Skip to main content

ມອບເງິນຊ່ວຍເຫຼືອ 326 ຄອບຄົວ ຂອງໂຮງຮຽນພາກເອກະຊົນ ທີ່ໄດ້ຮັບຜົນກະທົບຈາກພະຍຸໝາກເຫັບ ເມືອງສີໂຄດຕະບອງ

06/04/2026
ສະມາຄົມການສຶກສາພາກເອກະຊົນ ລວມພະລັງນ້ຳໃຈທົ່ວປະເທດ ລະດົມທຶນຊ່ວຍເຫຼືອ 326 ຄອບຄົວ ຂອງໂຮງຮຽນພາກເອກະຊົນ ທີ່ໄດ້ຮັບຜົນກະທົບຈາກພະຍຸໝາກເຫັບ ຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເພື່ອເປັນການຊ່ວຍເຫຼືອເຊິ່ງກັນແລະ ກັນ ແລະເປັນກຳລັງໃຈໃຫ້ຄອບຄົວຂອງໂຮງຮຽນທີ່ຂຶ້ນກັບໄດ້ແປງເຮືອນຊານໃຫ້ມີສະພາບດີຂຶ້ນ.
ພິທີມອບເງິນດັ່ງກ່າວ, ໄດ້ມີຂຶ້ນເມື່ອບໍ່ດົນມານີ້ ທີ່ສະພາການສຶກສາພາກເອກະຊົນ ໂດຍໃຫ້ກຽດມອບຂອງທ່ານ ບຸນຕີ ສິດທິນົນທອງ ຮອງປະທານສະມາຄົມການສຶກສາພາກເອກະຊົນ ແລະ ຕາງໜ້າຮັບຂອງປະທານສະມາຄົມກ່ນສຶກສາພາກເອກະຊົນ ປະຈຳ 7 ເມືອງໃນ ນວ, ພ້ອມດ້ວຍພະນັກງານງານແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສໍາລັບເງິນທີ່ມອບໃນຄັ້ງນີ້, ແມ່ນຄະນະບໍລິຫານງານສະມາຄົມການສຶກສາພາກເອກະຊົນ ຈຳນວນ 65 ທ່ານ ພ້ອມດ້ວຍການສຶກສາພາກເອກະຊົນປະຈຳເມືອງ (ສກອ), ແຂວງ ແລະ ໂຮງຮຽນພາກເອກະຊົນທົ່ວປະເທດ ຮ່ວມໃຈລະດົມທຶນຊ່ວຍເຫຼືອສຸກເສີນ ແກ່ຜູ້ປະສົບໄພພະຍຸໝາກເຫັບ ຢູ່ເມືອງສີໂຄດຕະບອງ ຈຳນວນ 326 ຄອບຄົວ ຂອງຄູ ແລະ ນັກຮຽນ ເປັນຈຳນວນເງິນ 100.000.000 ກີບ.
ຂໍ້ມູນຂ່າວ:ການສຶກສາພາກເອກະຊົນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ