Skip to main content

ສາມອົງການຈັດຕັ້ງມະຫາຊົນ ສສກ ແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດ ປີ 2025

15/06/2026
ສາມອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດ ປີ 2025 ໂດຍໄດ້ຮັບການສະໜັບມະໜູນຈາກ ຄະນະຊີ້ນຳລະດັບຊາດເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂຶ້ນ ເມື່ອວັນທີ 12 ມິຖຸນາ 2026 ທີ່ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນຍາລິດ ຂັນທະຈັກ ເລຂາໜ່ວຍພັກຮາກຖານ, ຜູ້ອຳນວຍການວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ, ສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ສີພອນ ສີບຸນເຮືອງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສສກ, ສະຫາຍ ພຸດທອງ ຄຳວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສສກ, ທັງເປັນປະທານກວດກາ, ພ້ອມດ້ວຍຫົວໜ້າພະແນກອົບຮົມສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ບັນດາຄະນະຮັບຜິດຊອບ, ຄູ-ອາຈານ, ນັກສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມດ້ວຍບັນຍາກາດຟົດຟື້ນ.
ການຈັດງານໃນຄັ້ງນີ້, ກໍເພື່ອເປັນການຈັດຕັ້ງສະເຫຼີມສະຫຼອງສາມວັນປະຫວັດສາດຂອງຊາດ ແລະ ຂອງພັກ ປີ 2025 ກໍຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 70 ປີ (22/3/1955-22/3/2025); ວັນສະຖາປະນາ ສປປ ລາວ 50 ປີ (2/12/1975-2/12/2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ 105 ປີ (13/12/1920-13/12/2025) ແລະ ຂໍ່ານັບຮັບຕ້ອນ ແລະ ຊົມເຊີມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ.
ສຳລັບການແຂ່ງຂັນດັ່ງກ່າວ, ແມ່ນໄດ້ມີ 8 ທີມເຂົ້າຮ່ວມແຂ່ງຂັນ (ທີມ A – ທີມ H) ດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມ່ວນຊື່ນ ຜ່ານການແຂ່ງຂັນຜົນປະກົດວ່າ ອັນດັບທີ 1 ໄດ້ແກ່ ທີມ A ມີ ທ້າວ ຄັດທະນາມ ບົວມາລາ, ທ້າວ ນັດຊາກອນ ສີບັນຍາວົງໄຊ ແລະ ນາງ ຫຼ້ານີ ພັນທະວົງ ໄດ້ຮັບຫຼຽນລາງວັນ, ທຶນການສຶກສາ 1 ລ້ານກີບ ແລະ ໃບຍ້ອງຍໍ; ອັນດັບທີ 2 ທີມ D ມີນາງ ພູຄຳ ວິໄລທອງ, ນາງ ເພັດສະໝອນ ແລະ ນາງ ໂຊນີ ຢາງກົງຈີ ໄດ້ຮັບຫຼຽນລາງວັນ, ທຶນການສຶກສາ 7 ແສນກີບ ແລະ ໃບຍ້ອງຍໍ ແລະ ອັນດັບທີ 3 ໄດ້ແກ່ ທີມ G ມີ ທ້າວ ວອນ ອິນທະວົງ, ທ້າວ ວຸດທິໄຊ ໄກຍະສອນ ແລະ ນາງ ຈັນທິມາ ມະນີ ແລະ ອີກ 5 ທີມແມ່ນໄດ້ຮັບລາງວັນຊົມເຊີຍ ນອກຈາກນີ້, ຍັງມີການມອບລາງວັນກອງເຊຍດີເດັ່ນອີກດ້ວຍ.
ພາບ-ຂ່າວ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ