ເກັ່ງຫຼາຍ! ແພຣວາ ຜ່ານເຂົ້າຮອບຊີງຊະນະເລີດ ຍີມນາສະຕິກ ຊີງແຊ໋ມອາຊີ ພ້ອມຄວ້າໂຄຕ້າໄປ ເອຊຽນ ເກມ 2026
25/05/2026
ນ້ອງແພຣວາ ມິສາໂຕະ ພິລາພັນເດດ ຜ່ານເຂົ້າຮອບຊີງຊະນະເລີດແລ້ວ ໃນການແຂ່ງຂັນກິລາ ຍິມນາສະຕິກ ຊີງແຊ໋ມອາຊີ 2026 ທີ່ປະເທດຄີກິດສະຖານ ພ້ອມຄວ້າສິດຕາງໜ້າປະເທດລາວ ຮ່ວມແຂ່ງຂັນງານມະຫາກຳກິລາເອຊຽນ ເກມ 2026 ທີ່ເມືອງນາໂກຢາ ປະເທດຍີ່ປຸ່ນ ຮັບກຽດເປັນເຈົ້າພາບ.
ນ້ອງແພຣວາ ມິສາໂຕະ ພິລາພັນເດດ ສາວນັກກິລາຍີມນາສະຕິກທີມຊາດລາວ ໜຶ່ງດຽວຈາກປະເທດລາວ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ຜ່ານເຂົ້າຮອບຊີງຊະນະເລີດແລ້ວ ຍິມນາສະຕິກ ຊີງແຊ໋ມອາຊີ 2026 ຫຼື ລາຍການ Asian Championships 2026 Bishkek, Kyrgyzstan ຈະສືບຕໍ່ຈັດຂຶ້ນໃນວັນທີ 25 ພຶດສະພາ 2026 ນີ້ ທີ່ປະເທດຄີກິສະຖານ ເປັນເຈົ້າພາບ ພ້ອມຄວ້າໂຄຕ້າ ຕາງໜ້າປະເທດລາວ ຮ່ວມງານມະຫາກຳກິລາເອຊຽນເກມ ທີ່ປະເທດຍີ່ປຸ່ນ ຮັບກຽດເປັນເຈົ້າພາບ ໃນເດືອນຕຸລານີ້.
ສຳລັບຜົນງານຂອງ ນ້ອງແພຣວາ ມິສາໂຕະ ພິລາພັນເດດ ສາວນ້ອຍໜຶ່ງດຽວຂອງປະເທດລາວ ໃນຮອບຄັດເລືອກ ສາມາດຈົບອັນດັບທີ 18 ຈາກນັກກິລາ 36 ຄົນ ໃນທົ່ວຂົງເຂດອາຊີ ເຂົ້າຮ່ວມ ພ້ອມຄວ້າສິດຕາງໜ້າປະເທດລາວ ໄປຮ່ວມແຂ່ງຂັນ Asian Games 2026 ທີ່ເມືອງນາໂຫຢາ ປະເທດຍີ່ປຸ່ນເປັນທາງການ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ໂຮງຮຽນ ສີຫາວົງ ວິທະຍາ ສະຫຼຸບສົກຮຽນ 2025-2026 ພ້ອມເປີດວິໄສທັດຍຸກດິຈິຕອນ ແລະ AI ໃນສົກຮຽນໜ້າ
- ໂຮງຮຽນ ສະຖາພອນ ສະຫຼຸບຜົນການຮຽນ-ການສອນ ປະຈຳສົກຮຽນ 2025-2026
- ຮອງລັດຖະມົນຕີ ສສກ ເນັ້ນສື່ມວນຊົນ ຍົກລະດັບທັກສະ ແລະ ປັບຕົວເຂົ້າກັບຍຸກ AI ເພື່ອຄວາມວ່ອງໄວທັນເຫດການ
- ສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I
- ແຂວງຜົ້ງສາລີ ປາຖະກະຖາມູນເຊື້ອວັນສ້າງຕັ້ງກິລາ-ກາຍະກໍາແຫ່ງຊາດ ຄົບຮອບ 60 ປີ
- ເປີດຂະບວນການຂ່ຳນັບຮັບຕ້ອນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຢ່າງເປັນທາງການ



