Skip to main content

ຫ້ອງການ ຄລອ ສະຫຼຸບໂຄງການ ປະຈໍາປີ 2025 ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະຮັບຜິດຊອບໂຄງການ

25/05/2026
ຫ້ອງການ ຄະນະກຳມາທິການແຫ່ງຊາດລາວ-ເກົາຫຼີ ເພື່ອອຸຍແນັດໂກ (ຄລອ) ໄດ້ຈັດກອງປະຊຸມສະຫຼຸບໂຄງການ ປະຈໍາປີ 2025 ແລະ ການຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະຮັບຜິດຊອບໂຄງການຮ່ວມມື ລະຫວ່າງ ຄະນະກຳມາທິການແຫ່ງຊາດລາວ-ເກົາຫຼີ ເພື່ອອຸຍແນັດໂກ ພາຍໃຕ້ໂຄງການ “ສົ່ງເສີມເປົ້າໝາຍການພັດທະນາແບບຍືນຍົງ-ເປົ້າໝາຍທີ 4” (Bridge Laos Project) ໄລຍະ II ໃນວັນທີ 25 ພຶດສະພາ 2026 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງ ສສກ ທັງເປັນເລຂາທິການຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍແນັດໂກ ພ້ອມດ້ວຍຫົວໜ້າກົມການສຶກສານອກໂຮງຮຽນ ແລະ ທີມງານ, ບັນດາຮອງຫົວໜ້າພະແນກ ແລະ ທີມງານຈາກພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ ຕະຫຼອດຮອດວິທະຍາກອນ ແລະ ຄະນະຮັບຜິດຊອບໂຄງການ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ມີຄຳເຫັນຊີ້ນຳ ແລະ ກ່າວເປີດກອງປະຊຸມບາງຕອນວ່າ: ກອງປະຊຸມສະຫຼຸບໂຄງການ ປະຈໍາປີ 2025 ແລະ ການຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະຮັບຜິດຊອບໂຄງການຮ່ວມມື ລະຫວ່າງ ຄະນະກຳມາທິການແຫ່ງຊາດລາວ-ເກົາຫຼີ ເພື່ອອຸຍແນັດໂກ ພາຍໃຕ້ໂຄງການ “ສົ່ງເສີມເປົ້າໝາຍການພັດທະນາແບບຍືນຍົງ-ເປົ້າ ໝາຍທີ 4” (Bridge Laos Project) ໄລຍະ II ຈະເປັນເວທີອັນສໍາຄັນໃຫ້ແກ່ພວກເຮົາທຸກຄົນ. ສະນັ້ນ, ຂໍໃຫ້ບັນດາຄະນະຮັບຜິດຊອບທຸກທ່ານ ພ້ອມກັນສະຫຼຸບ ແລະ ຖອດຖອນບົດຮຽນ ເຊິ່ງຈະໄດ້ຮ່ວມກັນຕີລາຄາຄືນຜົນສຳເລັດ, ສິ່ງທ້າທາຍ ແລະ ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດແຜນກິດຈະກຳໃນປີ 2025 ທີ່ຜ່ານມາ ເພື່ອຊອກຫາວິທີການປັບປຸງໃຫ້ດີຂຶ້ນ; ພິຈາລະນາ ແລະ ປຶກສາຫາລື ແຜນກິດຈະກຳປະຈຳປີ 2026 ໃຫ້ມີຄວາມສອດຄ່ອງກັບສະພາບຄວາມເປັນຈິງຂອງແຕ່ລະທ້ອງຖິ່ນ; ເປັນໂອກາດໃຫ້ແກ່ພວກເຮົາ ໃນການສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນ ເພື່ອຍົກລະດັບຂີດຄວາມສາມາດ ໃຫ້ແກ່ຄະນະຮັບຜິດຊອບໂຄງການ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນທັກສະການນຳໃຊ້ເຄື່ອງມືເກັບກຳຂໍ້ມູນແບບອອນລາຍ ແລະ ການສ້າງບົດລາຍງານທີ່ມີຄຸນນະພາບ ຜ່ານການສຳພາດ, ການຖ່າຍພາບ ແລະ ວິດີໂອ.
ທ່ານປະທານກອງປະຊຸມມີຄຳເຫັນຕື່ມວ່າ: ເພື່ອເຮັດໃຫ້ກອງປະຊຸມ ແລະ ການຝຶກອົບຮົມຄັ້ງນີ້ ບັນລຸໄດ້ຕາມຄາດໝາຍ ແລະ ມີປະສິດທິຜົນສູງສຸດ, ຂ້າພະເຈົ້າ ຂໍຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກທ່ານ ຈະຍົກສູງຄວາມຮັບຜິດຊອບ, ເອົາໃຈໃສ່ຕິດຕາມ, ປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ໂດຍຍົກເອົາບັນຫາຕົວຈິງ ທີ່ພົບພໍ້ຢູ່ທ້ອງຖິ່ນຂອງຕົນໄລຍະ 1 ປີທີ່ຜ່ານມາ ຮ່ວມກັນແກ້ໄຂ. ພ້ອມນັ້ນ, ກໍເອົາໃຈໃສ່ ແລະ ມີຄວາມຫ້າວຫັນ ໃນການຝຶກທັກສະການນຳໃຊ້ລະບົບອອນລາຍ ແລະ ການຮຽນຮູ້ກ່ຽວກັບການຖ່າຍພາບ ແລະ ວິດີໂອ ຈາກວິທະຍາກອນໃຫ້ໄດ້ຫຼາຍທີ່ສຸດ ເພື່ອນຳໄປຜັນຂະຫຍາຍ ແລະ ນຳໃຊ້ເຂົ້າໃນວຽກງານຕົວຈິງ ໃຫ້ເກີດດອກອອກຜົນ ແລະ ມີຄວາມວ່ອງໄວ ແລະ ທັນສະໄໝຫຼາຍຂຶ້ນ.
ຢ່າງໃດກໍຕາມ, ໃນກອງປະຊຸມ ບັນດາຜູ້ແທນເຂົ້າຮ່ວມຍັງໄດ້ຮັບຟັງການນຳສະເໜີຫົວຂໍ້ຕ່າງໆຈາກຄະນະຮັບຜິດຊອບທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ວຽກງານການຄຸ້ມຄອງບໍລິຫານໂຄງການ ໃນສົກປີ 2025 ແລະ ການສົ່ງເສີມວຽກງານ ICT ໃນແຂວງເປົ້າໝາຍ, ແຜນການຈັດຕັ້ງປະຕິບັດກິດຈະກໍາ ປີ 2026 ແລະ ທຶນການສຶກສາຈາກ ວົງ Seventeen ຈາກ ສ. ເກົາຫຼີ; ນຳສະເໜີຜົນຂອງການຈັດຕັ້ງປະຕິບັດໂຄງການ Bridge Laos Project ໃນໄລຍະ II ປະຈຳປີ 2025 ພ້ອມທັງແຜນການຈັດຕັ້ງປະຕິບັດ ໃນປີ 2026; ນຳສະເໜີບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງການຮຽນການສອນ 5 ບ້ານເປົ້າໝາຍ ເມືອງເຊໂປນ; ນຳສະເໜີບົດຮຽນທີ່ຖອດຖອນໃນການສົ່ງເສີມພູມປັນຍາຊາວບ້ານ ຝຶກອົບຮົມຫັດຖະກຳຕຳແຜ່ນແພຂອງບ້ານ ປຸ້ງຫວີງ; ນຳສະເໜີບົດຮຽນທີ່ຖອດຖອນໄດ້ໃນການສ້າງຄວາມເຂັ້ມແຂງທາງດ້ານທັກສະການສິດສອນຜູ້ໃຫຍ່ 2 ເມືອງ ຄື ເມືອງໄຊ ແລະ ເມືອງງາ; ປະກອບຄຳເຫັນ ແລະ ສົນທະນາລວມ ພ້ອມທັງຫາວິທີການແກ້ໄຂ ແລະ ແຜນກິດຈະກຳໃນປີ 2026; ນຳສະເໜີຮ່າງປ້ອນຂໍ້ມູນນັກຮຽນ, ຄູສອນ ແລະ ການຝຶກອົບຮົມວິຊາຊີບ, ອຸປະກອນປະຈໍາປີ 2026; ນໍາສະເໜີກ່ຽວກັບແຜນການຮຽນການສອນ ປະຈໍາເດືອນທີ່ສູນການຮຽນຮູ້ຊຸມຊົນ (ສູນເປົ້າໝາຍ); ນຳສະເໜີເຕັກນິກການຂຽນຂ່າວ, ຂຽນບົດ ແລະ ການຖ່າຍພາບນິ້ງ; ນຳສະເໜີເຕັກນິກພື້ນຖານການຖ່າຍພາບວິດີໂອ-ສິ່ງທີ່ຄວນເອົາໃຈໃສ່ໃນການຖ່າຍພາບວິດີໂອ ແລະ ການສົ່ງຂໍ້ມູນວິດີໂອຜ່ານ Google Drive.
ສຳລັບກອງປະຊຸມດັ່ງກ່າວ ແມ່ນຈະດຳເນີນລະຫວ່າງວັນທີ 25-29 ພຶດສະພາ 2026 ຈຶ່ງຈະສຳເລັດ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ