Skip to main content

ສຕຂ ສາລະວັນ ຈັບມື ບໍລິສັດ ລາຊາສະປອດ ຍົກລະດັບວົງການບານເຕະພາຍໃນແຂວງ ແລະ ສົ່ງເສີມຜະລິດຕະພັນລາວ

ສະຫະພັນກິລາບານເຕະແຂວງ ຫຼື ສຕຂ ສາລະວັນ ໄດ້ບັນລຸຂໍ້ຕົກລົງຄັ້ງສຳຄັນ ດ້ວຍການເຊັນສັນຍາຮ່ວມມືຢ່າງເປັນທາງການກັບ ບໍລິສັດ ລາຊາສະປອດ (LAZA SPORT) ຜູ້ໃຫ້ບໍລິການເຄື່ອງກິລາຄົບວົງຈອນ ແລະ ເສື້ອກິລາພິມລາຍຍອດນິຍົມ ເພື່ອຮ່ວມກັນຊຸກຍູ້ ແລະ ພັດທະນາວຽກງານກິລາບານເຕະພາຍໃນແຂວງໃຫ້ມີບາດກ້າວຂະຫຍາຍຕົວໃໝ່ຢ່າງແຂງແຮງ.
​ພິທີເຊັນສັນຍາຮ່ວມມືໃນຄັ້ງນີ້ ມີຂຶ້ນລະຫວ່າງ ທ່ານ ໂພທິຍາ ວົງຈອມສີ ກຳມະການພັກແຂວງ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ, ທັງເປັນປະທານສະຫະພັນກິລາບານເຕະແຂວງສາລະວັນ ແລະ ທ່ານ ໄຊພອນ ແກ້ວບົວລະພາ ຜູ້ອຳນວຍການບໍລິສັດ ລາຊາສະປອດ, ມີ ທ່ານ ສຸລັດ ອິນທະວົງ ແລະ ທ່ານ ສຸກທະວີ ຈັນທະວີລາດ ຮອງປະທານສະຫະພັນບານເຕະແຂວງສາລະວັນ ຕະຫຼອດຮອດຄະນະບໍລິຫານງານສະຫະພັນບານເຕະແຂວງເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ.
​​ການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງນີ້ ມີຈຸດປະສົງຕົ້ນຕໍເພື່ອຍົກລະດັບມາດຕະຖານວຽກງານກິລາບານເຕະພາຍໃນແຂວງສາລະວັນ ໃຫ້ມີຄວາມເຂັ້ມແຂງ ແລະ ກ້າວໜ້າຂຶ້ນໄປເລື້ອຍໆ. ພ້ອມດຽວກັນນັ້ນ, ຍັງເປັນການຊຸກຍູ້ສົ່ງເສີມຜະລິດຕະພັນພາຍໃນປະເທດ ໃຫ້ເປັນທີ່ຮູ້ຈັກຢ່າງກວ້າງຂວາງ ແລະ ເປັນການສ້າງບາດກ້າວໃໝ່ໃນການພັດທະນາກິລາຮ່ວມກັບພາກເອກະຊົນ. ເຊິ່ງ​ພາຍໃຕ້ຂໍ້ຕົກລົງດັ່ງກ່າວ, ທັງສອງຝ່າຍໄດ້ເຫັນດີຮ່ວມມືກັນໃນຫຼາຍດ້ານ ໂດຍທາງ ບໍລິສັດ ລາຊາສະປອດ ຍິນດີໃຫ້ການສະໜັບສະໜູນດັ່ງນີ້:
​ດ້ານອຸປະກອນ ແລະ ເຄື່ອງກິລາ ຈະສະໜັບສະໜູນຊຸດກິລາ ແລະ ອຸປະກອນກິລາຄົບວົງຈອນໃຫ້ແກ່ທັບນັກກິລາບານເຕະແຂວງສາລະວັນ ທັງທີມຍິງ ແລະ ທີມຊາຍ, ໃນທຸກຮຸ່ນອາຍຸ ແລະ ທຸກລາຍການແຂ່ງຂັນ ບໍ່ວ່າຈະເປັນການແຂ່ງຂັນໃນລະດັບພາກ ຫຼື ລະດັບຊາດ; ໃຫ້ການສະໜັບສະໜູນການຈັດກິດຈະກຳ ແລະ ການແຂ່ງຂັນກິລາບານເຕະໃນລະດັບເມືອງ ແລະ ລະດັບແຂວງ ທຸກລາຍການຢ່າງຕໍ່ເນື່ອງ; ສະໜັບສະໜູນການຜະລິດສື່ໂຄສະນາ, ປະຊາສຳພັນການເຄື່ອນໄຫວຕ່າງໆ ແລະ ຈະມີການຖ່າຍທອດສົດ (Live Stream) ການແຂ່ງຂັນນັດສຳຄັນຕ່າງໆ ຜ່ານທາງຊ່ອງທາງສື່ “LAZA Sport Media” ເພື່ອໃຫ້ແຟນກິລາໄດ້ຕິດຕາມຢ່າງໃກ້ຊິດ.
​ໃນຕອນທ້າຍພິທີ, ທາງສະຫະພັນບານເຕະແຂວງສາລະວັນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຊົມເຊີຍມາຍັງ ບໍລິສັດ ລາຊາສະປອດ ທີ່ໄດ້ຢືນຄຽງຂ້າງ ແລະ ໃຫ້ການຊ່ວຍເຫຼືອ ສະໜັບສະໜູນວົງການກິລາແຂວງສາລະວັນ ດ້ວຍດີຕະຫຼອດມາ. ເຊິ່ງການຮ່ວມມືຄັ້ງນີ້ ປຽບເໝືອນແຮງຊຸກດັນອັນສຳຄັນທີ່ຈະຊ່ວຍພັດທະນາສັກກະຍະພາບຂອງນັກກິລາ ແລະ ຍົກລະດັບວົງການບານເຕະແຂວງສາລະວັນ ໃຫ້ກ້າວຂຶ້ນສູ່ລະດັບແນວໜ້າຂອງປະເທດໃນອະນາຄົດ.