ປະທານເອເອັບຊີ ສົ່ງຈົດໝາຍອວຍພອນ ປະທານວີເອັບເອັບ ແລະ ທີມຊາດຫວຽດນາມ U17 ຫຼັງສ້າງຜົນງານເດັ່ນຄວ້າໂຄຕ້າລຸຍບານໂລກ ທີ່ປະເທດກາຕາ

ວັນທີ 16 ພຶດສະພາ 2026, ທ່ານ ຊານມານ ບິນ ອີບຣາຮິມ ອັນ ຄາລິຟາ (Salman bin Ebrahim Al Khalifa) ປະທານສະຫະພັນກິລາບານເຕະແຫ່ງອາຊີ (AFC) ທັງເປັນຮອງປະທານອາວຸໂສຂອງສະຫະພັນກິລາບານເຕະສາກົນ (FIFA) ໄດ້ສົ່ງຈົດໝາຍອວຍພອນເຖິງ ທ່ານ ເຈິ່ນ ກວົກ ຕ໊ວນ (Trần Quốc Tuấn) ປະທານສະຫະພັນກິລາບານເຕະແຫ່ງຊາດຫວຽດນາມ (VFF) ແລະ ຄະນະນັກກິລາທີມຊາດຫວຽດນາມ ຮຸ່ນອາຍຸບໍ່ເກີນ 17 ປີ (U17) ທຸກໆຄົນ ຫຼັງຈາກທີ່ສາມາດສ້າງຜົນງານອັນດີເດັ່ນໃນການແຂ່ງຂັນບານເຕະຮຸ່ນອາຍຸບໍ່ເກີນ 17 ປີ ຊີງແຊ໋ມອາຊີ 2026, ເຊິ່ງເຮັດໃຫ້ສາມາດຄວ້າໂຄຕ້າເຂົ້າຮ່ວມການແຂ່ງຂัນບານເຕະຮຸ່ນອາຍຸບໍ່ເກີນ 17 ປີ ຊີງແຊ໋ມໂລກ 2026 ຫຼື ລາຍການ FIFA U17 World Cup 2026 ທີ່ປະເທດກາຕາ ເປັນເຈົ້າພາບ ຢ່າງເປັນທາງການ.
ໃນຈົດໝາຍ, ປະທານ AFC ໄດ້ຂຽນວ່າ: “ຈິດວິນຍານແຫ່ງຄວາມມັກຮັກ ແລະ ຄວາມທຸ້ມເທທີ່ທີມຊາດຫວຽດນາມ ສະແດງອອກມານັ້ນ ແມ່ນໜ້າຊົມເຊີຍເປັນຢ່າງຍິ່ງ. ຂ້າພະເຈົ້າຂໍອວຍພອນໃຫ້ U17 ຫວຽດນາມ ປະສົບແຕ່ສິ່ງດີໆໃນຂະບວນການກຽມຄວາມພ້ອມ ແລະ ເຊື່ອໝັ້ນວ່າພວກນ້ອງຈະເປັນຕົວແທນໃຫ້ແກ່ອາຊີ ເຂົ້າຮ່ວມໃນເວທີລະດັບໂລກຢ່າງມີກຽດສັກສີ”.
ປະທານ AFC ຍັງໄດ້ສົ່ງຄຳຊົມເຊີຍໄປຍັງຄະນະນັກກິລາ ແລະ ຄະນະຄູຝຶກທຸກຄົນ ຜູ້ທີ່ຮ່ວມກັນສ້າງຜົນງານອັນຍິ່ງໃຫຍ່ທາງປະຫວັດສາດໃນຄັ້ງນີ້. ນີ້ແມ່ນຄັ້ງທຳອິດທີ່ U17 ຫວຽດນາມ ໄດ້ເປັນຕົວແທນທະວີບອາຊີ ໃນການແຂ່ງຂັນຮອບສຸດທ້າຍ U17 World Cup, ເຊິ່ງເປັນການຢືນຢັນຄືນອີກຄັ້ງເຖິງການພັດທະນາຂອງວົງການບານເຕະເຍົາວະຊົນຂອງປະເທດຊາດໃນເວທີສາກົນ.
ພາບ-ຂໍ້ມູນ: ສະຫະພັນກິລາບານເຕະແຫ່ງຊາດຫວຽດນາມ (VFF)

