Skip to main content

ທີມງານສູນໂຄສະນາຂ່າວສານ ລົງເຄື່ອນໄຫວເກັບກຳຂໍ້ມູນ ແລະ ພາບໂຮງຮຽນຕົວແບບ ຢູ່ເມືອງຄຳ ແຂວງຊຽງຂວາງ ກຽມສ້າງເປັນວິດີໂອສົ່ງເສີມການສຶກສາ

25/05/2026
ທີມງານສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ປະກອບມີ ຂະແໜງວາລະສານ ແລະ ໜັງສືພິມ, ຂະແໜງໂທລະພາບ ແລະ ຂະແໜງວິທະຍຸສຶກສາ-ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ລົງເຄື່ອນໄຫວເກັບກຳຂໍ້ມູນ, ພາບນິ້ງ, ພາບວິດີໂອ ແລະ ສຳພາດຜູ້ບໍລິຫານການສຶກສາຂັ້ນພະແນກ, ຂັ້ນເມືອງ, ຂັ້ນບ້ານ, ຂັ້ນໂຮງຮຽນ ແລະ ພໍ່ແມ່ຜູ້ປົກຄອງນັກຮຽນ ຕະຫຼອດຮອດນ້ອງນ້ອຍນັກຮຽນ ຢູ່ໂຮງຮຽນປະຖົມສົມບູນລ່ອງລານ ເມືອງຄຳ ແຂວງຊຽງຂວາງ ໃນລະຫວ່າງວັນທີ 18-21 ພຶດສະພາ 2026 ນີ້ ເພື່ອນຳເອົາບົດຮຽນອັນດີເລີດໃນການບໍລິຫານໂຮງຮຽນ ແລະ ການມີສ່ວນຮ່ວມຂອງພໍ່ແມ່ປະຊາຊົນ ທີ່ເຫັນໄດ້ເຖິງຄວາມສຳຄັນຂອງວຽກງານການສຶກສາ ເພື່ອເປັນແບບຢ່າງໃຫ້ກັບແຂວງ, ເມືອງ ແລະ ໂຮງຮຽນອື່ນໆໄດ້ນຳເອົາມາໝູນໃຊ້ເຂົ້າໃນການບໍລິຫານໂຮງຮຽນຂອງຕົນໃຫ້ດີຂຶ້ນເທື່ອລະກ້າວ.
ໃນການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ພາຍຫຼັງເດີນທາງເຖິງແຂວງຊຽງຂວາງ, ທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ໄດ້ນຳພາທີມງານເຂົ້າພົບ ແລະ ລາຍງານຈຸດປະສົງຕໍ່ ທ່ານ ນາງ ດາວອນ ເດດວົງສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ.
ໂອກາດນີ້, ທ່ານຜູ້ອຳນວຍການສູນໂຄສະນາຂ່າວສານ ກ່າວວ່າ: ການລົງເຄື່ອນໄຫວດັ່ງກ່າວ ແມ່ນປະຕິບັດຕາມທິດຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໂດຍມີເປົ້າໝາຍສຳຄັນໃນການສຳພາດ ແລະ ເກັບກຳຂໍ້ມູນກ່ຽວກັບ “ໂຮງຮຽນຕົວແບບດ້ານການບໍລິຫານ ແລະ ການມີສ່ວນຮ່ວມຂອງຊຸມຊົນໃນວຽກງານການສຶກສາ”. ຈຸດປະສົງຫຼັກແມ່ນເພື່ອຜະລິດສື່ໂຄສະນາປະຊາສຳພັນ ປຸກລະດົມໃຫ້ທົ່ວສັງຄົມ, ໂດຍສະເພາະແມ່ນພໍ່ແມ່ຜູ້ປົກຄອງ ແລະ ອົງການຈັດຕັ້ງບ້ານ ໄດ້ເຫັນເຖິງຄວາມສຳຄັນຂອງການສຶກສາ ພ້ອມທັງຮ່ວມມືກັນສົ່ງເສີມ ແລະ ນຳພາເດັກໃນເກນອາຍຸເຂົ້າຮຽນໃຫ້ໄດ້ເຂົ້າຮຽນຢ່າງທົ່ວເຖິງ, ເຊິ່ງຈະເປັນສ່ວນໜຶ່ງທີ່ສຳຄັນໃນການຊ່ວຍຫຼຸດຜ່ອນອັດຕາການປະລະການຮຽນຂອງເດັກນ້ອຍໃນທ້ອງຖິ່ນດັ່ງກ່າວ.
ໂອກາດນີ້, ທ່ານ ນາງ ດາວອນ ເດດວົງສອນ ໄດ້ສະແດງຄວາມຕ້ອນຮັບຢ່າງຈິງໃຈ ແລະ ອົບອຸ່ນມາຍັງຄະນະທີມງານໂຄສະນາຂ່າວສານການສຶກສາ ແລະ ກິລາທຸກທ່ານ ພ້ອມທັງຕີລາຄາສູງຕໍ່ການລົງເຄື່ອນໄຫວໃນຄັ້ງນີ້ ແລະ ຮູ້ສຶກດີໃຈຫຼາຍ ທີ່ຄະນະນຳຂັ້ນເທິງເລືອກເອົາແຂວງຊຽງຂວາງຂອງພວກເຮົາ ເວົ້າລວມ, ເວົ້າສະເພາະແມ່ນໂຮງຮຽນ ປະຖົມລ່ອງລານ ເມືອງຄຳ ເຊິ່ງເປັນໂຮງຮຽນຕົວແບບດີເດັ່ນໃນການສຳພາດ. ສະນັ້ນ, ຂໍຖືເອົາໂອກາດນີ້ອວຍພອນໃຫ້ທີມງານສູນໂຄສະນາຂ່າວສານທຸກທ່ານ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານຕາມຄາດໝາຍທີ່ວາງໄວ້ທຸກປະການ.
ພາຍຫຼັງສຳເລັດພິທີຕ້ອນຮັບແລ້ວ, ທີມງານສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ກໍໄດ້ສຳພາດທ່ານຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ກ່ຽວກັບທັດສະນະ, ການຊ່ວຍເຫຼືອ ແລະ ການຊຸກຍູ້ສົ່ງເສີມໂຮງຮຽນດັ່ງກ່າວ ຈົນເຮັດໃຫ້ປະສົບຜົນສຳເລັດຕາມຄາດໝາຍ.
ຫຼັງຈາກນັ້ນ, ທີມງານສູນໂຄສະນາຂ່າວສານ ໄດ້ເດີນທາງຕໍ່ໄປຍັງ ເມືອງຄຳ ເພື່ອເຂົ້າພົບປະ ແລະ ແຈ້ງເຈດຈຳນົງໃນການລົງເຮັດວຽກຢູ່ພື້ນຖານ ຕໍ່ ທ່ານ ແສງຈັນ ດວງບຸບຜາ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຄຳ ພ້ອມທັງສຳພາດເອົາຂໍ້ມູນ ແລະ ບັນທຶກວິດີໂອ. ກ່ອນສືບຕໍ່ເດີນທາງໄປຍັງໂຮງຮຽນປະຖົມລ່ອງລານ ເພື່ອສຳພາດຜູ້ອຳນວຍການໂຮງຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ, ຄູສອນ ແລະ ນ້ອງຮຽນ ຈົນສຳເລັດຕາມຄາດໝາຍ ກ່ອນເດີນທາງກັບສູ່ກົມກອງດ້ວຍຄວາມສະຫວັດດີພາບ ແລະ ມີຜົນສຳເລັດຢ່າງຈົບງາມ.
ພາບໂດຍ: ການຈະນາ ວົງປັນຍາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ