Skip to main content

ອູການດາ ຢືນຢັນພົບຜູ້ເສຍຊີວິດຈາກເຊື້ອອີໂບລາ 1 ລາຍ ຂະນະທີ່ ຄອງໂກ ຍອດຜູ້ເສຍຊີວິດເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ

18/05/2026
ສຳນັກຂ່າວຕ່າງປະເທດລາຍງານ: ກະຊວງສາທາລະນະສຸກຂອງປະເທດ ອູການດາ ໄດ້ອອກຖະແຫຼງການຢືນຢັນໃນວັນທີ 15 ພຶດສະພານີ້ວ່າ: ໄດ້ກວດພົບຜູ້ຕິດເຊື້ອໄວຣັດອີໂບລາ (Ebola) ຈຳນວນ 1 ລາຍ ເຊິ່ງເປັນສາຍພັນ ບັນດິບັກໂຢ (Bundibugyo). ຜູ້ຕິດເຊື້ອດັ່ງກ່າວໄດ້ເສຍຊີວິດແລ້ວໃນຫ້ອງ ICU ເມື່ອວັນທີ 14 ພຶດສະພາ ທີ່ຜ່ານມາ ຫຼັງຈາກມີອາການເລືອດອອກພາຍໃນຢ່າງຮຸນແຮງ. ຈາກການວິນິໄສໂລກພົບວ່າ ຜູ້ເສຍຊີວິດແມ່ນກໍລະນີນຳເຂົ້າທີ່ເດີນທາງມາຈາກ ສາທາລະນະລັດ ປະຊາທິປະໄຕ ຄອງໂກ (DR Congo) ເຊິ່ງເປັນປະເທດທຳອິດທີ່ປະກາດການລະບາດໃນຄັ້ງນີ້.
​ສະຖານະການໃນ ຄອງໂກ ເຂັ້ມງວດຂຶ້ນ​
ທາງດ້ານສູນປ້ອງກັນ ແລະ ຄວບຄຸມໂລກແຫ່ງອາຟຣິກາ (Africa CDC) ລະບຸວ່າ: ການລະບາດໃນຄັ້ງນີ້ເກີດຂຶ້ນຢູ່ແຂວງອິທູຣິ (Ituri) ຂອງ ຄອງໂກ ໂດຍພົບກໍລະນີຕ້ອງສົງໄສທີ່ລໍຖ້າການຢືນຢັນສູງເຖິງ 246 ຄົນ ແລະ ມີຜູ້ເສຍຊີວິດໄປແລ້ວ 65 ຄົນ. ຢ່າງໃດກໍຕາມ, ອົງການອະນາໄມໂລກ (WHO) ໄດ້ເປີດເຜີຍຂໍ້ມູນຫຼ້າສຸດວ່າ ໃນບັນດາກໍລະນີຕ້ອງສົງໄສທັງໝົດນັ້ນ ມີ 13 ລາຍທີ່ໄດ້ຮັບການຢືນຢັນຜົນກວດເປັນບວກແລ້ວ.
​ລາຍງານຫຼ້າສຸດຈາກສຳນັກຂ່າວ ຣອຍເຕີ (Reuters) ອ້າງອີງຂໍ້ມູນຈາກກະຊວງສາທາລະນະສຸກຂອງ ຄອງໂກ ລະບຸວ່າ ຍອດຜູ້ເສຍຊີວິດຈາກອີໂບລາໃນປະເທດໄດ້ເພີ່ມຂຶ້ນເປັນ 80 ຄົນແລ້ວ.
​ການຮ່ວມມືລະຫວ່າງປະເທດເພື່ອສະກັດກັ້ນ
​ປັດຈຸບັນ, Africa CDC ກຳລັງຈັດກອງປະຊຸມດ່ວນຮ່ວມກັບຕົວແທນຈາກ ຄອງໂກ, ອູການດາ, ຊູດານໃຕ້ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອວາງມາດຕະການເຝົ້າລະວັງການເດີນທາງຂ້າມຊາຍແດນ ແລະ ກຽມຄວາມພ້ອມໃນການຕອບໂຕ້ການລະບາດຢ່າງທັນການ.
​ທ່ານ ທີໂດຣດ ອັດຮານອມ ເກບຣີເຢຊຸດ ຜູ້ອຳນວຍການອົງການອະນາໄມໂລກ (WHO) ກ່າວວ່າ: “WHO ກຳລັງເຮັດວຽກຢ່າງໃກ້ຊິດກັບລັດຖະບານຄອງໂກ ເພື່ອຄວບຄຸມການລະບາດໃນຄັ້ງນີ້.” ໂດຍກ່ອນໜ້ານີ້ WHO ໄດ້ຮັບລາຍງານກໍລະນີຕ້ອງສົງໄສຄັ້ງທຳອິດໃນວັນທີ 5 ພຶດສະພາ ແລະ ໄດ້ສົ່ງທີມຊ່ຽວຊານລົງໄປກວດສອບໃນພື້ນທີ່ທັນທີ.
​ເຊື້ອໄວຣັດອີໂບລາ ເປັນໂລກຕິດຕໍ່ທີ່ຮ້າຍແຮງ ແລະ ມີອັດຕາການເສຍຊີວິດສູງ. ເຊື້ອນີ້ມັກພົບການລະບາດໃນເຂດປ່າຮ້ອນຂອງ ຄອງໂກ. ເຊິ່ງການຕິດຕໍ່ແມ່ນເກີດຈາກການສຳຜັດໂດຍກົງກັບ​ສານຄັດຫຼັ່ງ ຫຼື ຂອງແຫຼວໃນຮ່າງກາຍຂອງຜູ້ຕິດເຊື້ອ (ເລືອດ, ເຫື່ອ, ນໍ້າລາຍ ແລະ ອື່ນໆ). ສ່ວນ​ການສຳຜັດກັບສົບຂອງຜູ້ທີ່ເສຍຊີວິດຈາກໂລກອີໂບລາ ​ເຈົ້າໜ້າທີ່ສາທາລະນະສຸກເຕືອນໃຫ້ປະຊາຊົນໃນເຂດໃກ້ຄຽງເພີ່ມຄວາມລະມັດລະວັງ ແລະ ຕິດຕາມຂ່າວສານຢ່າງໃກ້ຊິດ.

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ