ອອກເດີນທາງແລ້ວ ທັບນັກກິລານັກສຶກສາລາວ ຮ່ວມບານເຕະຊີງແຊ໋ມມະຫາວິທະຍາໄລອາຊຽນ ທີ່ ສສ ຫວຽດນາມ
25/03/2026

ທັບນັກກິລາບານເຕະນັກສຶກສາລາວ ສະຫະພັນກິລາມະຫາວິທະຍາໄລລາວ ໄດ້ອອກເດີນທາງຢ່າງເປັນທາງການແລ້ວ ໃນຕອນເຊົ້າວັນທີ 25 ມີນາ 2026 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອເຂົ້າຮ່ວມບານເຕະຊີງແຊ໋ມມະຫາວິທະຍາໄລອາຊຽນ ລະຫວ່າງວັນທີ 25 ມີນາ ຫາ 6 ເມສາ 2026 ທີ່ສະໜາມກິລາວິທະຍາໄລ ຢາຈ້າງ ແຂວງຢາຈ້າງ ຊຶ່ງໃກ້ກັບເຂດນະຄອນ ໂຮ່ຈີມິນ ສສ ຫວຽດນາມ ນຳທີມໂດຍທ່ານ ອຸດົມ ພອນຄຳເພັງ ປະທານສະຫະພັນກິລາມະຫາວິທະຍາໄລລາວ ທັງເປັນຫົວໜ້າຄະນະນຳພາ ພ້ອມດ້ວຍຄະນະນຳ, ຄູຝຶກ ແລະ ນັກກິລາ.
ໃນໂອກາດດັ່ງກ່າວ, ທ່ານ ພູວັນ ປຣະເສີດ ຫົວໜ້າການຕະຫລາດ ບໍລິສັດ ນໍ້າມັນເຊື້ອໄຟ ພີວີອອຍ (Petro veitnam oil Lao) ກໍໄດ້ສືບຕໍ່ມອບການສະໜັບສະໜູນເຄື່ອງກິລາ ເກືອບ 30 ຜືນ ແລະ ເງິນສົດ 10 ລ້ານກີບ ລວມມູນຄ່າ 15 ລ້ານກີບ ຊຸກຍູ້ສົ່ງທັບນັກສຶກສາລາວ ເຂົ້າຮ່ວມງານດັ່ງກ່າວ ປີນີ້ ເປັນທີ 2 ແລ້ວ.
ກ່ອນໜ້ານີ້, ໃນວັນທີ 24 ມີນາ 2026 ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານບໍລິສັດ ເບ ສະຫວັນ ອິນເຕີ ຈຳກັດຜູ້ດຽວ, ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ ທັງເປັນຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ແລະ ກໍເປັນຄະນະນຳພາທັບນັກກິລາບານເຕະນັກສຶກສາລາວ ກໍໄດ້ລົງຕິດຕາມ ແລະ ໃຫ້ກຳລັງໃຈນັກກິລາ ພ້ອມປະກາດອັດສີດ ນັກສຶກສາລາວ ຫາກໄດ້ແຊ໋ມການແຂ່ງຂັນບານເຕະລະດັບມະຫາວິທະຍາໄລໃນຂົງເຂດອາຊຽນ ຈະມອບເງິນລາງວັນໃຫ້ 50 ລ້ານກີບ. ພ້ອມກັນນັ້ນ, ກໍຍັງໄດ້ມອບເງິນແຮ່ຖົງໃຫ້ແກ່ນັກກິລາຫຼາຍກວ່າ 10 ລ້ານກີບອີກດ້ວຍ.
ສຳລັບຜົນງານຂອງນັກສຶກສາລາວ ໃນການເຂົ້າຮ່ວມງານດັ່ງກ່າວມາແລ້ວຄັ້ງໜຶ່ງ ແລະ ກໍສາມາດທະລຸເຂົ້າຮອບຊີງຊະນະເລີດ ແຕ່ໜ້າເສຍດາຍໄດ້ພຽງອັນດັບທີ 2 ມາຄອງ ຊຶ່ງເປັນຜົນງານໃຫ້ແກ່ປະເທດຊາດ.
ພາບ-ຂ່າວ ໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026


