ເມືອງທ່າພະບາດ ເປີດບັ້ນສອບເສັງຈົບ ມ.4 ສົກຮຽນ 2025-2026 ຢ່າງເປັນທາງການ
11/06/2026

ໃນຕອນບ່າຍວັນທີ 9 ມິຖຸນາ 2026 ນີ້ ຢູ່ທີ່ໂຮງຮຽນມັດທະຍົມສົມບູນ (ມສ) ທ່າພະບາດ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດພິທີເປີດການສອບເສັງຈົບຊັ້ນ ມັດທະຍົມຕອນຕົ້ນ (ມ.4) ທົ່ວເມືອງທ່າພະບາດ ປະຈຳສົກຮຽນ 2025-2026 ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ກອນ ຫຼວງພິທັກ ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງທ່າພະບາດ ແລະ ທ່ານ ໂສພາ ບານທະວົງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຄະນະຫ້ອງການ, ຄະນະກຳມະການປະຈຳສູນສອບເສັງ, ຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ ແລະ ນ້ອງນັກຮຽນຊັ້ນ ມ.4 ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງຂອງຄະນະກຳມະການປົກຄອງເມືອງ ສະບັບເລກທີ 222/ຄປມ, ລົງວັນທີ 5 ມິຖຸນາ 2026 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ ມ.4 (ສາຍສາມັນ) ສົກຮຽນ 2025 – 2026 ທີ່ຈະດຳເນີນໄປໃນລະຫວ່າງວັນທີ 10-12 ມິຖຸນາ 2026 ນີ້. ໂດຍອີງຕາມບົດລາຍງານການກຽມຄວາມພ້ອມ, ການສອບເສັງຈົບຊັ້ນ ມ.4 ທົ່ວເມືອງທ່າພະບາດໃນສົກຮຽນນີ້ ແມ່ນມີ 1 ສູນສອບເສັງຄື: ສູນສອບເສັງ ມສ ທ່າພະບາດ ເຊິ່ງລວມມີນັກຮຽນມາຈາກ 8 ໂຮງຮຽນ ປະກອບມີ: ມ.ຕົ້ນ ນາໄຊ, ມ.ຕົ້ນ ພະບາດ, ມ.ຕົ້ນ ບ້ານທວາຍ, ມ.ຕົ້ນ ຫ້ວຍເລິກ, ມ.ຕົ້ນ ນາຄຳ, ມ.ຕົ້ນ ສີສົມໄຊ, ມສ ທ່າພະບາດ ແລະ ມສ ປາກທວາຍ. ມີຈຳນວນນັກສອບເສັງທັງໝົດ 316 ຄົນ, ຍິງ 174 ຄົນ, ແບ່ງອອກເປັນ 16 ຫ້ອງສອບເສັງ (ສະເລ່ຍແຕ່ລະຫ້ອງມີນັກສອບເສັງ 20-21 ຄົນ). ສໍາລັບວິຊາທີ່ຈະຕ້ອງໄດ້ສອບເສັງມີທັງໝົດ 5 ວິຊາ ຄື: ວິຊາພາສາລາວ-ວັນນະຄະດີ, ວິຊາວິທະຍາສາດສັງຄົມ, ວິຊາວິທະຍາສາດທຳມະຊາດ, ວິຊາຄະນິດສາດ ແລະ ວິຊາພາສາອັງກິດ.
ໂອກາດທີ່ມີຄວາມໝາຍນີ້, ທ່ານ ກອນ ຫຼວງພິທັກ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ຊີ້ນຳຕໍ່ຄະນະກຳມະການຊີ້ນຳລວມປະຈຳສູນສອບເສັງ ໂດຍເນັ້ນໜັກໃຫ້ເອົາໃຈໃສ່ປະຕິບັດຕາມລະບຽບຫຼັກການສອບເສັງຢ່າງເຄັ່ງຄັດ ແລະ ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ. ສ່ວນຄະນະກຳມະການຍາມຫ້ອງເສັງ ກໍຕ້ອງເພີ່ມທະວີຄວາມເອົາໃຈໃສ່ ແລະ ຮັບຜິດຊອບຕໍ່ໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງເຂັ້ມງວດ, ຫຼີກເວັ້ນບໍ່ໃຫ້ເກີດມີຊ່ອງວ່າງທີ່ຈະນຳໄປສູ່ປະກົດການຫຍໍ້ທໍ້ ຫຼື ຫາງສຽງທີ່ບໍ່ດີຕ່າງໆ. ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ນ້ອງໆນັກສອບເສັງທຸກຄົນ ຕ້ອງຕັ້ງໜ້າສຸມສະຕິປັນຍາ ແລະ ບົດຮຽນທີ່ໄດ້ຮ່ຳຮຽນມາເຂົ້າໃນການສອບເສັງ, ປະຕິບັດກົດລະບຽບຂອງຫ້ອງເສັງຢ່າງເຄັ່ງຄັດ ເພື່ອໃຫ້ໄດ້ຄະແນນດີຕາມຄາດໝາຍ (ຄະແນນ 5 ຂຶ້ນໄປຈຶ່ງຖືວ່າສອບເສັງຜ່ານ). ທ່ານໄດ້ແນະນຳໃຫ້ນ້ອງໆອ່ານຄຳຖາມໃຫ້ລະອຽດຖີ່ຖ້ວນກ່ອນຈະຕອບ ຫຼື ແກ້ບົດເລກ, ມີຄວາມໝັ້ນໃຈໃນຕົນເອງ, ຫຼີກເວັ້ນແນວຄິດເອື່ອຍອີງ ຫຼື ກ່າຍຜູ້ນັ້ນຜູ້ນີ້ ແລະ ຫຼີກເວັ້ນການໝາຍຄຳຕອບແບບເດົາສຸ່ມໂດຍບໍ່ໄດ້ຜ່ານການຄົ້ນຄິດ ເພາະຈະເຮັດໃຫ້ເກີດຄວາມຜິດພາດໄດ້.
ນອກຈາກນີ້, ທ່ານຍັງໄດ້ເນັ້ນຕື່ມກ່ຽວກັບການຮັກສາຄວາມປອດໄພ, ຄວາມສະຫງົບຮຽບຮ້ອຍໃນໄລຍະດຳເນີນການສອບເສັງ, ໂດຍສະເພາະແມ່ນການສັນຈອນໄປ-ມາຕາມທ້ອງຖະໜົນ ແລະ ການຮັກສາສຸຂະພາບຮ່າງກາຍໃຫ້ແຂງແຮງເປັນປົກກະຕິ ເພື່ອໃຫ້ມີຄວາມພ້ອມຮອບດ້ານໃນການສອບເສັງຄັ້ງນີ້ໃຫ້ໄດ້ຮັບຜົນດີ ແລະ ມີຄຸນນະພາບສູງສຸດ.
ໃນຕອນທ້າຍພິທີ, ທ່ານ ກອນ ຫຼວງພິທັກ ໄດ້ກ່າວເປີດພິທີການສອບເສັງຈົບຊັ້ນ ມ.4 ປະຈໍາສົກຮຽນ 2025-2026 ທົ່ວເມືອງທ່າພະບາດ ຂຶ້ນຢ່າງເປັນທາງການ, ພ້ອມທັງໃຫ້ກຽດຮັບຫົວບົດສອບເສັງຈາກ ທ່ານ ໂສພາ ບານທະວົງ ເພື່ອເພີ່ມຄວາມເປັນເອກະພາບ ແລະ ຄວາມໂປ່ງໃສໃນການດຳເນີນການສອບເສັງຄັ້ງນີ້.
ພາບ-ຂ່າວ: ສີສຸກ ອິນທິລາດ














