Skip to main content

ມສ ນາຊານ ແລະ ມ.ຕົ້ນ ພູຫວດ ປະກາດເປັນໂຮງຮຽນປອດຢາເສບຕິດ 10 ສົກຮຽນຊ້ອນ

ໃນວັນທີ 31 ມີນາ 2026, ຄະນະຮັບຜີດຊອບ ໄດ້ລົງປະກາດ ໂຮງຮຽນ ມສ ນາຊານ ແລະ ໂຮງຮຽນ ມ.ຕົ້ນ ພູຫວດ ເມືອງງາ ແຂວງອຸດົມໄຊ ເປັນໂຮງຮຽນປອດຢາເສບຕິດ 10 ສົກຮຽນຊ້ອນ (ແຕ່ປີ 2013-2023) ຢູ່ທີ ໂຮງຮຽນ ມສ ນາຊານ ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ຄໍາພຸດ ຕາວິລົມ ຄະນະປະຈໍາພັກເມືອງ, ເລຂາຄະນະພັກຮາກຖານ, ຫົວໜ້າກອງບັນຊາການ ປກສ ເມືອງ ແລະ ທ່ານ ສີທອງ ທັນຂັນຕິ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ, ມີຄະນະຕາແສງ, ຜູ້ອໍານວຍການໂຮງຮຽນ ຄູ-ອາຈານ, ຄະນະພັດທະນາການສຶກສາຂັ້ນບ້ານ, ເຖົ້າແກ່ແນວໂຮມ, ພໍ່ແມ່ນັກຮຽນ ແລະ ນັກຮຽນທັງໝົດເຂົ້າຮ່ວມ.
ໃນພິທີ, ໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ວ່າດ້ວຍການຮັບຮອງເອົາໂຮງຮຽນທັງ 2 ແຫ່ງ ແລະ ຂໍ້ຕົກລົງຂອງທ່ານເຈົ້າເມືອງງາ ທີ່ອະນຸມັດໃຫ້ປະກາດເປັນໂຮງຮຽນປອດຢາເສບຕິດ. ໂອກາດນີ້, ຄະນະປະທານໄດ້ມອບໃບຢັ້ງຢືນ ແລະ ໃບຍ້ອງຍໍຂອງທ່ານເຈົ້າແຂວງ ໃຫ້ແກ່ຄະນະອໍານວຍການໂຮງຮຽນທັງ 2 ແຫ່ງ ເພື່ອເປັນການຍ້ອງຍໍສັນລະເສີນຜົນງານໃນການຕ້ານ ແລະ ສະກັດກັ້ນສິ່ງເສບຕິດໃນສະຖານການສຶກສາ. ຜ່ານການຈັດຕັ້ງປະຕິບັດທີ່ຜ່ານມາ, ໂຮງຮຽນທັງ 2 ແຫ່ງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ນັກຮຽນຫັນມາຫຼິ້ນກິລາ ແລະ ຫ່າງໄກຈາກຢາເສບຕິດ. ພ້ອມທັງເນັ້ນໜັກການປະຕິບັດຫຼັກການ “10 ບໍ່” ຢ່າງເຂັ້ມງວດ ເປັນຕົ້ນແມ່ນ ບໍ່ເສບ, ບໍ່ຊື້, ບໍ່ຂາຍ ແລະ ບໍ່ໃຫ້ການຮ່ວມມືກັບຂະບວນການຢາເສບຕິດໃນທຸກຮູບແບບ.ໃນຕອນທ້າຍຂອງພິທີ, ບັນດາທ່ານປະທານ ແລະ ແຂກທີ່ເຂົ້າຮ່ວມ ໄດ້ຮ່ວມກັນເປີດປ້າຍໂຮງຮຽນປອດຢາເສບຕິດ 10 ສົກຮຽນຊ້ອນ ເພື່ອເປັນສັນຍະລັກແຫ່ງຄວາມສໍາເລັດ ແລະ ເປັນບ່ອນອີງໃນການສືບຕໍ່ສ້າງໂຮງຮຽນປອດຢາເສບຕິດ 15 ສົກຮຽນຊ້ອນໃນຕໍ່ໜ້າ.