ລັດວິສາຫະກິດ ຫວຍພັດທະນາ ມອບເງິນອຸປະຖຳ 127 ລ້ານກວ່າກີບ ເພື່ອສ້ອມແປງຫ້ອງການຄູ ມສ ລົບປະດີ ແຂວງຈຳປາສັກ

ລັດວິສາຫະກິດ ຫວຍພັດທະນາ ໄດ້ປະກອບສ່ວນອຸປະຖຳງົບປະມານເປັນເງິນສົດ ຈຳນວນ 127,240,000 ກີບ (ໜຶ່ງຮ້ອຍຊາວເຈັດລ້ານສອງແສນສີ່ສິບພັນກີບ) ໃຫ້ແກ່ ໂຮງຮຽນມັດທະຍົມສົມບູນ (ມສ) ລົບປະດີ, ເມືອງໂຂງ, ແຂວງຈຳປາສັກ ເພື່ອນຳໃຊ້ເຂົ້າໃນການປັບປຸງ ແລະ ສ້ອມແປງຫ້ອງການຄູ ໃຫ້ມີສະພາບທີ່ດີຂຶ້ນ ແລະ ເອື້ອອຳນວຍຄວາມສະດວກໃຫ້ແກ່ການຮຽນ-ການສອນ.
ພິທີມອບ-ຮັບເງິນອຸປະຖຳດັ່ງກ່າວ ໄດ້ຈັດຂຶ້ນຢ່າງເປັນທາງການ ໃຫ້ກຽດກ່າວມອບໂດຍ ທ່ານ ພຸດທະສັກ ພົມມະຈັກ ຮອງຜູ້ອຳນວຍການ ລັດວິສາຫະກິດ ຫວຍພັດທະນາ ແລະ ກ່າວຮັບໂດຍ ທ່ານ ສີເຟືອນ ທອງສະໝຸດ ຜູ້ອຳນວຍການໂຮງຮຽນ ມສ ລົບປະດີ, ມີຄະນະຜູ້ບໍລິຫານ, ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ການສະໜັບສະໜູນໃນຄັ້ງນີ້ ແມ່ນປະຕິບັດຕາມການສະເໜີຮ້ອງຂໍຂອງທາງໂຮງຮຽນ ເພື່ອແນໃສ່ບູລະນະ ແລະ ສ້ອມແປງຫ້ອງການຄູ ທີ່ໄດ້ຮັບຄວາມຊຸດໂຊມໄປຕາມການເວລາ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມປອດໄພ ແລະ ສ້າງສະພາບແວດລ້ອມທີ່ດີໃນການປະຕິບັດວຽກງານວິຊາສະເພາະຂອງຄູ-ອາຈານ.
ໂອກາດນີ້, ທ່ານຜູ້ອຳນວຍການໂຮງຮຽນ ມສ ລົບປະດີ ກໍໄດ້ຕາງໜ້າໃຫ້ແກ່ຄະນະຄູ-ອາຈານ ແລະ ນັກຮຽນທັງໝົດ ສະແດງຄວາມຂອບໃຈຢ່າງສຸດຊຶ້ງ ແລະ ອວຍພອນໄຊອັນປະເສີດມາຍັງ ລັດວິສາຫະກິດ ຫວຍພັດທະນາ ທີ່ຍາມໃດກໍໃຫ້ຄວາມສຳຄັນ ແລະ ປະກອບສ່ວນຊ່ວຍເຫຼືອສັງຄົມ, ໂດຍສະເພາະແມ່ນການພັດທະນາພື້ນຖານໂຄງລ່າງການສຶກສາໃນທ້ອງຖິ່ນທີ່ຫ່າງໄກສອກຫຼີກ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ງົບປະມານດັ່ງກ່າວເຂົ້າໃນການສ້ອມແປງໃຫ້ເກີດປະໂຫຍດສູງສຸດ ແລະ ຖືກຕ້ອງຕາມເປົ້າໝາຍທີ່ວາງໄວ້.
