Skip to main content

ສກມ ໄຊບົວທອງ ຫາລືກະກຽມຄວາມພ້ອມສອບເສັງຈົບຊັ້ນປະຖົມ ປ.5 ແລະ ມັດທະຍົມຕອນຕົ້ນ ມ.4 ສົກຮຽນ 2025-2026

ກອງປະຊຸມກະກຽມຄວາມພ້ອມໃນບັ້ນການສອບເສັງຈົບຊັ້ນ ປະຖົມ ປ.5 ແລະ ມັດທະຍົມຕອນຕົ້ນ ມ.4 ປະຈໍາສົກຮຽນ 2025 – 2026 ຢູ່ເມືອງໄຊບົວທອງ ແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 21 ພຶດສະພາ 2026 ຢູ່ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ອຸດົມໄຊ ລັດຕະນະເຮືອງສີ ກໍາມະການພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ທ່ານ ບຸນແສງ ໄຊຍະວົງ ກໍາມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ພ້ອມດ້ວຍຄະນະ, ມີບັນດາປະທານຄະນະກໍາມະການປົກຄອງຕາແສງ 4 ຕາແສງ, ຫົວໜ້າ-ຄະນະຫ້ອງການກ່ຽວຂ້ອງ ແລະ ພະນັກງານບໍລິຫານຫ້ອງການສຶກສາທິການ ແລະ ກິລາເມືອງເຂົ້າຮ່ວມ.
ກອງປະຊຸມໄດ້ລາຍງານການກຽມຄວາມພ້ອມກ່ອນການສອບເສັງຈົບຊັ້ນປະຖົມ ປ.5 ແລະ ມັດທະຍົມຕອນຕົ້ນ ມ.4 ປະຈໍາສົກຮຽນ 2025-2026, ເມືອງໄຊບົວທອງ ມີໂຮງຮຽນທັງໝົດ 75 ແຫ່ງ, ໂຮງຮຽນອະນຸບານ 11 ແຫ່ງ, ໂຮງຮຽນປະຖົມ 51 ແຫ່ງ, ມູນລະປະຖົມ 12 ແຫ່ງ, ປະຖົມສົມບູນ 39 ແຫ່ງ, ໂຮງຮຽນມັດທະຍົມ 13 ແຫ່ງ, ໃນນັ້ນມັນທະຍົມຕອນຕົ້ນ 7 ແຫ່ງ, ມັດທະຍົມສົມບູນ 6 ແຫ່ງ, ແລະ ໄດ້ຜ່ານຂໍ້ຕົກລົງ ຂອງຄະນະກໍາມະການປົກຄອງເມືອງ ເລກທີ 663/ຄປມ.ຊທ ລົງວັນທີ 30 ເມສາ 2026 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຊີ້ນໍາລວມສະເພາະກິດ ຄະນະຮັບຜິດຊອບດ້ານວິຊາການ ຄະນະກໍາມະການຮັບຜິດຊອບດ້ານລະບຽບວິໃນ ເພື່ອຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນ ໃນບັ້ນສອບເສັງ, ຈາກນັ້ນກອງປະຊຸມກໍ່ໄດ້ຄົ້ນຄວ້າແລກປ່ຽນຄໍາຄິດ-ຄໍາເຫັນ ຕໍ່ວຽກງານການສອບເສັງ ຢ່າງກົງໄປກົງມາ ແລະ ໄດ້ຮັບຟັງການມີຄໍາເຫັນໂອ້ລົມ ຂອງ ທ່ານ ອຸດົມໄຊ ລັດຕະນະເຮືອງສີ ປະທານກອງປະຊຸມ ເພື່ອເປັນທິດໃນການຈັດຕັ້ງປະຕິບັດວຽກງານໃນບັ້ນການສອບເສັງ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ ແລະ ມີປະສິດທິພາບສູງສຸດ.