ສະຖາບັນທີ່ຮັບເງິນຈຸລະພາກທີ່ຮັບເງິນຝາກ ຈໍາປາສັກ ຈໍາກັດ ມອບເຄື່ອງກິລາ ມູນຄ່າ 7 ລ້ານກີບ ໃຫ້ພະແນກ ສກຂ ອັດຕະປື
04/06/2026

ເມື່ອວັນທີ 3 ມິຖຸນາ 2026 ທີ່ຜ່ານມາ ທີ່ຫ້ອງການທະນາຄານຈຸລະພາກທີ່ຮັບເງິນຝາກ ຈໍາປາສັກ ຈໍາກັດ ໜ່ວຍບໍລິການແຂວງອັດຕະປື ມອບເຄື່ອງກິລາ ຈຳນວນ 50 ຊຸດ ລວມມູນຄ່າ 7 ລ້ານກີບ ໃຫ້ແກ່ພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື ເພື່ອນຳໃຊ້ເຂົ້າຮ່ວມການແຂ່ງຂັນກິລາພົບປະຮອບວຽນ 4 ແຂວງພາກໃຕ້ ປະຈຳປີ 2026 ທີ່ແຂວງສາລະວັນ ເປັນເຈົ້າພາບ ໂດຍໃຫ້ກຽດມອບຂອງ ທ່ານ ວຽງທອງ ຂັນນະສາ ວິຊາການ ທະນາຄານຈຸລະພາກ ທີ່ຮັບເງິນຝາກ ຈໍາປາສັກຈໍາກັດ ໜ່ວຍບໍລິການ ແຂວງອັດຕະປື ແລະ ກ່າວຮັບແມ່ນ ທ່ານ ສຸກສະໄຫວ ຄ່ຽມພະຈິດ ຮອງຫົວໜ້າພະແນກ ສກຂ ແຂວງອັດຕະປື, ມີພາກສ່ວນກ່ຽວຂ້ອງ 2 ຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ວຽງທອງ ຂັນນະສາ ກ່າວວ່າ: ການຊ່ວຍເຫຼືອໃນຄັ້ງນີ້ ແມ່ນເປັນການປະກອບສ່ວນ ສົ່ງເສີມຕໍ່ການພັດທະນາກິລາ-ກາຍະກໍາ ແລະ ເພື່ອເປັນກຳລັງໃຈໃຫ້ກັບຄະນະພັກ ຄະນະພະແນກ ແລະ ບັນດານັກກິລາ ສກຂ ອັດຕະປື ໄປສ້າງຊື່ສຽງໃນງານແຂ່ງຂັນກິລາພົບປະຮອບວຽນ 4 ແຂວງພາກໃຕ້ ທີ່ແຂວງສາລະວັນ ເປັນເຈົ້າພາບ ເຊິ່ງຈະໄຂຂຶ້ນໃນວັນທີ 4 ມິຖຸນາ 2026 ນີ້.
ໂອກາດດຽວກັນ, ທ່ານ ສຸກສະໄຫວ ຄ່ຽມພະຈິດ ກ່າວສະແດງຄວາມຊົມເຊີຍ ແລະ ຮູ້ບຸນຄຸນຕໍ່ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຈໍາປາສັກຈໍາກັດ ໜ່ວຍບໍລິການ ແຂວງອັດຕະປື ທີ່ໃຫ້ການສະໜັບສະໜູນຢ່າງທັນການ ພ້ອມຢັ້ງຢັນວ່າ ຈະນຳເຄື່ອງກິລາ ຈໍານວນ 50 ຊຸດ ນີ້ ຈະໄປນໍາໃຊ້ເຂົ້າໃນວຽກງານເຄື່ອນໄຫວກິລາ ຕາມຈຸດປະສົງ ເພື່ອສ້າງຜົນງານໃຫ້ແຂວງ. ພ້ອມນີ້, ທ່ານຍັງໄດ້ມອບໃບຍ້ອງຍໍ ຈາກພະແນກ ສກຂ ໃຫ້ແກ່ ສະຖານັນການເງິນຈຸລະພາກ ທີ່ຮັບເງິນຝາກຈໍາປາສັກຈໍາກັດ ໜ່ວຍບໍລິການສາຂາອັດຕະປື ເພື່ອຈາລຶກເຖິງນ້ຳໃຈອັນດີງາມ ແລະ ການປະກອບສ່ວນອັນສຳຄັນຄັ້ງນີ້.
ຂ່າວໂດຍ: ພົມວິຫານ ໄຊຊະນະ (ຂ່າວ ສກຂ ອັດຕະປື).
ຂ່າວຫຼ້າສຸດ
- ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ

