Skip to main content

ຫັກປະກາຊຽນ! ເຄັບເວີດ ນ້ອງໃໝ່ ຢັນສະເໝີ ແອັດສະປາຍ ດີກຣີແຊ້ມເອີໂຣ ແບບບໍ່ມີສະກໍ ປະເດີມບານໂລກ 2026 ກຸ່ມ H

ການແຂ່ງຂັນເຕະບານໂລກ 2026 ໃນວັນທີ 15 ມິຖຸນາ 2026 ຫຼື ກົງກັບຕອນເຊົ້າວັນທີ 16 ມິຖຸນານີ້ ຕາມເວລາໃນ ສປປ ລາວ ເປັນການລົງສະໜາມຂອງກຸ່ມ H ທີ່ສະໜາມເມັດໄລ້ ສະເຕດ້ຽມ ສະຫະລັດອາເມລິກາ ລະຫວ່າງ ທີມຊາດແອັດສະປາຍ (ສະເປນ)  ດີກຣີແຊ້ມໂລກ 1 ສະໄໝ ແລະ ແຊ້ມເອີໂຣ ພົບກັບ ທີມຊາດເຄັບເວີດ ທີມນ້ອງໃໝ່ຂອງລາຍການນີ້.
ເກມນີ້ກໍຖືວ່າເປັນໄປຕາມທີ່ຄາດໄວ້ ພໍແຕ່ກຳມະການເປົ່າໝາກຫວີດເລີ່ມຕົ້ນການແຂ່ງຂັນ ກໍເປັນ ແອັດສະປາຍ ທີ່ເປີດເກມບຸກເຂົ້າກົດດັນໃສ່ທັນທີ ແລະ ກໍຖືວ່າ ເປັນການພັບສະໜາມບຸກໃສ່ ເຄັບເວີດ (Cape Verde) ຕະຫຼອດ 90 ນາທີ ແຕ່ບໍ່ສາມາດສົ່ງບານເຂົ້າປະຕູໄດ້ ເຮັດໃຫ້ຈົບເກມສະເໝີກັນໄປແບບບໍ່ມີສະກໍ 0-0 ແບ່ງແຕ້ມກັນໄປໃນ ກຸ່ມ H.
​ຕະຫຼອດທັງເກມ ແອັດສະປາຍ ສ້າງໂອກາດລຸ້ນປະຕູຢ່າງຫຼວງຫຼາຍ ທັງລູກຍິງຕຳຄານຂອງ ເຟີຣານ ຕໍເຣດ ລວມເຖິງລູກໂໝ່ງຂອງ ມິເກວ ໂອຢາຊາບານ ແລະ ເອເມຣິກ ລາປັອກ ແຕ່ກໍຍັງບໍ່ສາມາດຜ່ານມື ໂວຊິນຢາ ຜູ້ຮັກສາປະຕູ ໄວ 40 ປີຂອງເຄັບເວີດ ທີ່ໂຊຟອມເຊັບໄດ້ຢ່າງໂດດເດັ່ນ ກ່ອນຈົບເກມແບບບໍ່ມີສະກໍ ກາຍເປັນຜົນສະເໝີ 0-0 ຄູ່ທຳອິດຂອງ ເວີຄັບ 2026.
​ທາງດ້ານ ເຄັບເວີດ ສ້າງປະຫວັດສາດເກັບແຕ້ມທຳອິດໃນເວທີບານໂລກໄດ້ສຳເລັດ ຕັ້ງແຕ່ນັດປະເດີມສະໜາມ ແມ່ນວ່າຕ້ອງປະເຊີນໜ້າກັບ ແອັດສະປາຍ ອະດີດແຊ້ມໂລກ ແລະ ໜຶ່ງໃນທີມເຕັງແຊ້ມຂອງລາຍການ ໂດຍນອກຈາກເກມຮັບທີ່ຫຼິ້ນກັນຢ່າງມີວິໄນແລ້ວ ຮີໂຣຂອງຄໍ່າຄືນນີ້ຄົງໜີບໍ່ມົ້ມ “ໂວຊິນຢາ” ຜູ້ຮັກສາປະຕູຈອມເກົ່າ ທີ່ກາຍເປັນຂວັນໃຈຂອງຄົນທັງຊາດ.
​ໂປຣແກຣມນັດຕໍ່ໄປ
​21 ມິຖຸນາ 2026: ແອັດສະປາຍ ພົບ ຊາອຸດິດ ອາຣາບີ
​ສະໜາມ: ບີຊີ ເພຼດ (BC Place), ແວນຄູເວີ, ການາດາ
​21 ມິຖຸນา 2026: ອູຣູໄກວ ພົບ ເຄັບເວີດ
​ສະໜາມ: ລູເມນ ຟິວ (Lumen Field), ຊີແອັດເທິນ, ສະຫະລັດອາເມລິກา
​ພາບໂດຍ: FIFA
ແປ ແລະ ຮຽບຮຽງໂດຍ: ຄະນະບັນນາທິການຂ່າວກິລາ ຂ່າວສຶກສາ, ວິທະຍາສາດ ແລະ ກິລາ / Education Science And Sport News