“ລົດແກ້ວ ອິນທະກຸມມານ” ສ້າງຜົນງານເດັ່ນຄວ້າແຊ໋ມແລ່ນມາຣາທອນລາຍການຊຸບເປີສະປອດ ໄລຍະທາງ 16 ກິໂລແມັດ ຢູ່ປະເທດໄທ
18/05/2026

ວົງການກິລາແລ່ນ-ລານຂອງສປປ ລາວ ສ້າງຊື່ສຽງໃນເວທີສາກົນອີກຄັ້ງ ເມື່ອນັກແລ່ນສາວທີມຊາດລາວ “ນາງ ລົດແກ້ວ ອິນທະກຸມມານ” ຜູ້ທີ່ສາມາດກວາດລາງວັນມາຄອງໄດ້ແລ້ວນັບບໍ່ຖ້ວນ ສາມາດຜົນງານໄດ້ຢ່າງໂດດເດັ່ນອີກຄັ້ງ ດ້ວຍການຄວ້າອັນດັບທີ 1 ໃນການແຂ່ງຂັນແລ່ນມາຣາທອນລາຍການໃຫຍ່ລະດັບພາກພື້ນ ລາຍການ “SuperSports 10 Mile Marathon” ທີ່ຈັດຂຶ້ນຢ່າງຍິ່ງໃຫຍ່ ຢູ່ນະຄອນຫຼວງບາງກອກ ປະເທດໄທ ໃນວັນທີ 17 ພຶດສະພາ 2026 ນີ້.
ການແຂ່ງຂັນໃນລາຍການດັ່ງກ່າວ ຖືເປັນໜຶ່ງໃນລາຍການແລ່ນທີ່ໄດ້ຮັບຄວາມສົນໃຈ ແລະ ມີມາດຕະຖານສູງ, ເຊິ່ງໃນປີນີ້ມີບັນດານັກແລ່ນທັງພາຍໃນປະເທດໄທ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຄຶກຄື້ນ ຫຼາຍກວ່າ 7.500 ຄົນ ໂດຍມີການແຂ່ງຂັນໃນ 2 ໄລຍະທາງຫຼັກ ຄື: ໄລຍະທາງ 10 ໄມ (ປະມານ 16 ກິໂລແມັດ) ແລະ 5 ໄມ (ປະມານ 8 ກິໂລແມັດ).ໃນການລົງແຂ່ງຂັນປະເພດຍິງ ໄລຍະທາງ 16 ກິໂລແມັດ, ນາງ ລົດແກ້ວ ອິນທະກຸມມານ ບໍ່ເຮັດໃຫ້ແຟນກິລາຊາວລາວທົ່ວປະເທດຜິດຫວັງ ໂດຍລາວໄດ້ສະແດງສະມັດຖະພາບຮ່າງກາຍອັນແຂງແຮງ, ຄວາມອົດທົນ ແລະ ຊັ້ນເຊີງການແລ່ນລະດັບແນວໜ້າ ສາມາດເລັ່ງຄວາມໄວເອົາຊະນະຄູ່ແຂ່ງ ແລະ ເຂົ້າເສັ້ນໄຊເປັນອັນດັບທີ 1 ຄວ້າແຊ໋ມມາຄອງໄດ້ຢ່າງສົມສັກສີ ດ້ວຍສະຖິຕິເວລາ 1 ຊົ່ວໂມງ 4 ນາທີ 45 ວິນາທີ.
ໄຊຊະນະໃນຄັ້ງນີ້ ບໍ່ພຽງແຕ່ເປັນການພິສູດໃຫ້ເຫັນເຖິງຄວາມສາມາດອັນໂດດເດັ່ນ ແລະ ການພັດທະນາຢ່າງບໍ່ຢຸດຢັ້ງຂອງ ລົດແກ້ວ ອິນທະກຸມມານ ເທົ່ານັ້ນ, ແຕ່ຍັງເປັນການສ້າງຄວາມພາກພູມໃຈ, ສ້າງຊື່ສຽງ ແລະ ນຳເອົາຮອຍຍິ້ມມາໃຫ້ແກ່ຄົນລາວທັງຊາດ ພ້ອມທັງເປັນແຮງບັນດານໃຈອັນຍິ່ງໃຫຍ່ໃຫ້ແກ່ນັກກິລາຮຸ່ນສືບທອດຂອງລາວໃນເວທີສາກົນຕໍ່ໄປ.
ຂ່າວຫຼ້າສຸດ
- ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ


