ເພີ່ມທະວີການປົກປ້ອງ ແລະ ພັດທະນາເດັກລາວ ໃຫ້ກາຍເປັນຜູ້ສືບທອດທີ່ດີໃນອະນາຄົດ ຄຽງຄູ່ການອະນຸລັກທຳມະຊາດ
04/06/2026

ເນື່ອງໃນໂອກາດວັນເດັກສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ, ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ໄດ້ຈັດພິທີສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ແລະ ມີຄວາມໝາຍເລິກເຊິ່ງ ຂຶ້ນເມື່ອບໍ່ດົນມານີ້ ທີ່ສູນຮ່ວມມື ແລະ ຝຶກອົບຮົມສາກົນ (ICTC), ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີຂອງ ທ່ານ ຮສ. ປອ ທອງສະລິດ ມັງໜໍ່ເມກ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານ ຄຊກມດ ແລະ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ), ຮອງປະທານ ຄຊກມດ ຜູ້ປະຈຳການ, ມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການຈັດຕັ້ງພັກ-ລັດ, ຄູ່ຮ່ວມພັດທະນາ, ພະນັກງານ, ຄູ-ອາຈານ ແລະ ຕົວແທນນ້ອງນ້ອຍເຍົາວະຊົນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ໄດ້ຂຶ້ນກ່າວເຖິງປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສຳຄັນອັນເລິກເຊິ່ງຂອງວັນເດັກສາກົນ. ພ້ອມທັງໄດ້ຕາງໜ້າໃຫ້ຄະນະຈັດຕັ້ງງານ ກ່າວຮຽກຮ້ອງ ແລະ ເນັ້ນໜັກໃຫ້ທຸກພາກສ່ວນໃນສັງຄົມ ເພີ່ມທະວີຄວາມຮັບຜິດຊອບຮ່ວມກັນໃນການປົກປ້ອງ ແລະ ພັດທະນາເດັກ ເພາະເດັກນ້ອຍໃນວັນນີ້ ຄື “ໜໍ່ແໜງຂອງຊາດ” ແລະ ເປັນຊັບພະຍາກອນມະນຸດທີ່ມີຄຸນຄ່າສູງສຸດ ທີ່ຈະກາຍເປັນຜູ້ສືບທອດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນອະນາຄົດ.
ທ່ານ ນາງ ອາລີ ວົງໜໍ່ບຸນທຳ ກ່າວຕື່ມວ່າ: ການລ້ຽງດູ ແລະ ພັດທະນາເດັກນ້ອຍໃຫ້ເຕີບໃຫຍ່ຢ່າງມີຄຸນນະພາບນັ້ນ ຕ້ອງໄດ້ຮັບການເອົາໃຈໃສ່ ແລະ ດູແລຢ່າງຄອບຄຸມຮອບດ້ານ ນັບຕັ້ງແຕ່ດ້ານສຸຂະພາບ, ໂພຊະນາການ, ການສຶກສາ, ຄວາມປອດໄພ ຕະຫຼອດຮອດການປົກປ້ອງສິດທິຂອງເດັກໃນທຸກດ້ານ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ແລະ ປອດໄພໃຫ້ພວກເຂົາໄດ້ສະແດງອອກ ແລະ ເຕີບໂຕຢ່າງສົມບູນທາງດ້ານຮ່າງກາຍ ແລະ ຈິດໃຈ.
ໂອກາດນີ້, ບົດປາໄສຍັງໄດ້ຍົກໃຫ້ເຫັນເຖິງຄວາມຈຳເປັນໃນການເຊື່ອມໂຍງລະຫວ່າງ “ວັນເດັກສາກົນ” ແລະ “ວັນປູກຕົ້ນໄມ້ແຫ່ງຊາດ” (1 ມິຖຸນາ) ເຊິ່ງເປັນການສະທ້ອນໃຫ້ເຫັນເຖິງວິໄສທັດອັນກວ້າງໄກວ່າ “ການປູກຝັງຄົນ” ແລະ “ການປູກຝັງທຳມະຊາດ” ຕ້ອງດຳເນີນໄປຄຽງຄູ່ກັນຢ່າງແຍກອອກຈາກກັນບໍ່ໄດ້. ການປູກຈິດສຳນຶກໃຫ້ເດັກນ້ອຍຮັກ ແລະ ປົກປັກຮັກສາສິ່ງແວດລ້ອມຕັ້ງແຕ່ເຍົາໄວ ປຽບເໝືອນການລົງທຶນທີ່ຍືນຍົງ ເພື່ອຮັກສາຄວາມອຸດົມສົມບູນ ແລະ ນຳພາປະເທດຊາດໄປສູ່ການພັດທະນາສີຂຽວ ຕາມທິດທາງທີ່ພັກ ແລະ ລັດຖະບານວາງໄວ້.
ນອກຈາກການຮັບຟັງບົດປາໄສທີ່ມີເນື້ອໃນເລິກເຊິ່ງແລ້ວ, ພາຍໃນງານຍັງໄດ້ມີກິດຈະກຳທີ່ໜ້າສົນໃຈ ແລະ ສ້າງສັນຫຼາຍຢ່າງ ເປັນຕົ້ນແມ່ນ ການຮັບມື ແລະ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ, ການນຳໃຊ້ເຕັກໂນໂລຊີດິຈິຕອນຢ່າງສ້າງສັນ ແລະ ປອດໄພ, ພ້ອມທັງການສະເໜີຄຳຄິດເຫັນເພື່ອມີສ່ວນຮ່ວມໃນການສ້າງນະໂຍບາຍທີ່ຕິດພັນກັບເດັກ; ຮັບຊົມວີດີໂອສັ້ນ ແລະ ການສະແດງຄວາມສາມາດທາງດ້ານສິລະປະ-ວັນນະຄະດີອັນອ່ອນຊ້ອຍ ແລະ ຟົດຟື້ນຈາກຕົວແທນນ້ອງນ້ອຍເຍົາວະຊົນ; ໄດ້ມີການຢອດຢາວິຕາມິນ A ໃຫ້ແກ່ເດັກນ້ອຍທີ່ເຂົ້າຮ່ວມງານ ເພື່ອສົ່ງເສີມສຸຂະພາບຮ່າງກາຍໃຫ້ແຂງແຮງ, ພ້ອມທັງມອບຂອງຂວັນອັນອົບອຸ່ນ ເພື່ອສ້າງຮອຍຍິ້ມ ແລະ ກຳລັງໃຈໃຫ້ແກ່ພວກເຂົາເນື່ອງໃນວັນພິເສດນີ້.
ພິທີສະເຫຼີມສະຫຼອງໃນຄັ້ງນີ້ ບໍ່ພຽງແຕ່ເປັນການລະນຶກເຖິງວັນສຳຄັນທາງປະຫວັດສາດເທົ່ານັ້ນ, ແຕ່ຍັງເປັນການປຸກລະດົມຈິດສຳນຶກ ແລະ ສົ່ງສັນຍານເຖິງທົ່ວສັງຄົມໃຫ້ຫັນມາເອົາໃຈໃສ່, ຮ່ວມແຮງຮ່ວມໃຈກັນ ເພື່ອສ້າງອະນາຄົດທີ່ດີງາມ ແລະ ສະຫວ່າງສະໄຫວໃຫ້ແກ່ເດັກນ້ອຍລາວທຸກໆຄົນ.














