Skip to main content

ສກຂ ຫຼວງພະບາງ ຄົ້ນຄວ້າບັນຈຸທົດແທນລັດຖະກອນຄູ ຈຳນວນທີ່ສິ້ນສຸດ ງວດທີ II ປະຈຳປີ 2026

ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຄົ້ນຄວ້າບັນຈຸທົດແທນລັດຖະກອນຄູ ຕາມຈຳນວນທີ່ສິ້ນສຸດໃນຮູບການຕ່າງໆ ໃນງວດ II ປະຈຳ ປີ 2026 ໃນວັນທີ 23 ມີນາ 2026 ທີ່ພະແນກສຶກສາທິການ ແລະ ກິລາແຂວງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວຽນວິໄລ ດີລະພັນ ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ, ມີຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການກ່ຽວຂ້ອງຂອງແຂວງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ/ນະຄອນ, ຫົວໜ້າ-ຮອງຫົວໜ້າຂະແໜງພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນການສອບເສັງຄັດເລືອກຄັ້ງນີ້ ມີພະນັກງານມາລົງທະບຽນເຂົ້າຮ່ວມການສອບເສັງຕົວຈິງທັງໝົດ 102 ຄົນ, ຍິງ 67 ຄົນ ມາຈາກ 11 ຕົວເມືອງ ແລະ 1 ນະຄອນ, ຊຶ່ງຄະນະຮັບຜິດຊອບການສອບເສັງຈະໄດ້ຮ່ວມກັນຄົ້ນຄວ້າ ພິຈາລະນາໂດຍອີງໃສ່ມາດຖານເງື່ອນໄຂ ແລະ ຜົນການສອບເສັງຢ່າງມີເຫດຜົນ ຖືກຕ້ອງຕາມລະບຽບຫຼັກການ ຈຶ່ງສາດຮັບຮອງເອົາການຄົ້ນຄ້ວາໃນການບັນຈຸ ທົດແທນລັດຖະກອນຄູ ຕາມຈຳນວນທີ່ສິ້ນສຸດໃນຮູບການຕ່າງໆ ໃນງວດ II ປະຈຳປີ 2026 ແລະ ໃນສົກນີ້ ແຂວງຫຼວງພະບາງແມ່ນໄດ້ຮັບຈຳນວນໂກຕາລັດຖະກອນຄູທັງໝົດ 61 ຄົນ, ຍິງ 39 ຄົນ, ໃນນີ້ ນະຄອນຫຼວງພະບາງ 7 ຄົນ, ເມືອງຊຽງເງິນ 5 ຄົນ, ເມືອງນານ 4 ຄົນ, ເມືອງປາກອູ 5 ຄົນ, ເມືອງນໍ້າບາກ 4 ຄົນ, ເມືອງງອຍ 4 ຄົນ, ເມືອງປາກແຊງ 5 ຄົນ, ເມືອງໂພນໄຊ 6 ຄົນ, ເມືອງຈອມເພັດ 6 ຄົນ, ເມືອງວຽງຄຳ 4 ຄົນ, ເມືອງພູຄູນ 3 ຄົນ, ເມືອງໂພນທອງ 4 ຄົນ ແລະ ໂຮງຮຽນອ້ອມຂ້າງແຂວງ 4 ຄົນ.
ໂອກາດດັ່ງກ່າວ, ທ່ານ ນາງ ວຽນວິໄລ ດີລະພັນ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ພ້ອມທັງໃຫ້ທິດຊີ້ນຳຕໍ່ກອງປະຊຸມວ່າ: ເພື່ອຮັບປະກັນໃນບັ້ນດຳເນີນການຄັດເລືອກບັນຈຸທົດແທນລັດຖະກອນຄູ ຕາມຈໍານວນທີ່ສິ້ນສຸດໃນຮູບການຕ່າງໆ ຖືກຕ້ອງຕາມ ລະບຽບຫຼັກການ, ມີຄວາມເປັນເອກະພາບ, ມີຄວາມໂປ່ງໃສ, ມີຄວາມຍຸຕິທຳ ແລະ ມີຜົນສຳເລັດຕາມກຳນົດເວລາແມ່ນໃຫ້ພະແນກສຶກສາທິການ ແລະ ກິລາແຂວງຮີບຮ້ອນລາຍງານຜົນຂອງການຕັດສິນ ເພື່ອຂໍທິດຊີ້ນຳຈາກກະຊວງສຶກສາທິການ ແລະ ກິລາຕໍ່ກັບຕົວເລກລັດຖະກອນຄູທີ່ພວກເຮົາຕ້ອງການທົດແທນ ແລະ ໂກຕາລາຍວິຊາຂອງແຕ່ລະຊັ້ນ ແຕ່ລະສາຍທີ່ມີຄວາມຕ້ອງການ ແລະ ຈຳເປັນຕໍ່ກັບວຽກງານຕົວຈິງຂອງແຕ່ລະທ້ອງຖິ່ນ ພ້ອມກັນນັ້ນກໍ່ຕ້ອງໄດ້ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ຄູອາຈານຜູ້ທີ່ມາເສັງແຕ່ຍັງບໍ່ທັນໄດ້ບັນຈຸ ແລະ ພາກສ່ວນຄູອາສາສະໝັກທີ່ບໍ່ໄດ້ມາຮ່ວມສອບເສັງຄັ້ງນີ້ເນື່ອງຈາກວ່າບໍ່ຖືກສາຍວິຊາທີ່ຕ້ອງການບັນຈຸໃຫ້ມີຄວາມອຸ່ນອ່ຽງທຸ່ນທ່ຽງຕໍ່ກັບການປະຕິບັດໜ້າທີ່ເພາະວ່າເຮົາຍັງມີໂອກາດຫຼາຍເພາະວ່າການສອບເສັງຄັດເລືອກຕົວເລກທົດແທນນີ້ແມ່ນມີ 4 ງວດຕໍ່ສົກຮຽນ.
ພາບ-ຂ່າວ: ສອນອາຄົມ ແກ້ວຄຳເພັດ ສກຂ ຫຼວງພະບາງ