ທີມທະຫານຮາບເລກ 2 ວຽງໄຊ ຄວ້າແຊ໋ມເປຕັງ ຊີງຂັນຜູ້ອຳນວຍການວິທະຍາໄລສັນຕິບານປະຊາຊົນ ເລກ II ແຂວງຈຳປາສັກ

ທີມທະຫານຮາບເລກ 2 ວຽງໄຊ ປະສົບຄວາມສຳເລັດຢ່າງຍິ່ງໃຫຍ່ ດ້ວຍການຄວ້າແຊ້ມການແຂ່ງຂັນກິລາເປຕັງ ປະເພດຄູ່ຊາຍ ຮຸ່ນທົ່ວໄປ ຊີງຂັນກຽດຕິຍົດ ຜູ້ອຳນວຍການວິທະຍາໄລສັນຕິບານປະຊາຊົນ ເລກ II ແຂວງຈຳປາສັກ ຫຼັງຈາກມີການຊີງໄຊຢ່າງດຸເດືອດ ໃນວັນທີ 23 ພຶດສະພາ 2026 ທີ່ສະໜາມເປຕັງແຂວງຈຳປາສັກ. ການແຂ່ງຂັນຄັ້ງນີ້ ຈັດຂຶ້ນເພື່ອສ້າງຂະບວນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍເລິກເຊິ່ງ.
ການແຂ່ງຂັນໃນຄັ້ງນີ້ ມີທີມກິລາເປຕັງຈາກຫຼາກຫຼາຍພາກສ່ວນທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມຊີງໄຊທັງໝົດ 64 ທີມ. ຜ່ານການແຂ່ງຂັນຕະຫຼອດ 1 ວັນເຕັມ ຜົນປະກົດວ່າ: ອັນດັບທີ 1 (ຊະນະເລີດ) ທີມທະຫານຮາບເລກ 2 ວຽງໄຊ ຄວ້າຂັນລາງວັນກຽດຕິຍົດ 1 ໜ່ວຍ ພ້ອມເງິນສົດ 10,000,000 ກີບ; ອັນດັບທີ 2 ທີມເທ້ ອອກແບບກໍ່ສ້າງ ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນສົດ 5,000,000 ກີບ; ອັນດັບທີ 3 ທີມເມືອງເລົ່າງາມ ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນສົດ 3,000,000 ກີບ.
ພິທີປິດ ແລະ ມອບລາງວັນໄດ້ຈັດຂຶ້ນຢ່າງສົມກຽດ, ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ພັນເອກ ປອ ວິໄລພອນ ສຸລິວົງ ຫົວໜ້າວິທະຍາໄລສັນຕິບານປະຊາຊົນ ເລກ II ແຂວງຈຳປາສັກ, ທ່ານ ພັນເອກ ສຸລິວັນ ບຸນສະຫງ່າ ຮອງຫົວໜ້າວິທະຍາໄລສັນຕິບານປະຊາຊົນ ເລກ II ແລະ ທ່ານ ພັນໂທ ວົງເພັດ ກອງມະນີ ຮອງຫົວໜ້າວິທະຍາໄລສັນຕິບານປະຊາຊົນ ເລກ II ພ້ອມດ້ວຍຄະນະຮັບຜິດຊອບຈັດການແຂ່ງຂັນ, ແຂກຖືກເຊີນ, ຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມຢ່າງພ້ອມພຽງ.
ການແຂ່ງຂັນກິລາເປຕັງລາຍການນີ້ ແມ່ນການຮ່ວມມືລະຫວ່າງ ບໍລິສັດ ພີທີພີ ເພັດປະຈັນປະເສີດ ຈຳກັດຜູ້ດຽວ ແລະ ວິທະຍາໄລສັນຕິບານປະຊາຊົນ ເລກ II ແຂວງຈຳປາສັກ ລວມເຖິງຫ້ອງການສຶກສາທິການ ແລະ ກິລາ ນະຄອນປາກເຊ ແຂວງຈຳປາສັກ ເພື່ອແນໃສ່ສົ່ງເສີມສຸຂະພາບພະລານາໄມ ແລະ ຮັດແໜ້ນຄວາມສາມັກຄີລະຫວ່າງພາກສ່ວນຕ່າງໆໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ
