ຄູສອນ ແລະ ພະນັກງານ 64 ທ່ານ ເມືອງໄຊຍະບູລີ ຮັບໃບຢັ້ງຢືນການຝຶກອົບຮົມຄອມພິວເຕີຂັ້ນພື້ນຖານ
11/06/2026

ພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນການຝຶກອົບຮົມຄອມພິວເຕີຂັ້ນພື້ນຖານ ໃຫ້ແກ່ພະນັກງານວິຊາການ ແລະ ຄູສອນ ພາຍໃນເມືອງໄຊຍະບູລີ ໃນຕອນບ່າຍຂອງວັນທີ 8 ມິຖຸນາ 2026 ນີ້ ທີ່ສະໂມສອນພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ບຸນທະວີ ໂສພາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ພ້ອມດ້ວຍຕາງໜ້າຈາກຫ້ອງການສຶກສາທິການ ແລະ ກິລາເມືອງ, ຫົວໜ້າຂະແໜງ, ອຳນວຍການໂຮງຮຽນ, ຄູຝຶກ ແລະ ສຳມະນາກອນທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ໃນພິທີ, ທ່ານ ນາງ ພອນມະນີ ທຳມະຈັນ ຫົວໜ້າສູນ ICT ໄດ້ຂຶ້ນຜ່ານບົດລາຍງານສະຫຼຸບຜົນການຈັດຕັ້ງການຮຽນ-ການສອນ ໂດຍລະບຸວ່າ: ຫຼັກສູດການຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງສຳຄັນເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ແລະ ທັກສະການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ (IT) ໃຫ້ແກ່ຜູ້ບໍລິຫານ, ພະນັກງານວິຊາການ ແລະ ຄູສອນ ເພື່ອໃຫ້ສາມາດນຳໄປປະຍຸກໃຊ້ເຂົ້າໃນການບໍລິຫານ ແລະ ພັດທະນາວຽກງານການຮຽນ-ການສອນໃຫ້ມີປະສິດທິຜົນສູງສຸດ.
ຊຸດຝຶກອົບຮົມດັ່ງກ່າວ ໄດ້ດຳເນີນການຮຽນ-ການສອນຢ່າງເຂັ້ມຂຸ້ນ ແຕ່ວັນທີ 3 ມີນາ ຫາ 14 ພຶດສະພາ 2026 ລວມເວລາທັງໝົດ 66 ຊົ່ວໂມງ (ຮຽນ 3 ວັນຕໍ່ອາທິດ ຄື: ວັນອັງຄານ, ພຸດ ແລະ ພະຫັດ, ເວລາ 16:00 ໂມງ ຫາ 18:00 ໂມງ). ໂຄງສ້າງຫຼັກສູດປະກອບມີ: Microsoft Word ຈຳນວນ 20 ຊົ່ວໂມງ (ການຈັດການເອກະສານ ແລະ ໜັງສືທາງການ), Microsoft Excel ຈຳນວນ 26 ຊົ່ວໂມງ (ການຄິດໄລ່, ຈັດການຂໍ້ມູນ ແລະ ສະຖິຕິ) ແລະ Microsoft PowerPoint: ຈຳນວນ 20 ຊົ່ວໂມງ (ການສ້າງສື່ການສອນ ແລະ ການນຳສະເໜີ).
ການຝຶກອົບຮົມຄັ້ງນີ້ ມີຜູ້ເຂົ້າຮຽນທັງໝົດ 64 ຄົນ ຍິງ 54 ຄົນ. ຜ່ານການປະເມີນຫຼັງສິ້ນສຸດຫຼັກສູດ ພົບວ່າທຸກຄົນແມ່ນສາມາດສອບເສັງຜ່ານເກນທີ່ກຳນົດໄວ້ 100% ໂດຍແບ່ງເປັນ ລະດັບດີຫຼາຍ (9-10 ຄະແນນ) ຈຳນວນ 22 ຄົນ ຍິງ 16 ຄົນ, ລະດັບດີ (7-8 ຄະແນນ) ຈຳນວນ 29 ຄົນ ຍິງ 26 ຄົນ ແລະ ລະດັບປານກາງ (5-6 ຄະແນນ) ຈຳນວນ 13 ຄົນ ຍິງ 10 ຄົນ.
ໃນຕອນທ້າຍຂອງພິທີ, ທ່ານ ບຸນທະວີ ໂສພາ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ບັນດາສຳມະນາກອນທຸກທ່ານ ຈົ່ງສືບຕໍ່ຄົ້ນຄວ້າ, ຝຶກຝົນຫຼໍ່ຫຼອມຕົນເອງ ແລະ ນຳເອົາຄວາມຮູ້, ບົດຮຽນ ຕະຫຼອດຮອດທັກສະໄອຊີທີ (ICT) ທີ່ໄດ້ຮັບໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງຢ່າງປະດິດສ້າງ ເພື່ອແນໃສ່ຍົກສູງປະສິດທິພາບໃນການປະຕິບັດໜ້າທີ່, ພັດທະນາຄຸນນະພາບການສຶກສາ ແລະ ຫັນປ່ຽນຮູບແບບການຮຽນ-ການສອນໃຫ້ມີຄວາມທັນສະໄໝ, ວ່ອງໄວ ແລະ ເກີດຜົນປະໂຫຍດສູງສຸດແກ່ຫຼັກສູດການສຶກສາໃນອະນາຄົດ.














