Skip to main content

ແຂວງໄຊສົມບູນ ມອບ-ຮັບຫົວບົດສອບເສັງ ແລະ ແນະນຳການລົງຊີ້ນຳສູນສອບເສັງຈົບຊັ້ນ ມ.7 ປະຈຳສົກຮຽນ 2025-2026

17/06/2026
ໃນຕອນບ່າຍຂອງວັນທີ 12 ມິຖຸນາ 2026 ນີ້, ພະແນກສຶກສາທິການ ແລະ ກິລາແຂວງໄຊສົມບູນ ໄດ້ຈັດກອງປະຊຸມໂອ້ລົມຄະນະກຳມະການລົງຊີ້ນຳສູນສອບເສັງ ແລະ ມອບ-ຮັບຫົວບົດສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ປະຈຳສົກຮຽນ 2025-2026 ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ພຸດລຳໄພ ທຽມພຣະສອນ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊສົມບູນ, ມີປະທານ-ຮອງປະທານສູນອັດສຳເນົາຫົວບົດສອບເສັງ, ປະທານ-ຮອງປະທານສູນສອບເສັງແຕ່ລະແຫ່ງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
​ໃນກອງປະຊຸມ, ຄະນະຮັບຜິດຊອບໄດ້ຜ່ານຄຳແນະນຳກ່ຽວກັບວຽກງານວິຊາການ ແລະ ກົດລະບຽບການສອບເສັງໃຫ້ແກ່ປະທານສູນສອບເສັງທົ່ວແຂວງຮັບຮາບ. ຈາກນັ້ນ, ບັນດາຜູ້ແທນໄດ້ຮ່ວມກັນປະກອບຄຳຄິດຄຳເຫັນ ແລະ ປຶກສາຫາລືຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ເພື່ອຮັບປະກັນໃຫ້ການປະຕິບັດໜ້າທີ່ວຽກງານຕົວຈິງມີຄວາມສະຫງົບ, ປອດໄພ ແລະ ດຳເນີນໄປຢ່າງມີຜົນສຳເລັດຕາມແຜນການທີ່ວາງໄວ້.
​ໃນຕອນທ້າຍ, ທ່ານ ພຸດລຳໄພ ທຽມພຣະສອນ ໄດ້ໃຫ້ກຽດໂອ້ລົມ ແລະ ທິດຊີ້ນຳຕໍ່ກອງປະຊຸມ, ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບອັດສຳເນົາຫົວບົດສອບເສັງ ທີ່ມີຄວາມພະຍາຍາມ ແລະ ກະກຽມຄວາມພ້ອມຮອບດ້ານ ຈົນສາມາດອັດສຳເນົາຫົວບົດສອບເສັງຈົບຊັ້ນ ມ.7 ສຳເລັດຕາມກຳນົດເວລາຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ. ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໜັກ ແລະ ຮຽກຮ້ອງໃຫ້ຄະນະຮັບຜິດຊອບ ຕະຫຼອດຮອດພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບາງຈຸດ ໂດຍໃຫ້ຄະນະຊີ້ນຳສູນສອບເສັງແຕ່ລະສູນ ນຳເອົາຫົວບົດສອບເສັງໄປມອບໃຫ້ປະທານສູນສອບເສັງ ເພື່ອຈັດເກັບຮັກສາໄວ້ໃນບ່ອນທີ່ປອດໄພທີ່ສຸດ; ໃຫ້ສົມທົບກັບຄະນະຊີ້ນຳສູນສອບເສັງ ຈັດພິທີເປີດບັ້ນສອບເສັງຢູ່ແຕ່ລະສູນພ້ອມກັນໃນວັນທີ 16 ມິຖຸນາ 2026 ເພື່ອເຜີຍແຜ່ກົດລະບຽບການສອບເສັງໃຫ້ແກ່ອະນຸກຳມະການຝ່າຍຕ່າງໆ ແລະ ນັກຮຽນໄດ້ຮັບຮູ້ຢ່າງທົ່ວເຖິງ ແນໃສ່ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ທີ່ອາດຈະເກີດຂຶ້ນ; ໃຫ້ສົມທົບກັບຄະນະຊີ້ນຳ ແລະ ຜູ້ອຳນວຍການໂຮງຮຽນ ເພື່ອແນະນຳວິທີການໝາຍເຈ້ຍຕອບໃຫ້ແກ່ກຳມະການຍາມຫ້ອງເສັງ ແລະ ນັກສອບເສັງຢ່າງລະອຽດກ່ອນເລີ່ມການສອບເສັງ; ຮຽກຮ້ອງໃຫ້ຄະນະກຳມະການ ແລະ ອະນຸກຳມະການທຸກຝ່າຍ ຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່, ປະຕິບັດກົດລະບຽບການສອບເສັງຢ່າງເຂັ້ມງວດ, ປະຕິບັດໜ້າທີ່ດ້ວຍຄວາມບໍລິສຸດ, ໂປ່ງໃສ ແລະ ຍຸຕິທຳ ໂດຍບໍ່ໃຫ້ມີການຈຳແນກ ຫຼື ຊ່ວຍເຫຼືອຜູ້ໃດຜູ້ໜຶ່ງເປັນພິເສດ ເພື່ອຫຼີກລ້ຽງຫາງສຽງທີ່ບໍ່ດີຈາກສັງຄົມ; ການຕັດຊອງຫົວບົດສອບເສັງ ແລະ ການຍາມຫ້ອງເສັງ ຕ້ອງເປັນໄປຕາມກົດລະບຽບ ແລະ ຕາຕະລາງການສອບເສັງຢ່າງເຄັ່ງຄັດ. ສ່ວນນັກຮຽນທຸກຄົນຕ້ອງປະຕິບັດລະບຽບຢ່າງເຂັ້ມງວດ ແລະ ຫ້າມບໍ່ໃຫ້ນັກຮຽນຂຽນ ຫຼື ເຊັນຊື່ໃສ່ເສື້ອຂາວຂອງຕົນເອງຢ່າງເດັດຂາດ; ພາຍຫຼັງສຳເລັດການສອບເສັງ, ໃຫ້ກວດກາບັນດາເອກະສານຕ່າງໆ ທີ່ຕ້ອງນຳສົ່ງຄືນພະແນກໃຫ້ລະອຽດຄົບຖ້ວນ ແລະ ໃຫ້ຮີບຮ້ອນເດີນທາງກັບຄືນພະແນກທັນທີ ເພື່ອຮັບປະກັນຄວາມປອດໄພໃຫ້ໄດ້ 100%.
ໃນ​ສົກຮຽນ 2025-2026 ນີ້, ທົ່ວແຂວງໄຊສົມບູນ ມີນັກຮຽນເຂົ້າສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ທັງໝົດ 875 ນ້ອງ ຍິງ 336 ນ້ອງ. ມີສູນສອບເສັງທັງໝົດ 9 ສູນ, ເຊິ່ງຈະໄດ້ດຳເນີນການສອບເສັງໃນ 5 ວິຊາຫຼັກ ຄື: ວິຊາ ພາສາລາວ-ວັນນະຄະດີ, ວິຊາ ຄະນິດສາດ, ກຸ່ມວິຊາ ວິທະຍາສາດທຳມະຊາດ, ກຸ່ມວິຊາ ວິທະຍາສາດສັງຄົມ ແລະ ວິຊາ ພາສາອັງກິດ.
​ພາບ-ຂ່າວໂດຍ: ອ່ອນຕາ ມະນີວົງ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ