ປະກາດໂຮງຮຽນປະຖົມສົມບູນ ຫຼວງພະບາງ ເປັນໂຮງຮຽນຕົວແບບ

ພິທີປະກາດໂຮງຮຽນປະຖົມສົມບູນ ຫຼວງພະບາງ ເປັນໂຮງຮຽນ ຕົວແບບຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 22 ພຶດສະພາ 2026 ນີ້, ທີ່ໂຮງຮຽນດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກໍາມະການປົກຄອງແຂວງຫຼວງພະບາງ, ມີທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະກິລາແຂວງ ພ້ອມດ້ວຍຄະນະ, ທ່ານຫົວໜ້າຫ້ອງການສຶກສາທິການ ແລະກິລານະຄອນ ຫຼວງພະບາງ, ຕະຫຼອດຮອດບັນດານາຍບ້ານອ້ອມຂ້າງ, ພະນັກງານຄູ-ອາຈານ, ແຂກຮັບເຊີນ ແລະ ນ້ອງໆນັກຮຽນເຂົ້າຮ່ວມ.
ກ່ອນເລີ່ມພິທີຢ່າງເປັນທາງການ, ທ່ານປະທານ ພ້ອມດ້ວຍຄະນະຜູ້ແທນ ກໍໄດ້ເດີນຢ້ຽມຊົມຫ້ອງສະໝຸດ ແລະ ຫ້ອງຮຽນພາຍໃນໂຮງຮຽນ ເພື່ອຕິດຕາມເບິ່ງສະພາບແວດລ້ອມການຮຽນ-ການສອນຕົວຈິງ ຈາກນັ້ນ ກໍໄດ້ຮັບຊົມການສະແດງສິລະປະວັນນະຄະດີອັນຈົບງາມ ແລະ ອ່ອນຊ້ອນ ຈາກນ້ອງໆນັກຮຽນໂຮງຮຽນປະຖົມສົມບູນ ຫຼວງພະບາງ ເພື່ອເປັນການສະຫຼອງພິທີດັ່ງກ່າວ.ພ້ອມດຽວກັນນີ້ ຍັງໄດ້ຈັດພິທີມອບໃບຍ້ອງຍໍ ໃຫ້ແກ່ບຸກຄົນ, ຜູ້ບໍລິຫານ, ຄູ-ອາຈານ ແລະອົງການປົກຄອງບ້ານ,ທຸກພາກສ່ວນ ທີ່ມີຜົນງານດີເດັ່ນ ແລະ ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ເຂົ້າໃນການປະກອບສ່ວນພັດທະນາການສຶກສາ ແລະ ສ້າງໂຮງຮຽນຕົວແບບໃນຄັ້ງນີ້.
ຈາກນັ້ນ ທ່ານ ບົວແຫວນ ບຸນທະວົງ ຫົວໜ້າຫ້ອງການສຶກສາທິການ ແລະກິລາ ນະຄອນຫຼວງພະບາງ ໄດ້ຜ່ານບົດລາຍງານຜົນການຈັດຕັ້ງປະຕິບັດ ການສ້າງໂຮງຮຽນຕົວແບບ ເຊິ່ງໄດ້ຍົກໃຫ້ເຫັນວ່າ: ໂຮງຮຽນປະຖົມສົມບູນ ຫຼວງພະບາງ ຕັ້ງຢູ່ບ້ານວັດໜອງ (ກຸ່ມຊຽງທອງ) ເປັນໂຮງຮຽນປະຖົມແຫ່ງທໍາອິດຂອງ ແຂວງຫຼວງພະບາງ ທີ່ສ້າງຂຶ້ນໃນສະຕະວັດທີ 19 (ປີ 1920), ມີເນື້ອທີ່ທັງໝົດ 17.160 ຕາແມັດ. ປັດຈຸບັນ ໂຮງຮຽນແຫ່ງນີ້ມີອາຄານຮຽນ 3 ຫຼັງ, ມີ 13 ຫ້ອງຮຽນ, ມີພະນັກງານຄູທັງໝົດ 14 ທ່ານ (ຍິງ 12 ທ່ານ) ແລະ ມີນັກຮຽນທັງໝົດ 400 ທ່ານ (ຍິງ 195 ທ່ານ) ເຊິ່ງເປັນລູກຫຼານທີ່ມາຈາກ 8 ບ້ານອ້ອມຂ້າງ ຄື: ບ້ານຊຽງທອງ, ບ້ານໂພນເຮືອງ, ບ້ານວັດແສນ, ບ້ານວັດໜອງ, ບ້ານຊຽງມ່ວນ, ບ້ານຈຸມຄ້ອງ, ບ້ານປ່າຂາມ ແລະບ້ານຂາມຢ່ອງ. ຜ່ານຂະບວນການຈັດຕັ້ງປະຕິບັດ ແລະ ຜ່ານການປະເມີນຢ່າງເຂັ້ມງວດມາແຕ່ສົກຮຽນ 2020-2021 ເປັນຕົ້ນມາ, ມາຮອດວັນທີ 6 ກຸມພາ 2026, ຄະນະກໍາມະການປະເມີນຂັ້ນພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລົງປະເມີນຄືນເປັນຄັ້ງທີ 2 ແລະໄດ້ຢັ້ງຢືນວ່າ: ໂຮງຮຽນປະຖົມສົມບູນ ຫຼວງພະບາງ ສາມາດປະຕິບັດໄດ້ຄົບຖ້ວນຕາມ 8 ດ້ານ, 39 ຕົວຊີ້ວັດ ແລະ 152 ຄາດໝາຍ ເທົ່າກັບ 100% .
ໂອກາດດັ່ງກ່າວນີ້ ທ່ານຮອງປະທານຄະນະກໍາມະການປົກຄອງແຂວງ ກໍໄດ້ໃຫ້ກຽດມອບ ໃບຢັ້ງຢືນ ໂຮງຮຽນຕົວແບບ ໃຫ້ອໍານວຍການໂຮງຮຽນ ແລະຍັງໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດຊຶ້ງ ຕໍ່ກັບຜົນສໍາເລັດອັນໃຫຍ່ຫຼວງໃນຄັ້ງນີ້ ແລະ ເນັ້ນໃຫ້ທຸກພາກສ່ວນ ຈົ່ງພ້ອມກັນຮັກສາມູນເຊື້ອ ແລະ ມາດຕະຖານ 100% ນີ້ໄວ້ໃຫ້ຍືນຍົງ, ພ້ອມທັງສືບຕໍ່ປັບປຸງພື້ນຖານໂຄງລ່າງ, ອຸປະກອນ ICT ແລະ ຫ້ອງຮຽນ ໃຫ້ມີຄວາມທັນສະໄໝ ເພື່ອຮອງຮັບໃຫ້ແກ່ການຮຽນ-ການສອນ ໃຫ້ມີຄຸນນະພາບສູງຂຶ້ນເລື້ອຍໆ.
ຕອນທ້າຍຂອງພິທີ, ທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກໍາມະການປົກຄອງແຂວງຫຼວງພະບາງ ພ້ອມດ້ວຍຄະນະຜູ້ແທນ ກໍໄດ້ໃຫ້ກຽດຮ່ວມກັນ ຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນ ແລະ ເປັນຂີດໝາຍແຫ່ງການປະກາດເປີດ ໂຮງຮຽນປະຖົມສົມບູນ ຫຼວງພະບາງ ເປັນໂຮງຮຽນຕົວແບບ ຢ່າງເປັນທາງການ.



