Skip to main content

ມຂ ມອບ-ຮັບໃບຢັ້ງຢືນຕຳແໜ່ງວິຊາການສາດສະດາຈານກິດຕິມະສັກ ແລະ ປະລິນຍາເອກກິດຕິມະສັກ ຢ່າງສົມກຽດ ໂອກາດສະຫຼອງວັນສ້າງຕັ້ງ ມຂ ຄົບຮອບ 15 ປີ

25/05/2026
ມະຫາວິທະຍາໄລສະຫວັນນະເຂດ (ມຂ) ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນຕຳແໜ່ງວິຊາການຂັ້ນ ສາດສະດາຈານກິດຕິມະສັກ ແລະ ປະລິນຍາເອກກິດຕິມະສັກ ໃຫ້ແກ່ອະດີດການນຳ, ການນຳຂັ້ນສູງ ແລະ ຜູ້ຊົງຄຸນວຸດທິ ທັງໝົດ 6 ທ່ານ ຢ່າງສົມກຽດ ແລະ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ, ພິທີດັ່ງກ່າວຖືກຈັດຂຶ້ນທັງເປັນການສະເຫຼີມສະຫຼອງຜົນງານຜ່ານມາ ຄົບຮອບ 15 ປີ ແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ມຂ (12 ຕຸລາ 2009 – 12 ຕຸລາ 2024) ກ້າວເຂົ້າສູ່ປີທີ 17 (ສົກປີ 2025-2026).
ພິທີມອບ-ຮັບດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 22 ພຶດສະພາ 2026 ທີ່ຫໍປະຊຸມແຫ່ງຊາດ (ຫຼັກ6) ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງ ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ປັດຈຸບັນດຳລົງຕຳແໜ່ງເປັນປະທານສະພາ ມະຫາວິທະຍາໄລສະຫວັນນະເຂດ, ມີທ່ານ ຮສ.ປອ ສິດທິໄຊ ໄຊຍະວົງ ຮັກສາການແທນຜູ້ອໍານວຍການ ມະຫາວິທະຍາໄລສະຫວັນນະເຂດ, ທ່ານ ຮສ.ປອ ຫຼ້າວັນ ວົງຄໍາສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະກິລາ, ທ່ານ ຮສ.ປອ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະກິລາ ພ້ອມດ້ວຍທ່ານສາດສະດາຈານກິດຕິມະສັກ ແລະ ປະລິນຍາເອກກິດຕິມະສັກ, ຄູ-ອາຈານ ແລະ ແຂກຜູ້ມີກຽດທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ຮສ.ປອ ສິດທິໄຊ ໄຊຍະວົງ ໄດ້ຜ່ານຂໍ້ຕົກລົງ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານ ໂດຍອ້າງອີງໃສ່ກົດໝາຍວ່າດ້ວຍການສຶກສາຊັ້ນສູງ ແລະ ດຳລັດວ່າດ້ວຍຕຳແໜ່ງລັດຖະກອນຄູ ຢູ່ສະຖາບັນການສຶກສາຊັ້ນສູງ ເຊິ່ງການມອບຕຳແໜ່ງວິຊາການກິດຕິມະສັກໃນຄັ້ງນີ້ ແມ່ນການຍ້ອງຍໍ, ສັນລະເສີນ ແລະ ຢັ້ງຢືນເຖິງຄຸນງາມຄວາມດີ, ຄວາມຮູ້-ຄວາມສາມາດ, ອຸດົມການອັນສູງສົ່ງ ແລະ ຜົນງານອັນໂດດເດັ່ນ ທີ່ບັນດາທ່ານໄດ້ອຸທິດຕົນ ເພື່ອການພັດທະນາເສດຖະກິດ-ສັງຄົມ, ການສຶກສາ ແລະ ການຄົ້ນຄວ້າວິທະຍາສາດ ຂອງ ມຂ ຕະຫຼອດໄລຍະເວລາທີ່ຜ່ານມາ.
ສຳລັບຜູ້ຊົງຄຸນວຸດທິ ແລະ ການນຳຂັ້ນສູງ ທີ່ໄດ້ຮັບການເຊີດຊູກຽດ ແລະ ມອບໃບຢັ້ງຢືນຕຳແໜ່ງວິຊາການກິດຕິມະສັກ ທັງໝົດ 6 ທ່ານ ຄື: ທ່ານ ວິໄລວັນ ພົມເຂ ຮັບໃບຢັ້ງຢືນປະລິນຍາເອກກິດຕິມະສັກ (ອະດີດເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສະຫວັນນະເຂດ) ຜູ້ມີບົດບາດສູງສຸດໃນການຊີ້ນຳ-ນຳພາ ວາງແຜນຍຸດທະສາດໃນການສ້າງຕັ້ງ ມຂ; ທ່ານ ບຸນໂຈມ ອຸບົນປະເສີດ ຮັບໃບຢັ້ງຢືນ ປະລິນຍາເອກກິດຕິມະສັກ ເປັນຜູ້ມີຜົນງານໂດດເດັ່ນໃນການຊຸກຍູ້ ແລະ ຈັດຕັ້ງປະຕິບັດນະໂຍບາຍທຶນການສຶກສາໃຫ້ແກ່ນັກຮຽນທີ່ທຸກຍາກຂາດເຂີນ ໄດ້ເຂົ້າເຖິງການສຶກສາຊັ້ນສູງ; ທ່ານ ຮສ.ປອ ພຸດ ສິມມາລາວົງ ຮັບໃບຢັ້ງຢືນ ສາດສະດາຈານກິດຕິມະສັກ ເປັນຜູ້ສະເໜີແຜນຍຸດທະສາດການປະຕິຮູບລະບົບການສຶກສາແຫ່ງຊາດ ແລະ ແຜນພັດທະນາຊັບພະຍາກອນມະນຸດເຂົ້າສູ່ວາລະສະພາແຫ່ງຊາດ; ທ່ານ ຮສ.ປອ ບຸນປົງ ແກ້ວໂຣດົມ ຮັບໃບຢັ້ງຢືນ ສາດສະດາຈານກິດຕິມະສັກ ອະດີດອະທິການບໍດີທ່ານທຳອິດຂອງ ມຂ (2009-2017) ຜູ້ວາງຮາກຖານ ແລະ ນຳພາເກີດໂຄງການຂະໜາດໃຫຍ່ (SSHEP) ໃຫ້ແກ່ ມຂ; ທ່ານ ທອງໃສ ໄຊຍະວົງຄຳດີ ຮັບໃບຢັ້ງຢືນ ປະລິນຍາເອກກິດຕິມະສັກ ເປັນຜູ້ຮັບຜິດຊອບເຂດເສດຖະກິດພິເສດລະດັບຊາດ ຢູ່ແຂວງສະຫວັນນະເຂດ ເຊິ່ງເປັນກຸນແຈສຳຄັນໃນການສ້າງເງື່ອນໄຂໃຫ້ ມຂ ກາຍເປັນຕະຫຼາດແຮງງານ ແລະ ບ່ອນຝຶກງານນັກສຶກສາ; ທ່ານ ວິຊິນ ມຸ່ງສິມ ຂື້ນຮັບໃບຢັ້ງຢືນ ປະລິນຍາເອກກິດຕິມະສັກ ຫົວໜ້າສູນໄອທີ ແລະ ພັດທະນາເປັນຄະນະເຕັກໂນໂລຊີຂໍ້ມູນຂ່າວສານ, ເປັນພະນັກງານອາວຸໂສຮຸ່ນບຸກເບີກຂອງ ມຂ ຕັ້ງແຕ່ປີ 2009.
ໂອກາດດັ່ງກ່າວ, ທ່ານ ບົວສອນ ບຸບຜາວັນ ໄດ້ກ່າວສະແດງຄວາມປິຕິຊົມຊື່ນ ນຳບັນດາທ່ານທີ່ໄດ້ຮັບນາມມະຍົດ ສາດສະດາຈານກິດຕິມະສັກ ແລະ ປະລິນຍາເອກກິດຕິມະສັກ, ດັ່ງທີ່ໄດ້ຮັບຮູ້ນຳກັນແລ້ວວ່າ ວຽກງານການສຶກສາແມ່ນມີບົດບາດສຳຄັນໃນການສ້າງຊັບພະຍາກອນມະນຸດ ໂດຍສະເພາະແມ່ນວຽກງານການສຶກສາຊັ້ນສູງ ຖືວ່າເປັນໝາກຫົວໃຈຜູ້ທຳອິດໃນການພັດທະນາຄົນ ທີ່ມີຄຸນນະພາບ ອອກຮັບໃຊ້ສູ່ສັງຄົມ, ມະຫາວິທະຍາໄລ ສະຫວັນນະເຂດ ມີວິໄສທັດ ແລະ ພາລະກິດທີ່ຊັດເຈນ ໃນການພັດທະນາ ເພື່ອໃຫ້ມະຫາວິທະຍາໄລ ກາຍເປັນມະຫາວິທະຍາໄລ ທີ່ທັນສະໄໝ ກ້າວໄປສູ່ຄວາມເປັນສາກົນ ແລະ ພັນທະນາຄົນ ໃຫ້ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານ ພາຍໃນແຂວງ, ແຂວງໃກ້ຄຽງ ທີ່ຮັບຜິດຊອບ ແລະ ທົ່ວປະເທດ. ສະນັ້ນ, ການມອບໃບຢັ້ງຢືນວິທະຍາຖານະ ສາດສະດາຈານກິດຕິມະສັກ ແລະ ປະລິນຍາເອກກິດຕິມະສັກ ໃນມື້ນີ້, ແມ່ນການຢັ້ງຢືນ ແລະ ຍົກຍ້ອງສັນລະເສີນຢ່າງສົມກຽດ ຕໍ່ທັກສະສະຕິປັນຍາ, ຄວາມຮູ້-ຄວາມສາມາດ, ອຸດົມຄວາມດີ ແລະ ຜົນງານອັນໂດດເດັ່ນ ທີ່ບັນດາທ່ານໄດ້ອຸທິດຕົນ ເພື່ອການພັດທະນາເສດຖະກິດ-ສັງຄົມ, ການສຶກສາ ແລະ ການຄົ້ນຄວ້າວິທະຍາສາດຂອງມະຫາວິທະຍາໄລ ສະຫວັນນະເຂດ ຕະຫຼອດໄລຍະເວລາທີ່ຜ່ານມາ, ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍກຽດສັກສີ, ປະສົບການ ແລະ ຄວາມຮ່ວງໃຍຂອງບັນດາທ່ານ, ພວກທ່ານຈະຍັງຄົງເປັນກຳລັງແຮງອັນສຳຄັນ, ເປັນທີ່ປຶກສາ ແລະ ໃຫ້ການສະໜັບສະໜູນແກ່ວຽກງານວິຊາການຂອງມະຫາວິທະຍາໄລ ສະຫວັນນະເຂດ ກໍຄືການພັດທະນາຊັບພະຍາກອນມະນຸດ ຂອງພວກ ເຮົາໃຫ້ຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ, ເຊິ່ງຜົນງານ ແລະ ຄວາມມານະພະຍາຍາມຂອງບັນດາທ່ານ ບໍ່ພຽງແຕ່ສ້າງປະໂຫຍດອັນມະຫາສານໃຫ້ແກ່ປະເທດຊາດເທົ່ານັ້ນ, ແຕ່ຍັງເປັນແບບຢ່າງອັນດີງາມ, ເປັນແຮງບັນດານໃຈໃຫ້ແກ່ນັກສຶກສາ, ຄູ-ອາຈານ ແລະ ນັກວິຊາການຮຸ່ນຫຼັງ ໃນການສືບຕໍ່ຄົ້ນຄວ້າ, ຮ່ຳຮຽນ ແລະ ສ້າງສາພັດທະນາຕົນເອງ.
ໂດຍ: ບົວລະພາ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ