Skip to main content

ແຂວງຈຳປາສັກ ເປີດສອບເສັງຈົບຊັ້ນ ມ.4 ສຶກສາສົງ ສົກຮຽນ 2025-2026

11/06/2026
ໃນວັນທີ 9 ມິຖຸນາ 2026 ນີ້, ໂຮງຮຽນມັດທະຍົມສາມັນສຶກສາສົງຕອນຕົ້ນ ທົ່ວແຂວງຈຳປາສັກ ໄດ້ຈັດພິທີເປີດສາກການສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢ່າງເປັນທາງການ ຢູ່ທີ່ສູນວິທະຍາໄລຄູສົງຈຳປາສັກ ຊຶ່ງເປັນການດຳເນີນການສອບເສັງກ່ອນໂຮງຮຽນສາຍສາມັນທົ່ວໄປ ເພື່ອໃຫ້ສອດຄ່ອງກັບໂຄງສ້າງຫຼັກສູດສະເພາະ ແລະ ການກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ນັກຮຽນໃນການກ້າວສູ່ຂັ້ນຮຽນທີ່ສູງຂຶ້ນ ພາຍໃຕ້ການເປັນປະທານຂອງ ພະອາຈານ ມະຫາສຸວັນ ຈັນທະລາດ ປະທານອົງການພຸດທະສາສະໜາສຳພັນລາວ (ອພສ) ແຂວງຈຳປາສັກ, ພະອາຈານ ສີເມືອງ ວົງທະທອງດຳ ຫົວໜ້າຫ້ອງການສຶກສາສົງແຂວງຈຳປາສັກ ແລະ ທ່ານ ອາຈານ ຄົມມະນາ ສະຖາພອນ ຕາງໜ້າຫ້ອງການກຳມະທິການສຶກສາສົງສູນກາງ, ພ້ອມດ້ວຍຄະນະກຳມະການອະນຸກຳມະການ, ຄູອາຈານ ແລະ ນັກສອບ.
ໃນພິທີໄດ້ມີການຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 1764/ສສກ, ລົງວັນທີ 22 ເມສາ 2026 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຂັ້ນແຂວງ ຮັບຜິດຊອບຊີ້ນຳ-ນຳພາ ແລະ ຕັດສິນຜົນການສອບເສັງຈົບຊັ້ນ ມ.4 ສາຍສາມັນສຶກສາສົງຕອນຕົ້ນ. ມາດຕະການດັ່ງກ່າວເປັນການຢືນຢັນເຖິງການເອົາໃຈໃສ່ຢ່າງໃກ້ຊິດຕິດແທດຂອງພາກລັດ ຕໍ່ກັບລະບົບການສຶກສາສົງ, ໂດຍມີການເກັບກຳສະພາບການ, ຝ່າຍທະບຽນບັນທຶກຄະແນນຢ່າງລະອຽດ ເພື່ອລາຍງານຕໍ່ຫ້ອງການກຳມາທິການສຶກສາສົງສູນກາງ.
ການສອບເສັງໃນຄັ້ງນີ້ ຈະດຳເນີນໄປເປັນເວລາ 4 ວັນ (ລະຫວ່າງວັນທີ 9-12 ມິຖຸນາ 2026), ໂດຍມີໂຮງຮຽນສຶກສາສົງເຂົ້າຮ່ວມທັງໝົດ 10 ແຫ່ງ ຈາກ 9 ເມືອງ ແລະ 1 ນະຄອນປາກເຊ, ຖືກຈັດເປັນ 1 ສູນສອບເສັງ (ແບ່ງເປັນ 6 ຫ້ອງສອບ). ມີນັກຮຽນເຂົ້າສອບທັງໝົດ 140 ອົງ/ຄົນ (ໃນນີ້ ມີຄະລືຫັດ ຫຼື ຜູ້ທີ່ລາສິກຂາແລ້ວ 19 ຄົນ).ໂຄງສ້າງຫຼັກສູດການສອບເສັງໃນປີນີ້ ສະແດງໃຫ້ເຖິງຄວາມສົມດຸນລະຫວ່າງ “ທາງໂລກ ແລະ ທາງທຳ” ເພື່ອຫຼໍ່ຫຼອມໃຫ້ນັກຮຽນມີຄວາມຮູ້ຮອບດ້ານ ໂດຍປະກອບມີ 8 ວິຊາຫຼັກ ຄື: ສາຍສາມັນທົ່ວໄປ (5 ວິຊາ): ພາສາລາວ-ວັນນະຄະດີ, ຄະນິດສາດ, ວິທະຍາສາດທຳມະຊາດ, ວິທະຍາສາດສັງຄົມ ແລະ ພາສາອັງກິດ ແລະ ສາຍສາດສະໜາ (3 ວິຊາ): ວິຊາພາສາບາລີ, ວິຊາທຳມະ ແລະ ວິຊາວິໄນ.
ສຳລັບນັກຮຽນທີ່ເປັນຄະລືຫັດທັງ 19 ຄົນ, ພາຍຫຼັງສຳເລັດການສອບເສັງແມ່ນມີແຜນຈະໄປສືບຕໍ່ຮຽນໃນສາຍສາມັນທົ່ວໄປພາຍໃນແຂວງ. ສ່ວນພະສົງ-ສາມະເນນອົງອື່ນໆ ແມ່ນຈະກະກຽມຄວາມພ້ອມເພື່ອເຂົ້າສູ່ສົກຮຽນໃໝ່ໃນຊັ້ນມັດທະຍົມຕອນປາຍ ຫຼື ແຍກໄປຮຽນຕໍ່ໃນສາຍວິຊາຊີບ ຕາມຄວາມຖະໜັດ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ, ຄະນະຮັບຜິດຊອບການສອບເສັງໃນສົກຮຽນນີ້ ໄດ້ຕັ້ງເປົ້າໝາຍຄາດໝາຍສູ້ຊົນໃຫ້ມີນັກຮຽນສອບເສັງຜ່ານໃຫ້ໄດ້ເຖິງ 98%. ເປົ້າໝາຍນີ້ບໍ່ພຽງແຕ່ເປັນຕົວເລກຄວາມສຳເລັດທາງດ້ານປະລິມານເທົ່ານັ້ນ, ແຕ່ຍັງເປັນການຢັ້ງຢືນເຖິງຄຸນນະພາບຂອງການຮຽນການສອນ ທີ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ຫັນໄປສູ່ຄວາມທັນສະໄໝ ແລະ ສາມາດສ້າງບຸກຄະລາກອນທີ່ມີຄຸນສົມບັດ, ມີຄວາມຮູ້, ຄວາມສາມາດ ອອກມາຮັບໃຊ້ສັງຄົມ ແລະ ຮ່ວມກັນພັດທະນາປະເທດຊາດໃຫ້ຮຸ່ງເຮືອງສີວິໄລ ຕາມແນວທາງຍຸດທະສາດໄລຍະໃໝ່ຂອງພັກ-ລັດຢ່າງແທ້ຈິງ.
ຂ່າວ-ພາບ ໂດຍ: ຂາວພອນ ມ້າວຄຳຜິວ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ