພາບ-ຂ່າວ: ສອນອາຄົມ ແກ້ວຄຳເພັດ ສກຂ ຫຼວງພະບາງ


