Skip to main content

ສວສ ຈັດກອງປະຊຸມຂຽນຄູ່ມືແນະນໍາ “ການອ່ານຢູ່ບ້ານ” ສໍາລັບເດັກກ່ອນໄວຮຽນ ເພື່ອສົ່ງເສີມການຮຽນຮ່ວມກັບຄອບຄົວ

04/06/2026
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຂຽນໂຄງຮ່າງ ແລະ ເນື້ອໃນຄູ່ມືແນະນໍາການຈັດຕັ້ງປະຕິບັດການອ່ານຢູ່ບ້ານ (ສະບັບທົດລອງ) ສໍາລັບໂຮງຮຽນເປົ້າໝາຍການກຽມຄວາມພ້ອມດ້ານການອ່ານ ສໍາລັບເດັກອາຍຸ 5 ປີ ໃນວັນທີ 2 ມິຖຸນາ 2026 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ປອ ວົງເພັດ ອຸດົມລິດ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງມາຈາກແຂວງຜົ້ງສາລີ, ຫຼວງນໍ້າທາ, ສະຫວັນນະເຂດ, ສາລະວັນ, ບໍລິຄໍາໄຊ, ວິຊາການພາຍໃນ ສວສ, ວິຊາການກົມການສຶກສາກ່ອນໄວຮຽນ, ວິຊາການຂະແໜງການສຶກສາກ່ອນໄວຮຽນ ແລະ ຫ້ອງການປະສານງານສາກົນເພື່ອການສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ປອ ວົງເພັດ ອຸດົມລິດ ກໍໄດ້ມີຄຳເຫັນ ແລະ ກ່າວເປີດງານວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ຕໍ່ກັບການພັດທະນາການສຶກສາກ່ອນໄວຮຽນ ເຊິ່ງເປັນວຽກງານບຸລິມະສິດໃນການສະໜັບສະໜູນເດັກອາຍຸ 3-5 ປີ ບໍ່ວ່າຈະເປັນໃນຮູບແບບຂອງກຸ່ມພັດທະນາເດັກໃນຊຸມຊົນ, ຮູບແບບການສອນຄວບອາຍຸ ແລະ ຮູບແບບຫ້ອງກຽມປະຖົມ ໃຫ້ມີຄຸນນະພາບດີຂຶ້ນ. ກິດຈະກໍາ “ການອ່ານຢູ່ບ້ານ” ແມ່ນກິດຈະກໍາໜຶ່ງທີ່ຊ່ວຍຊຸກຍູ້ໃຫ້ພໍ່ແມ່ ແລະ ຜູ້ປົກຄອງໄດ້ເຂົ້າມາມີສ່ວນຮ່ວມຢ່າງຕັ້ງໜ້າໃກ້ຊິດຕິດແທດໃນການອ່ານປຶ້ມຮ່ວມກັບລູກຫຼານຢູ່ບ້ານ. ສໍາລັບເປົ້າໝາຍຫຼັກທີ່ໂຄງການເນັ້ນໃສ່ແມ່ນເດັກນ້ອຍໃນເກນອາຍຸ 3-5 ປີ ໂດຍສະເພາະແມ່ນໃນໂຮງຮຽນເປົ້າໝາຍທີ່ມີກິດຈະກໍາການກຽມຄວາມພ້ອມດ້ານການອ່ານສໍາລັບເດັກອາຍຸ 5 ປີ, ກຸ່ມພັດທະນາເດັກໃນຊຸມຊົນອາຍຸ 3-4 ປີ ແລະ ການສອນຄວບອາຍຸເດັກ 3-5 ປີ. ເຊ່ິງຜ່ານມາ, ທີມງານວິຊາການກໍໄດ້ມີການລົງເກັບຂໍ້ມູນ ແລະ ຈັດກິດຈະກໍາທົດລອງຕົວຈິງຢູ່ແຂວງບໍລິຄໍາໄຊ ແລະ ແຂວງຫຼວງພະບາງ ໂດຍມີການນໍາໃຊ້ແບບຟອມເກັບຂໍ້ມູນ, ຈັດ ການແລກປ່ຽນສົນທະນາ ແລະ ສະເໜີກິດຈະກໍາການອ່ານປຶ້ມເລື່ອງຢູ່ບ້ານໃຫ້ແກ່ຄະນະສຶກສາຂັ້ນບ້ານ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງ ເຊິ່ງທຸກພາກສ່ວນຕ່າງກໍສະແດງຄວາມດີໃຈ, ສະໜັບສະໜູນ ແລະ ຍິນດີທີ່ຈະໄດ້ມີສ່ວນຮ່ວມໃນການສົ່ງເສີມການຮຽນຮູ້ຂອງລູກຫຼານຕົນເອງ. ພ້ອມນັ້ນ, ຍັງໄດ້ເນັ້ນໜັກເຖິງຄວາມຈໍາເປັນໃນການສ້າງຄູ່ມືໃນຄັ້ງນີີ້ ເພາະເຫັນວ່າມີຄວາມຈຳເປັນຕ້ອງໄດ້ສ້າງໂຄງຮ່າງ, ຂຽນເນື້ອໃນຄູ່ມືແນະນໍາການຈັດຕັ້ງປະຕິບັດການອ່ານຢູ່ບ້ານ, ພ້ອມທັງສ້າງຄຣິບສຽງ ແລະ ວີດີໂອການອ່ານບົດເລື່ອງ (ສະບັບທົດລອງ) ເພື່ອເປັນບ່ອນອີງໃຫ້ແກ່ແຂວງເປົ້າໝາຍ ໃຫ້ມີຄວາມເອກະພາບກັນທາງດ້ານເນື້ອໃນ, ຈຸດປະສົງ, ພາລະບົດບາດຂອງແຕ່ລະຂັ້ນ ທີ່ຈະໄດ້ນໍາໄປຈັດຕັ້ງປະຕິບັດໃຫ້ມີຄວາມເຂົ້າໃຈງ່າຍ ແລະ ມີປະສິດທິຜົນສູງສຸດ.
ສຳລັບກອງປະຊຸມ ແມ່ນຈະດຳເນີນໄປເປັນເວລາ 4 ວັນ ລະຫວ່າງວັນທີ 2-5 ມິຖຸນາ 2026 ໂດຍມີການຜ່ານໂຄງຮ່າງເນື້ອໃນຄູ່ມືແນະນໍາຈັດຕັ້ງປະຕິບັດການອ່ານປຶ້ມເລື່ອງຢູ່ບ້ານ (ສະບັບທົດລອງ), ແບ່ງກຸ່ມຂຽນເນື້ອໃນຄູ່ມືຄູແນະນໍາການຈັດຕັ້ງປະຕິບັດການອ່ານປຶ້ມເລື່ອງຢູ່ບ້ານ, ຂຽນ ແລະ ຜ່ານເນື້ອໃນຄູ່ມືຄູແນະນໍາການຈັດຕັ້ງປະຕິບັດການອ່ານປຶ້ມເລື່ອງຢູ່ບ້ານ ແລະ ອັດສຽງບົດເລື່ອງໃນ 8 ເລື່ອງ, ປັບປຸງຄືນເນື້ອໃນຄູ່ມືຄູແນະນໍາການຈັດຕັ້ງປະຕິບັດການອ່ານປຶ້ມເລື່ອງຢູ່ບ້ານ ແລະ ຮັບຮອງເອົາເນື້ອໃນຄູ່ມືຄູແນະນໍາການຈັດຕັ້ງປະຕິບັດການອ່ານປຶ້ມເລື່ອງຢູ່ບ້ານ. ຄາດໝາຍວ່າຈະໄດ້ຮັບຮ່າງຕົ້ນສະບັບຂອງປຶ້ມຄູ່ມືແນະນໍາການຈັດຕັ້ງປະຕິບັດການອ່ານຢູ່ບ້ານ ທີ່ມີຄວາມສົມບູນ ແລະ ເປັນເອກະພາບກັນໃນຂັ້ນສຸດທ້າຍ ເພື່ອນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດທົດລອງໃນຂັ້ນຕໍ່ໄປ ໃຫ້ປະກົດຜົນເປັນຈິງ.
ພາບ-ຂ່າວໂດຍ: ການຈະນາ ວົງປັນຍາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ