ເບ ສະຫວັນ ຄອງແຊ໋ມ 2 ລາຍການ ບານເຕະເຍົາວະຊົນ ຊີງຂັນປະທານຄະນະກຳມະການປົກຄອງເມືອງໄຊເຊດຖາ
25/05/2026

ເກັ່ງຫຼາຍ ຫຼານນ້ອຍສະໂມສອນ ເບ ສະຫວັນ (BAYSAVANH fc) ຄວ້າແຊ໋ມເຕະບານເຍົາວະຊົນລະດັບຍະຄອນຫຼວງວຽງຈັນ ຊີງຂັນປະທານຄະນະກຳມະການປົກຄອງເມືອງໄຊເຊດຖາ ສ້າງຂະບວນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ 1 ມິຖຸນາ 2026 ທັງຮຸ່ນອາຍຸບໍ່ເກີນ 10 ປີ (ຢູ10) ແລະ 12 ປີ.
ການແຂ່ງຂັນລາຍການນີ້ ຈັດຂຶ້ນ ໃນວັນທີ 23-24 ພຶດສະພາ 2026 ທີ່ເດີ່ນບານເບ ສະຫວັນ ເມືອງໄຊເຊດຖາ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍ ທ່ານ ປອ ນາງ ບົວວອນ ສຸກລາເເສງ ກຳມະການພັກນະຄອນຫຼວງວຽງຈັນ, ເລຂາພັກເມືອງໄຊເຊດຖາ ທັງເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນນະຄອນຫຼວງ ເຂດເລືອກຕັ້ງເມືອງໄຊເຊດຖາ, ທ່ານ ກຸມພະວາ ຈຳປາສຸກ ຮອງເລຂາພັກເມືອງ, ປະທານຄະນະກຳມະການເມືອງໄຊເຊດຖາ, ປະທານຈັດງານ ແລະ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນ ກິລາບານເຕະຄົນພິການເເຫ່ງຊາດລາວ, ຮອງປະທານສະຫະພັນບານເຕະນະຄອນຫຼວງ ທັງເປັນປະທານສະໂມສອນ ເບ ສະຫວັນ ເອັບຊີ ພ້ອມດ້ວຍຫົວໜ້າທີມ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດຜູ້ປົກຄອງເຂົ້າຮ່ວມຢ່າງຫຼວງຫຼາຍ.
ລາຍການດັ່ງກ່າວ ສຳລັບ ຢູ-12 ມີ 11 ທີມເຂົ້າຮ່ວມ. ຜ່ານການແຂ່ງຂັນຜົນປະກົດວ່າ: ຊະນະເລີດ ເປັນຂອງ BAYSAVANH fc A ໄດ້ຮັບຂັນແຊ໋ມ, ຫຼຽນຄຳ ພ້ອມເງິນ 4.000.000 ກີບ, ຮອງຊະນະເລີດ ສະໂມສອນ ໂຮງຮຽນ ເຄເອັນຊີ (KNC) ໄດ້ຮັບຫຼຽນເງິນ, ຂັນ ແລະ ເງິນສົດ 2.500.000 ກີບ ແລະ ອັນດັບທີ 3 ເປັນຂອງ ສະໂມສອນ sengdara ໄດ້ຮັບຫຼຽນທອງ, ຂັນ ແລະ ເງິນສົດ 1.500.000 ກີບ.
ສ່ວນ ຢູ-10 ມີ 8 ທີມເຂົ້າຮ່ວມ. ຜ່ານການແຂ່ງຂັນຜົນປະກົດວ່າ:
ຊະນະເລີດ ເປັນຂອງ BAYSAVANH fc A ໄດ້ຮັບຂັນແຊ໋ມ, ຫຼຽນຄຳ ພ້ອມເງິນ 4.000.000 ກີບ, ຮອງຊະນະເລີດ BAYSAVANH fc B ໄດ້ຮັບຫຼຽນເງິນ, ຂັນ ແລະ ເງິນສົດ 2.500.000 ກີບ
ແລະ ອັນດັບທີ 3 ສະໂມສອນ ພີທີເຄ ຢູໄນເຕັດ (PTK) ໄດ້ຮັບຫຼຽນທອງ, ຂັນ ແລະ ເງິນສົດ 1.500.000 ກີບ.
ສຳລັບອາທິດຕໍ່ໄປ ສະໂມສອນ ເບ ສະຫວັນ ຍັງຈະສືບຕໍ່ຈັດການແຂ່ງຂັນເຕະເຍົາວະຊົນ ຮຸ່ນອາຍຸ 14 ແລະ 16 ປີ ຕື່ມອີກ.
ຂ່າວ ໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ ປຶກສາຫາລືຜົນການປະເມີນຜົນການຮຽນ ໂດຍນໍາໃຊ້ມາດຕະຖານຄຸນນະພາບຂັ້ນພື້ນຖານຊັ້ນປະຖົມສຶກສາ
- ມອບ-ຮັບໜ້າທີ່ ຫົວໜ້າກົມກວດກາ ກະຊວງ ສສກ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່
- ສສກ-ສະຫະລັດອາເມຣິກາ ສືບຕໍ່ຮ່ວມມືໂຄງການສົ່ງເສີມການສອນພາສາອັງກິດ ໄລຍະ 2 ປີ
- ສສພຊ ຈັດຕັ້ງປະຕິບັດໂຄງການຮ່ວມມືດ້ານການສຶກສາພົນລະເມືອງໂລກ ປະຈຳປີ 2026
- ຈຳປາສັກ ພ້ອມເຂົ້າຮ່ວມແຂ່ງຂັນກະຕໍ້ ຊີງແຊ້ມທົ່ວປະເທດ ຄັ້ງທີ 1 ປີ 2026
- ລາວ-ຫວຽດນາມ ຮ່ວມມືສົ່ງເສີມທັກສະການປ້ອງກັນການລ່ວງລະເມີດທາງເພດ ສຳລັບເດັກອາຍຸ 3-5 ປີ


