“ວາຕາຣຸ ເອັນໂດ” ປະກາດພ້ອມພາທີມຊາດຍີ່ປຸ່ນ ສ້າງປະຫວັດສາດໜ້າໃໝ່ ໃນບານໂລກ 2026

ເມືອງແນດວິນ, ສະຫະລັດອາເມຣິກາ: ຄວາມເຄື່ອນໄຫວຫຼ້າສຸດຂອງທັບນັກເຕະທີມຊາດຍີ່ປຸ່ນ ໄດ້ເດີນທາງເຖິງເມືອງແນດວິນ, ລັດເທນເນດຊີ, ສະຫະລັດອາເມຣິກາ ເປັນທີ່ຮຽບຮ້ອຍແລ້ວ ເພື່ອລຸຍການແຂ່ງຂັນເຕະບານໂລກ 2026 ຮອບສຸດທ້າຍ ໂດຍການນຳທັບຂອງ ວາຕາຣຸ ເອັນໂດ (Wataru Endo) ກອງກາງຕົວເກັ່ງ ແລະ ຫົວໜ້າທີມຈາກສະໂມສອນ ລີເວີພູ ທີມດັ່ງຈາກພຣີເມຍລີກ ອັງກິດ.
ການເດີນທາງມາເຖິງໃນຄັ້ງນີ້ ຍັງມີນັກເຕະຊື່ດັງຮ່ວມທີມມານຳຢ່າງຫຼວງຫຼາຍ ເປັນຕົ້ນແມ່ນ ໄດຈິ ຄາມາດະ (Daichi Kamada) ຈາກ ສະໂມສອນ ຄຣິດຕັນ ພາເລດ ແລະ ອາໂອະ ທານາກະ (Ao Tanaka) ຈາກສະໂມສອນ ລີດ ຢູໄນເຕັດ ທ່າມກາງການຕ້ອນຮັບຢ່າງອົບອຸ່ນຈາກແຟນບານຈຳນວນຫຼວງຫຼາຍທີ່ມາຄອຍຖ້າຢູ່ສະໜາມບິນ.
ທາງດ້ານ ວາຕາຣຸ ເອັນໂດ ຫົວໜ້າທີມຊາດຍີ່ປຸ່ນ ໄດ້ສະແດງຄວາມມຸ່ງໝັ້ນຢ່າງເຕັມປ່ຽມ ພ້ອມທັງໃຫ້ສຳພາດກ່ອນນຳລູກທີມລົງຝຶກຊ້ອມຄັ້ງທຳອິດວ່າ: “ພວກເຮົາຈະຕໍ່ສູ້ດ້ວຍຄວາມພາກພູມໃຈ ພວກເຂົາພ້ອມແລ້ວທີ່ຈະສ້າງສິ່ງທີ່ບໍ່ເຄີຍເກີດຂຶ້ນມາກ່ອນໃນວົງການບານເຕະຍີ່ປຸ່ນ.”
ສຳລັບການແຂ່ງຂັນເຕະບານໂລກ 2026 ຄັ້ງນີ້, ທີມຊາດຍີ່ປຸ່ນ ຖືກຈັດຢູ່ໃນກຸ່ມ F ຮ່ວມກັບ ເນເທີແລນ (ໂຮນລັງ), ຕູນີຊີ ແລະ ສະວີເດນ (ຊູແອັດ). ໂດຍນັດເປີດສະໜາມທຳອິດຂອງຍີ່ປຸ່ນ ຈະຕ້ອງພົບກັບ ທີມຊາດເນເທີແລນ ໃນວັນທີ 15 ມິຖຸນານີ້ ເວລາ 03:00 ໂມງ (ຕາມເວລາທ້ອງຖິ່ນໃນ ສປປ ລາວ).
ແປ ແລະ ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ
