Skip to main content

​ຝົນຕົກໜັກຢູ່ນະຄອນໂຮ່ຈີມິນ ນໍ້າຖ້ວມສູງຮອດແອວ ລົດເພຕາຍກາງທາງຫຼາຍຈຸດ

17/06/2026
​ໃນຕອນແລງຂອງວັນທີ 15 ມິຖຸນາ 2026, ນະຄອນໂຮ່ຈີມິນ ປະເທດຫວຽດນາມ ໄດ້ປະເຊີນກັບຝົນຕົກໜັກ ແລະ ລົມພັດແຮງເປັນເວລາດົນກວ່າ 1 ຊົ່ວໂມງ ສົ່ງຜົນໃຫ້ຫຼາຍພື້ນທີ່ເກີດນໍ້າຖ້ວມຂັງ ໂດຍສະເພາະແມ່ນເຂດເຖົາດ້ຽນ (Thao Dien) ແລະ ເຂດອານຄານ (An Khanh) ເຊິ່ງລະດັບນໍ້າບາງຈຸດສູງເກືອບຮອດແອວ ເຮັດໃຫ້ລົດຈັກ ແລະ ລົດໃຫຍ່ຈຳນວນຫຼາຍເພຕາຍຢູ່ກາງທາງ ປະຊາຊົນຕ້ອງໄດ້ຍູ້ລົດຝ່ານໍ້າເພື່ອຮີບກັບເຮືອນ.
​ເສັ້ນທາງສາຍສໍາຄັນຫຼາຍສາຍ ເປັນຕົ້ນແມ່ນ ຖະໜົນ ກວກເຮືອງ (Quoc Huong), ຊວນຖຸຍ (Xuan Thuy), ດິງໂບ້ລີງ (Dinh Bo Linh) ແລະ ທາງຫຼວງຮ່າໂນ້ຍ ແມ່ນມີນໍ້າຖ້ວມຂັງຢ່າງໜັກ ສົ່ງຜົນກະທົບຕໍ່ການສັນຈອນໄປມາ, ໃນຂະນະທີ່ກະແສນໍ້າໄຫຼພັດແຮງໃນບາງພື້ນທີ່ ເຮັດໃຫ້ການເດີນທາງເປັນໄປດ້ວຍຄວາມຫຍຸ້ງຍາກລຳບາກ.
​ກົມອຸຕຸນິຍົມວິທະຍາພາກໃຕ້ຂອງຫວຽດນາມ ລະບຸວ່າ: ສາເຫດແມ່ນຍ້ອນອິດທິພົນຂອງລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ພັດປົກຄຸມ ປະກອບກັບການກະທົບກັນຂອງກະແສລົມໃນລະດັບສູງ ເຮັດໃຫ້ເກີດກຸ່ມເມກຝົນຟ້າຄະນອງຂະໜາດໃຫຍ່ ໂດຍຫຼາຍພື້ນທີ່ມີປະລິມານຝົນຕົກສະສົມ 20-30 ມິນລິແມັດ ແລະ ຄາດວ່າຝົນຈະຍັງຄົງຕົກຕໍ່ເນື່ອງໃນຫຼາຍເຂດຂອງນະຄອນໂຮ່ຈີມິນໃນຄໍ່າຄືນນີ້.
​ພາບ-ຂ່າວໂດຍ: VnExpress

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ