Skip to main content

ເປີດໂຕລົດບັນທຸກຄັນທໍາອິດທີ່ຜະລິດໃນ ສປປ ລາວ ແລະ ລົງນາມຮ່ວມມືດ້ານອາຊີວະສຶກສາ ລາວ-ຈີນ

ພິທີເປີດໂຕລົດບັນທຸກສູ່ຕະຫຼາດຂອງໂຮງງານຜະລິດລົດຍົນແຫ່ງທໍາອິດໃນ ສປປ ລາວ ແລະ ພິທີລົງນາມສັນຍາການຮ່ວມມືດ້ານອາຊີວະສຶກສາ ລະຫວ່າງ ວິທະຍາໄລ ແລະ ວິສາຫະກິດ ໄດ້ຈັດຂຶ້ນໃນວັນທີ 2 ມິຖຸນາ 2026 ທີ່ບໍລິສັດລາວ ອໍໂຕ ໂມບາຍ ຈໍາກັດ ໂດຍການຮ່ວມລົງນາມຂອງທ່ານ ເຫວີຍ ຫາຍຈິ້ນ ເລຂາຄະນະກໍາມະການ ວິທະຍາໄລວິຊາຊີບ ເມືອງຫຼິວໂຈວ ສປ ຈີນ, ທ່ານ ຖາງ ໄຂ ຜູ້ອໍານວຍການ ບໍລິສັດ ລາວ ອໍໂຕ ໂມບາຍ ຈໍາກັດ ແລະ ທ່ານ ວຽງສະຫວັນ ພັດທະວົງ ຜູ້ອໍານວຍການວິທະຍາໄລເຕັກນິກວິຊາຊີບ ແຂວງຄໍາມ່ວນ, ມີທ່ານ ຕິ່ງຄໍາ ສຸລິນທາ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິກາ ແລະ ກິລາ, ມີປະທານສະພາການຄ້າຈີນແຂວງເຫີໜານ ປະຈໍາ ສປປ ລາວ, ຕາງໜ້າບໍລິສັດລົດຍົນ ຕົງຟົງ ເລວໂຈ ຈໍາກັດ, ຄະນະຈາກວິທະຍາໄລວິຊາຊີບ ເມືອງຫຼິວໂຈວ, ອາຈານ, ນັກສຶກສາ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ສໍາລັບຈຸດປະສົງ ແລະ ຄາດໝາຍຂອງການຮ່ວມມື ແມ່ນເພື່ອພັດທະນາບຸກຄະລາກອນ ເປັນຕົ້ນແມ່ນສ້າງຖານຝຶກຊ້ອມ, ພັດທະນາປຶ້ມແບບຮຽນສອງພາສາ (ລາວ-ຈີນ) ແລະ ຍົກລະດັບທັກສະຄູສອນ ເພື່ອສ້າງຊ່າງເຕັກນິກລົດຍົນທ້ອງຖິ່ນໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານສາກົນ. ທັງນີ້, ກໍເພື່ອເຊື່ອມໂຍງການສຶກສາ ກັບ ການຜະລິດ ໂດຍຫັນປ່ຽນໂຮງງານໃຫ້ກາຍເປັນພື້ນຖານການຮຽນ-ການສອນ ແລະ ຝຶກປະຕິບັດຕົວຈິງ ເພື່ອຕອບສະໜອງຕະຫຼາດແຮງງານ ແລະ ຊຸກຍູ້ເສດຖະກິດຂອງລາວ.
ໂອກາດນີ້ິ, ທ່ານ ຕິ່ງຄຳ ສຸລິນທາ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຄວາມສຳເລັດໃນການຜະລິດລົດຍົນຄັນທຳອິດເທິງແຜ່ນດິນລາວ ເຊິ່ງເປັນໝາກຜົນຈາກ “ສູນຝຶກອົບຮົມ ຫຼູປານ ລາວ” ແລະ ຫວັງຢ່າງຍິ່ງວ່າ ການຮ່ວມມືນີ້ຈະຊ່ວຍຍົກລະດັບອາຊີວະສຶກສາລາວ ໂດຍການຖອດຖອນບົດຮຽນ ແລະ ເຕັກໂນໂລຊີທີ່ທັນສະໄໝຈາກ ສປ ຈີນ.
ທັງນີ້, ວິທະຍາໄລເຕັກນິກວິຊາຊີບແຂວງຄຳມ່ວນ ແລະ ວິທະຍາໄລວິຊາຊີບເມືອງຫຼິວໂຈວ ໄດ້ຮ່ວມມືກັນຢ່າງໃກ້ສິດຕັ້ງແຕ່ປີ 2020 ໃນການສ້າງຫຼັກສູດລົດຍົນໄຟຟ້າ, ສະໜອງອຸປະກອນການຮຽນ ແລະ ສ້າງຕັ້ງສູນພາສາຈີນ ເຊິ່ງເປັນການຮັດແໜ້ນສາຍພົວພັນມິດຕະພາບ ລາວ-ຈີນ ໃຫ້ໝັ້ນຄົງທະນົງແກ່ນຍິ່ງໆຂຶ້ນ.
ນອກນັ້ນ, ໃນພິທີໄດ້ມອບທຶນການສຶກສາໃຫ້ແກ່ນັກສຶກສາດີເດັ່ນຂອງສະຖາບັນຫຼູປານ ຈໍານວນ 6 ຄົນ ແລະ ຕັດແຖບຜ້າເປີດໂຕລົດບັນທຸກສູ່ຕະຫຼາດ ຂອງໂຮງງານຜະລິດລົດຍົນແຫ່ງທໍາອິດ ໃນ ສປປ ລາວ ພ້ອມຢ້ຽມຊົມ ໂຮງງານຜະລິດລົດຍົນແຫ່ງທໍາອິດໃນ ສປປ ລາວ ອີກດ້ວຍ.
ພາບ-ຂ່າວ: ບົວລະພາ