ແຂວງອຸດົມໄຊ ຈັດກິດຈະກຳວັນບານເຕະເຍົາວະຊົນ ປະຈຳປີ 2026 ຢ່າງຄຶກຄື້ນ

ວັນທີ 23 ພຶດສະພາ 2026, ແຂວງອຸດົມໄຊ ໄດ້ຈັດກິດຈະກຳວັນບານເຕະຮາກຖານເຍົາວະຊົນ ຫຼື AFC Grassroots Football Day ປະຈຳປີ 2026 ຂຶ້ນຢ່າງເປັນທາງການ ທີ່ສະໜາມກິລາແຂວງອຸດົມໄຊ ເພື່ອມຸ່ງເນັ້ນການສ້າງພື້ນຖານ ແລະ ຄັດເລືອກນັກກິລາບານເຕະລຸ້ນສືບທອດທີ່ມີພອນສະຫວັນ ເຂົ້າສູ່ທີມແຂວງ ແລະ ທີມຊາດໃນອະນາຄົດ.
ໃຫ້ກຽດເຂົ້າຮ່ວມໃນພິທີເປີດຄັ້ງນີ້ໂດຍ ທ່ານ ສີທອງ ທັນຂັນຕີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ, ທ່ານ ພັນໂທ ຖາວອນ ຫຼວງຈັນດາວົງ, ຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ (ສຕລ) ພ້ອມດ້ວຍຄະນະສະຫະພັນກິລາບານເຕະແຂວງ, ຄູຝຶກ, ແລະ ນັກກິລາເຍົາວະຊົນ ພາຍໃນເທດສະບານເມືອງໄຊ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ຄຳສຸກ ສະຣິດທິລາດ ຮອງປະທານສະຫະພັນບານເຕະແຂວງອຸດົມໄຊ ໄດ້ຂຶ້ນກ່າວເຖິງຄວາມສຳຄັນ ແລະ ຈຸດປະສົງຫຼັກຂອງກິດຈະກຳໃນຄັ້ງນີ້ວ່າ: ເພື່ອພັດທະນາທັກສະພື້ນຖານກິລາບານເຕະໃຫ້ແກ່ເຍົາວະຊົນຢ່າງຖືກຕ້ອງຕາມຂັ້ນຕອນ ແລະ ເປັນລະບົບ, ພ້ອມທັງເປັນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ຄູຝຶກພາຍໃນແຂວງ. ນອກຈາກການເຝິກຝົນທາງດ້ານເຕັກນິກແລ້ວ, ກິດຈະກຳນີ້ຍັງແນໃສ່ສົ່ງເສີມໃຫ້ເຍົາວະຊົນມີສຸຂະພາບຮ່າງກາຍທີ່ແຂງແຮງ, ສ້າງຄວາມຮັກແພງສາມັກຄີ, ປູກຝັງນ້ຳໃຈນັກກິລາ ແລະ ທີ່ສຳຄັນແມ່ນເພື່ອຊ່ວຍໃຫ້ເຍົາວະຊົນຫ່າງໄກຈາກສິ່ງເສບຕິດ ກໍຄືປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ.
ໂອກາດນີ້, ທ່ານປະທານໃນພິທີ ຍັງໄດ້ເນັ້ນໜັກຕື່ມວ່າ: ກິລາບານເຕະແມ່ນກິລາທີ່ມວນຊົນຊາວແຂວງອຸດົມໄຊໃຫ້ຄວາມນິຍົມສູງ ແລະ ມີການຂະຫຍາຍຕົວຢ່າງກວ້າງຂວາງແຕ່ຂັ້ນແຂວງລົງຮອດຮາກຖານ. ດັ່ງນັ້ນ, ການຈັດກິດຈະກຳຄັ້ງນີ້ ຈຶ່ງເປັນໂອກາດອັນດີໃນການຄັດເລືອກເອົານັກກິລາຜູ້ທີ່ມີພອນສະຫວັນ ເພື່ອນຳມາບຳລຸງສ້າງໃຫ້ກາຍເປັນນັກກິລາຕົວແທນຂອງແຂວງ ກໍຄືທີມຊາດໃນຊຸມປີຕໍ່ໜ້າ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ຄູຝຶກ ແລະ ນັກກິລາທຸກຄົນ ຈົ່ງພ້ອມກັນເອົາໃຈໃສ່ຝຶກຊ້ອມ ແລະ ປະຕິບັດຕາມລະບຽບວິໄນຢ່າງເຂັ້ມງວດ ເພື່ອເຮັດໃຫ້ວົງການກິລາບານເຕະຂອງແຂວງອຸດົມໄຊ ມີບາດກ້າວຂະຫຍາຍຕົວໃໝ່ທີ່ເຂັ້ມແຂງ ແລະ ຍືນຍົງກວ່າເກົ່າ.
ພາບ ແລະ ຂ່າວ: ແສງອາທິດ



