Skip to main content

“ສຸລັນດາ ທຳມະວົງ” ນັກຮຽນເກັ່ງລະຊາດ ສົກຮຽນ 2025-2026 ຮັບການຍ້ອງຍໍຢ່າງສົມກຽດຈາກການນຳເມືອງໄຊບົວທອງ

25/05/2026
​ເມືອງໄຊບົວທອງ ໄດ້ຈັດພິທີຊົມເຊີຍຜົນສຳເລັດການເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບຊາດ ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ ແລະ ສົມກຽດ ໃນວັນທີ 22 ພຶດສະພາ 2026 ນີ້ ຢູ່ທີ່ສະໂມສອນຫ້ອງວ່າການເມືອງໄຊບົວທອງ ແຂວງຄຳມ່ວນ ເພື່ອເປັນການຍ້ອງຍໍ ແລະ ໃຫ້ກຳລັງໃຈແກ່ນ້ອງນັກຮຽນ, ຄູ-ອາຈານ ທີ່ສ້າງຜົນງານອັນໂດດເດັ່ນໃຫ້ແກ່ທ້ອງຖິ່ນ ໂດຍການເປັນປະທານຂອງ ທ່ານ ປອ ສິນນະສອນ ແສງຈັນທະວົງ ກຳມະການພັກແຂວງ, ເລຂາພັກເມືອງໄຊບົວທອງ, ມີທ່ານ ອຸດົມໄຊ ລັດຕະນະເຮືອງສີ ກຳມະການພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມເມືອງ ພ້ອມດ້ວຍບັນດາປະທານຄະນະກຳມະການປົກຄອງຕາແສງ, ຫົວໜ້າ-ຄະນະຫ້ອງການອ້ອມຂ້າງ, ຫົວໜ້າ-ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ, ຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງຫຼວງຫຼາຍ.
​​ກ່ອນການເລີ່ມຕົ້ນພິທີຢ່າງເປັນທາງການ, ຄະນະຜູ້ແທນນຳພາໂດຍ ທ່ານ ອຸດົມໄຊ ລັດຕະນະເຮືອງສີ ໄດ້ຮ່ວມກັນວາງກະຕ່າດອກໄມ້ຢູ່ຕໍ່ໜ້າອານຸສອນຮູບປັ້ນ ປະທານ ໄກສອນ ພົມວິຫານ ເພື່ອສະແດງຄວາມເຄົາລົບຮັກ ແລະ ລະນຶກເຖິງຄຸນງາມຄວາມດີຂອງເພິ່ນ. ຈາກນັ້ນ, ຈຶ່ງໄດ້ເຄື່ອນຍ້າຍໄປຍັງສະໂມສອນຫ້ອງວ່າການເມືອງ ເພື່ອດຳເນີນພິທີການ ໂດຍມີການຮັບຊົມບົດຟ້ອນອັນອ່ອນຊ້ອນ ແລະ ສວຍງາມ ຈຳນວນ 2 ບົດຟ້ອນ ຈາກນ້ອງນັກຮຽນ ເພື່ອເປັນການຕ້ອນຮັບ ແລະ ສ້າງບັນຍາກາດຟົດຟື້ນ.
​ໃນພິທີ, ທ່ານ ບຸນແສງ ໄຊຍະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຂຶ້ນຜ່ານບົດລາຍງານຜົນການແຂ່ງຂັນສອບເສັງນັກຮຽນເກັ່ງລະດັບຊາດ ປະຈຳສົກຮຽນ 2025–2026. ເຊິ່ງໃນສົກຮຽນນີ້, ເມືອງໄຊບົວທອງ ມີຕົວແທນນັກຮຽນເກັ່ງລະດັບແຂວງຄຳມ່ວນ ທີ່ໄດ້ເຂົ້າຮ່ວມສອບເສັງໃນລະດັບຊາດ ຄື ນາງ ສຸລັນດາ ທທຳມະວົງ ນັກຮຽນຈາກ ໂຮງຮຽນ ມສ ສີວິໄລ ເມືອງໄຊບົວທອງ, ​ເຂົ້າຮ່ວມສອບເສັງໃນ ວິຊາພາສາລາວ-ວັນນະຄະດີ ຂັ້ນ ມ.4
​ສາມາດຍາດໄດ້ຄະແນນສອບເສັງລະດັບຊາດ 6,75 ຄະແນນ ແລະ ໄດ້ຮັບ ລາງວັນຊົມເຊີຍ.
​ພິທີໄດ້ຈັດການມອບລາງວັນ ແລະ ໃບຍ້ອງຍໍຂອງປະທານຄະນະກຳມະການປົກຄອງເມືອງ ໃຫ້ແກ່ ນັກຮຽນເກັ່ງ, ຄູສອນບຳລຸງ ແລະ ຜູ້ປົກຄອງນັກຮຽນເກັ່ງ ເພື່ອເປັນກຽດ ແລະ ຂວັນກຳລັງໃຈ ໂດຍໃຫ້ກຽດຂຶ້ນມອບໂດຍ ທ່ານ ປອ ສິນນະສອນ ແສງຈັນທະວົງ ເລຂາພັກເມືອງໄຊບົວທອງ.
​​ໃນໂອກາດອັນສະຫງ່າລາສີນີ້, ທ່ານ ປອ ສິນນະສອນ ແສງຈັນທະວົງ ໄດ້ມີຄຳເຫັນໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດອົກສຸດໃຈ ມາຍັງບັນດາຄູ-ອາຈານ, ນ້ອງນັກຮຽນ ຕະຫຼອດຮອດຜູ້ປົກຄອງ ທີ່ໄດ້ເອົາໃຈໃສ່ປະກອບສ່ວນເຫື່ອແຮງ, ສະຕິປັນຍາ ເຂົ້າໃນບັ້ນການສອບເສັງນັກຮຽນເກັ່ງໃນຄັ້ງນີ້ ຈົນສາມາດຍາດໄດ້ລາງວັນຊົມເຊີຍລະດັບຊາດມາຄອບຄອງ. ພ້ອມນັ້ນ, ​ທ່ານໄດ້ເນັ້ນໜັກວ່າ: “ຜົນສຳເລັດໃນຄັ້ງນີ້ ແມ່ນໝາກຜົນແຫ່ງຄວາມດຸໝັ່ນຂະຫຍັນພຽນ, ຄວາມມານະອົດທົນໃນການສຶກສາຄົ້ນຄວ້າຮ່ຳຮຽນຂອງນ້ອງນັກຮຽນເອງ, ທັງເປັນການຢັ້ງຢືນເຖິງຄຸນນະພາບຂອງການຮຽນ-ການສອນ ຂອງໂຮງຮຽນ ມສ ສີວິໄລ ກໍຄືການສຶກສາພາຍໃນເມືອງໄຊບົວທອງ ທີ່ໄດ້ຮັບການພັດທະນາໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ.” ພ້ອມກັນນັ້ນ ທ່ານຍັງໄດ້ຊຸກຍູ້ໃຫ້ທຸກພາກສ່ວນຮັກສາມູນເຊື້ອອັນດີງາມນີ້ໄວ້ ແລະ ສືບຕໍ່ຮ່ວມແຮງຮ່ວມໃຈກັນພັດທະນາການສຶກສາຂອງເມືອງໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
#​ແຫຼ່ງຂໍ້ມູນຂ່າວ: Khammouane News

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ