ເມືອງໂຂງ ເປີດບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢ່າງເປັນທາງການ ມີນັກຮຽນເຂົ້າຮ່ວມກວ່າ 440 ຄົນ
11/06/2026

ໃນຕອນເຊົ້າວັນທີ 10 ມິຖຸນາ 2026 ຢູ່ທີ່ສູນສອບເສັງ ໂຮງຮຽນມັດທະຍົມສົມບູນ (ມສ) ຫ້ວຍ ເມືອງໂຂງ ແຂວງຈຳປາສັກ ໄດ້ມີພິທີເປີດຫົວບົດສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ (ມ.4) ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ, ເຂົ້າຮ່ວມເປັນປະທານໂດຍ ທ່ານ ສີລອງ ໄຊຍະສິດ ກຳມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໂຂງ, ທ່ານນາງ ທິບພະຈັນ ແກ້ວສະຫວັນ ຕາງໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກແລະ ທ່ານ ສັນຕິ ສິງເສລີ ຮອງປະທານຄະນະກຳມະການຕາແສງດອນໂຂງ, ພ້ອມດ້ວຍຄະນະກຳມະການອະນຸກຳມະການສອບເສັງ, ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດອັນສະຫງ່າລາສີນີ້, ທ່ານ ສີລອງ ໄຊຍະສິດ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ເນັ້ນໜັກວ່າ: “ການສອບເສັງຈົບຊັ້ນ ມ.4 ໃນຄັ້ງນີ້ ແມ່ນບາດກ້າວ ແລະ ຂີດໝາຍສຳຄັນໃນເສັ້ນທາງການສຶກສາຂອງນັກຮຽນທຸກໆຄົນ ເພາະມັນບໍ່ພຽງແຕ່ເປັນການວັດ ແລະ ປະເມີນຜົນການຮຽນ-ການສອນຕະຫຼອດໄລຍະ 4 ປີ ຜ່ານມາເທົ່ານັ້ນ, ແຕ່ຍັງເປັນຂັ້ນໄດທີ່ຈະພາໃຫ້ນ້ອງໆກ້າວໄປສູ່ການສຶກສາໃນລະດັບທີ່ສູງຂຶ້ນ ບໍ່ວ່າຈະເປັນສາຍສາມັນສຶກສາ (ມ.ປາຍ) ຫຼື ສາຍວິຊາຊີບ ແລະ ອາຊີວະສຶກສາ ຕາມຄວາມມຸ່ງຫວັງໃນອະນາຄົດ.”
ເພື່ອຮັບປະກັນໃຫ້ບັ້ນສອບເສັງຄັ້ງນີ້ດຳເນີນໄປດ້ວຍຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ໂປ່ງໃສ ແລະ ຍຸຕິທຳ, ທ່ານປະທານໄດ້ຮຽກຮ້ອງໃຫ້ຄະນະກຳມະການທຸກທ່ານຍົກສູງຄວາມຮັບຜິດຊອບ ແລະ ປະຕິບັດໜ້າທີ່ກວດກາຢ່າງເຂັ້ມງວດ. ພ້ອມກັນນັ້ນ, ກໍໄດ້ກ່າວໃຫ້ກຳລັງໃຈແກ່ນັກຮຽນທຸກຄົນ ໃຫ້ນຳໃຊ້ຄວາມຮູ້-ຄວາມສາມາດ ທີ່ໄດ້ສຶກສາຮ່ຳຮຽນມາຜັນຂະຫຍາຍລົງໃນເຈ້ຍຄຳຕອບຢ່າງສຸດຄວາມສາມາດ, ມີຄວາມຊື່ສັດບໍລິສຸດ ແລະ ປະຕິບັດກົດລະບຽບຂອງຫ້ອງເສັງຢ່າງເຄັ່ງຄັດ.
ສໍາລັບການຈັດຕັ້ງການສອບເສັງຈົບຊັ້ນ ມ.4 ຢູ່ເມືອງໂຂງ ໃນສົກຮຽນນີ້ ແມ່ນໄດ້ແບ່ງອອກເປັນ 3 ສູນສອບເສັງ ລວມມີ 20 ໂຮງຮຽນເຂົ້າຮ່ວມ ປະກອບມີ ສູນ ມສ ຫ້ວຍ (9 ໂຮງຮຽນ) ມີ 10 ຫ້ອງເສັງ, ມີນັກຮຽນເຂົ້າເສັງ 202 ຄົນ ຍິງ 97 ຄົນ; ສູນ ມສ ໂພນສະອາດ (4 ໂຮງຮຽນ) ມີ 3 ຫ້ອງເສັງ, ມີນັກຮຽນເຂົ້າເສັງ 67 ຄົນ ຍິງ 34 ຄົນ; ສູນ ມສ ຂີ້ນາກ (7 ໂຮງຮຽນ) ມີ 8 ຫ້ອງເສັງ, ມີນັກຮຽນເຂົ້າເສັງ 175 ຄົນ ຍິງ 107 ຄົນ ສັງລວມແລ້ວທົ່ວເມືອງໂຂງ ມີນັກຮຽນຊັ້ນ ມ.4 ເຂົ້າຮ່ວມສອບເສັງທັງໝົດ 444 ຄົນ,ຍິງ 238 ຄົນ, ແບ່ງເປັນ 21 ຫ້ອງສອບເສັງ.
ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ, ສະຖານີວິທະຍຸ-ໂທລະພາບເມືອງໂຂງ.















