Skip to main content

ສຳເລັດການແຂ່ງຂັນກິລາດອກປີກໄກ່ ຊີງຂັນເລຂາພັກແຂວງໄຊຍະບູລີ ປະຈຳປີ 2026

04/06/2026
ງານແຂ່ງຂັນກິລາດອກປີກໄກ່ ຊີງຂັນສະຫາຍເລຂາພັກແຂວງໄຊຍະບູລີ ປະຈຳປີ 2026 ໄດ້ປິດລົງຢ່າງເປັນທາງການ ແລະ ປະສົບຜົນສຳເລັດຢ່າງຈົບງາມ ໃນຕອນຄໍ່າຂອງວັນທີ 29 ພຶດສະພາ 2026 ຜ່ານມານີ້ ທີ່ສະໂມສອນກິລາດອກປີກໄກ່ບ້ານນາໄຮ, ເມືອງໄຊຍະບູລີ, ແຂວງໄຊຍະບູລີ ພາຍຫຼັງທີ່ໄດ້ດຳເນີນການແຂ່ງຂັນຢ່າງຟົດຟື້ນ ແລະ ດຸເດືອດ ເປັນເວລາ 1 ວັນເຕັມ, ໃຫ້ກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ປອ ສີສອນພັນ ບຸນສີ ຮອງເລຂາພັກແຂວງໄຊຍະບູລີ, ມີ ທ່ານ ນາງ ສີທອນ ຄຳອ່ອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທ່ານ ສອນເພັດ ຜົນວິຈິດ ປະທານສະຫະພັນກິລາດອກປີກໄກ່ແຂວງ ພ້ອມດ້ວຍຄະນະສະຫະພັນກິລາ, ຄູຝຶກ, ນັກກິລາ ແລະ ມວນຊົນຊາວຂະແໜງການກິລາເຂົ້າຮ່ວມຢ່າງພ້ອມພຽງ ແລະ ຄຶກຄື້ນ.
ການຈັດການແຂ່ງຂັນໃນຄັ້ງນີ້ ແມ່ນການຮ່ວມມືລະຫວ່າງ ພະແນກສຶກສາທິການ ແລະ ກິລາແຂວງ ສົມທົບກັບ ສະຫະພັນກິລາດອກປີກໄກ່ແຂວງໄຊຍະບູລີ ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ (ວັນທີ 1 ມິຖຸນາ) ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍເລິກເຊິ່ງ. ນອກຈາກນີ້, ຍັງເປັນການຄັດເລືອກ ແລະ ສ້າງນັກກິລາຮຸ່ນໃໝ່ ເພື່ອເປັນຖານກຳລັງສຳຄັນໃນການກຽມພ້ອມເຂົ້າຮ່ວມການແຂ່ງຂັນກິລານັກຮຽນທົ່ວປະເທດ ຄັ້ງທີ 8 ທີ່ແຂວງເຊກອງ ເປັນເຈົ້າພາບ ໃນປີ 2027 ແລະ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 13 ທີ່ແຂວງຈຳປາສັກ ເປັນເຈົ້າພາບ ໃນປີ 2028, ທັງເປັນການຍົກລະດັບສີມືນັກກິລາພາຍໃນແຂວງໃຫ້ກ້າວໄປສູ່ລະດັບຊາດ ແລະ ລະດັບພາກພື້ນ ເພື່ອສ້າງຊື່ສຽງໃຫ້ແກ່ແຂວງໄຊຍະບູລີ ໃນອະນາຄົດ.
ການແຂ່ງຂັນໃນຄັ້ງນີ້ ມີນັກກິລາເຂົ້າຮ່ວມຊິງໄຊທັງໝົດ 33 ທີມ ໂດຍແບ່ງອອກເປັນ 5 ຮຸ່ນ, ເຊິ່ງຜົນການແຂ່ງຂັນມີດັ່ງນີ້:
1. ຮຸ່ນເຍົາວະຊົນທົ່ວໄປ
• ອັນດັບທີ I ທີມທ້າວ ແດ້ນ ແລະ ທ້າວ ອໍດີ
• ອັນດັບທີ II ທີມນາງ ເບັ້ນ ແລະ ທ້າວ ກອນ
• ອັນດັບທີ III ທີມທ້າວ ລາໂດ ແລະ ທ້າວ ມອດ
2. ຮຸ່ນຊາຍທົ່ວໄປ ສາຍ (ຂ)
• ອັນດັບທີ I ທີມທ້າວ ສັນຕິ ແລະ ທ້າວ ນົນ
• ອັນດັບທີ II ທີມທ້າວ ນາລີ ແລະ ທ້າວ ເປ່ເລ່
• ອັນດັບທີ III ທີມທ້າວ ຟີວ ແລະ ທ້າວ ທີ
3. ຮຸ່ນຊາຍທົ່ວໄປ ສາຍ (ກ)
• ອັນດັບທີ I ທີມທ້າວ ແດນ ແລະ ທ້າວ ລ໋ອກ
• ອັນດັບທີ II ທີມທ້າວ ຄົມເພັດ ແລະ ທ້າວ ກອນ
• ອັນດັບທີ III ທີມທ້າວ ຕ້ອມ ແລະ ທ້າວ ນາລີ
4. ຮຸ່ນຍິງທົ່ວໄປ
• ອັນດັບທີ I ທີມນາງ ມົດ ແລະ ນາງ ເມ
• ອັນດັບທີ II ທີມນາງ ຈູລີ່ ແລະ ນາງ ຫຼ້ານ້ອຍ
• ອັນດັບທີ III ທີມນາງ ຕານ້ອຍ ແລະ ທ້າວ ເປ່ເລ່
5. ຮຸ່ນອາວຸໂສທົ່ວໄປ
• ອັນດັບທີ I ທີມທ່ານ ເສີດ ແລະ ທ່ານ ລັກ
• ອັນດັບທີ II ທີມທ່ານ ເຕ່ ແລະ ທ່ານ ບຸນແທນ
• ອັນດັບທີ III ທີມທ່ານ ບຸນມີ ແລະ ທ່ານ ແສ່ວ
ສຳລັບປະເພດຂອງລາງວັນໃນແຕ່ລະລາຍການ ມີດັ່ງນີ້: ລາງວັນຊະນະເລີດໄດ້ຮັບຂັນລາງວັນ 2 ໜ່ວຍ ພ້ອມເງິນສົດ 800,000 ກີບ, ລາງວັນຮອງຊະນະເລີດ ໄດ້ຮັບຂັນລາງວັນ 2 ໜ່ວຍ ພ້ອມເງິນສົດ 600,000 ກີບ ແລະ ລາງວັນອັນດັບທີ 3 ໄດ້ຮັບຂັນລາງວັນ 2 ໜ່ວຍ ພ້ອມເງິນສົດ 400,000 ກີບ.
ພາບ-ຂ່າວ: ສກຂ ໄຊຍະບູລີ