ລັດວິສາຫະກິດຫວຍພັດທະນາລາວ ມອບເງິນ 20 ລ້ານກີບ ຊ່ວຍສ້ອມແປງ ໂຮງຮຽນ ມ.ຕົ້ນ ຫ້ວຍໄລ

ລັດວິສາຫະກິດຫວຍພັດທະນາລາວ ໄດ້ມອບເງິນຊ່ວຍເຫຼືອສ້ອມແປງ ໂຮງຮຽນມັດທະຍົມຕອນຕົ້ນ (ມ.ຕົ້ນ) ຫ້ວຍໄລ, ເມືອງງາ, ແຂວງອຸດົມໄຊ ເປັນມູນຄ່າທັງໝົດ 20,000,000 ກີບ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາຂະແໜງການສຶກສາ ກໍຄືການຟື້ນຟູສະພາບແວດລ້ອມການຮຽນ-ການສອນ ໃຫ້ກັບໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນໄລຍະຜ່ານມາ.
ພິທີມອບ-ຮັບດັ່ງກ່າວ, ໄດ້ມີຂຶ້ນເມື່ອວັນທີ 9 ມິຖຸນາ 2026 ທີ່ລັດວິສາຫະກິດຫວຍພັດທະນາລາວ ໃຫ້ກຽດເຂົ້າຮ່ວມ ແລະ ມອບເງິນຊ່ວຍເຫຼືອ ໂດຍທ່ານ ພຸດທະສັກ ພົມມະຈັກ ຮອງຜູ້ອຳນວຍການ ລັດວິສາຫະກິດຫວຍພັດທະນາລາວ ແລະ ຮັບໂດຍ ທ່ານ ສີສະໝຸດ ແສນບຸດຕະລາດ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ, ຮອງປະທານສະຫະພັນກຳມະບານ ກະຊວງສຶກສາທິການ ແລະ ກິລາ, ໂດຍມີຄະນະຮັບຜິດຊອບ, ຕາງໜ້າຈາກທັງສອງຝ່າຍ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ.
ໂຮງຮຽນ ມ.ຕົ້ນ ຫ້ວຍໄລ ຕັ້ງຢູ່ເມືອງງາ ແຂວງອຸດົມໄຊ ເຊິ່ງໃນໄລຍະຜ່ານມາ ໄດ້ຮັບຜົນກະທົບຈາກໄພພິບັດຈາກໄພທຳມະຊາດ (ພາຍຸລະດູຮ້ອນ ແລະ ຝົນຕົກໜັກ) ເຮັດໃຫ້ອາຄານຮຽນ, ຫຼັງຄາ ແລະ ພື້ນຖານໂຄງລ່າງຕ່າງໆ ພາຍໃນໂຮງຮຽນໄດ້ຮັບຄວາມເສຍຫາຍຫຼາຍຈຸດ, ສົ່ງຜົນກະທົບໂດຍກົງຕໍ່ການຮຽນ-ການສອນ ຂອງຄູ-ອາຈານ ແລະ ນ້ອງນັກຮຽນ.
ໃນພິທີ, ທ່ານ ພຸດທະສັກ ພົມມະຈັກ ໄດ້ກ່າວສະແດງຄວາມຫ່ວງໄຍ ແລະ ເນັ້ນໜັກວ່າ: ລັດວິສາຫະກິດຫວຍພັດທະນາລາວ ບໍ່ພຽງແຕ່ດຳເນີນທຸລະກິດເພື່ອການພັດທະນາເສດຖະກິດເທົ່ານັ້ນ, ແຕ່ຍັງໃຫ້ຄວາມສຳຄັນ ແລະ ຖືເປັນພັນທະສັງຄົມ ໃນການຮ່ວມມືຊ່ວຍເຫຼືອວຽກງານສະຫວັດດິການ, ໂດຍສະເພາະແມ່ນຂະແໜງການສຶກສາ, ເງິນຈຳນວນ 20,000,000 ກີບ ທີ່ມອບໃຫ້ໃນຄັ້ງນີ້ ແມ່ນເພື່ອແນໃສ່ນຳໄປຊື້ອຸປະກອນ ແລະ ສ້ອມແປງອາຄານຮຽນ ໃຫ້ກັບມາຄືນສູ່ສະພາບປົກກະຕິໂດຍໄວ ເພື່ອໃຫ້ນ້ອງໆນັກຮຽນໄດ້ມີສະຖານທີ່ຮຽນໜັງສືທີ່ປອດໄພ ແລະ ເໝາະສົມ.
ໂອກາດດຽວກັນ, ທ່ານ ສີສະໝຸດ ແສນບຸດຕະລາດ ກໍໄດ້ຕາງໜ້າໃຫ້ກັບ ກະຊວງສຶກສາທິການ ແລະ ກິລາ, ຄະນະຜູ້ບໍລິຫານໂຮງຮຽນ ຕະຫຼອດຮອດ ພໍ່ແມ່ປະຊາຊົນ ແລະ ນັກຮຽນໃນທ້ອງຖິ່ນ ມ.ຕົ້ນ ຫ້ວຍໄລ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງຄະນະຜູ້ບໍລິຫານ ແລະ ພະນັກງານ ລັດວິສາຫະກິດຫວຍພັດທະນາລາວ ທຸກທ່ານ ທີ່ໄດ້ເລັງເຫັນຄວາມສຳຄັນ ແລະ ຍື່ນມືເຂົ້າມາຊ່ວຍເຫຼືອໃນຍາມຈຳເປັນເຊັ່ນນີ້. ທ່ານຍັງໄດ້ຢືນຢັນວ່າ ຈະນຳເອົາທຶນຊ່ວຍເຫຼືອຈຳນວນດັ່ງກ່າວ ໄປໝູນໃຊ້ເຂົ້າໃນການສ້ອມແປງໂຮງຮຽນໃຫ້ເກີດປະໂຫຍດສູງສຸດ, ໂປ່ງໃສ ແລະ ໃຫ້ທັນເວລາ. ນອກນັ້ນ, ໃນພິທີດັ່ງກ່າວ ທາງສະຫະພັນກຳມະບານ ກະຊວງສຶກສາທິການ ແລະ ກິລາ ກໍ່ໄດ້ມອບໃບຍ້ອງຍໍ ໃຫ້ທາງລັດວິສາຫະກິດຫວຍພັດທະນາລາວ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນຊ່ວຍເຫຼືອໃນຄັ້ງນີ້.
ພາບ-ຂ່າວ: ບົວລະພາ

