Skip to main content

ປະກາດນໍາໃຊ້ຫຼັກສູດທ້ອງຖິ່ນ ການອະນຸລັກຮັກສາມໍລະດົກໂລກ ນະຄອນຫລວງພະບາງ ສໍາລັບຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ

ຕອນບ່າຍຂອງວັນທີ 3 ເມສາ 2026 ນີ້, ທີ່ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຮັບຮອງ ແລະປະກາດນຳໃຊ້ຫຼັກສູດທ້ອງຖິ່ນ “ການອະນຸລັກຮັກສາມໍລະດົກໂລກ ນະຄອນ ຫຼວງພະບາງ” ສຳລັບນັກຮຽນຊັ້ນປະຖົມສຶກສາ ແລະມັດທະຍົມສຶກສາຕອນຕົ້ນ, ໂດຍການເປັນປະທານຂອງ ທ່ານ ປອ ວົງເພັດ ອຸດົມລິດ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ກອງມະນີ ວາດຕະນາ ຫົວໜ້າກົມການເງິນ ກະຊວງສຶກສາທິການແລະກິລາ, ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ມີຜູ້ຕາງໜ້າພະແນກການ, ກົມກອງ ແລະພາກສ່ວນທີ່ກ້ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ປອ ວົງເພັດ ອຸດົມລິດ ໄດ້ມີຄໍາເຫັນກ່າວໃນພິທີວ່າ: ກອງປະຊຸມຄັ້ງນີ້, ເພື່ອຮັບຮອງ ແລະການປະກາດນຳໃຊ້ຫຼັກສູດທ້ອງຖິ່ນ, ເນື້ອໃນປື້ມແບບຮຽນ ແລະປື້ມຄູ່ມືຄູ ການອະນຸລັກຮັກສາມໍລະດົກໂລກ ນະຄອນຫຼວງພະບາງ ສຳລັບຊັ້ນປະຖົມສຶກສາ ປ.3 ຫາ ປ.6 ແລະມັດທະຍົມຕອນຕົ້ນ ມ.1 ຫາ ມ.3, “ຫຼັກສູດສະບັບນີ້ ມີຄວາມສຳຄັນຢ່າງຍິ່ງ ເພື່ອຜູກຈິດສຳນຶກ ໃຫ້ເດັກນ້ອຍຫຼວງພະບາງ ໄດ້ຮັບຮູ້ ແລະຮັກສາມໍລະດົກວັດທະນະທຳອັນລ້ຳຄ່າ ທີ່ອົງການອຸຍເນັດໂກ (UNESCO) ໄດ້ຂຶ້ນທະບຽນເປັນມໍລະດົກໂລກ ຕັ້ງແຕ່ປີ 1995.” ດັ່ງນັ້ນ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ຈັດຫຼັກສູດນີ້ຂຶ້ນ ເພື່ອຮັກສາເອກະລັກ ແລະຄຸນຄ່າມໍລະດົກ ໃຫ້ຄົງຢູ່ກັບສັງຄົມຫຼວງພະບາງ ຕະຫຼອດໄປ.
ໃນພິທີ, ໄດ້ຮັບຟັງຮັບຊົມວີດີໂອສັ້ນ ກ່ຽວກັບການເຄື່ອນໄຫວເກັບກໍາຂໍ້ມູນ, ການນໍາສະເໜີ ການອະນຸລັກມໍລະດົກໂລກ ແລະການພັດທະນາການທ່ອງທ່ຽວ ວັດທະນະທຳ, ຜົນສຳເລັດ ວິທີການຮຽບຮຽງຫຼັກສູດປື້ມແບບຮຽນ, ຈາກນັ້ນ ສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ມອບປື້ມແບບຮຽນ, ປື້ມຄູ່ມືຄູ ໃຫ້ກັບພະແນກ ສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ນຳໄປຈັດຕັ້ງປະຕິບັດການຮຽນ-ການສອນ ໃຫ້ໄດ້ຮັບຜົນດີ.
ພາບ+ຂ່າວ: ທະນູສິນ ອິດທິພົນ