ເອັມບັບເປ ເໝົາສອງປະຕູ ພາ ຝຣັ່ງ ເລັ່ງເຄື່ອງເຄິ່ງຫຼັງ ໄລ່ເອົາຊະນະ ເຊເນການ 3-1 ຄວ້າ 3 ແຕ້ມ ປະເດີມບານໂລກ 2026

ການແຂ່ງຂັນເຕະບານໂລກ 2026 ຮອບສຸດທ້າຍ ເປັນການລົງປະເດີມສະໜາມຂອງກຸ່ມ I ລະຫວ່າງ ທີມຊາດຝຣັ່ງ ພົບກັບ ທີມຊາດເຊເນການ ໄດ້ມີຂຶ້ນວັນທີ 16 ມິຖຸນາ 2026 ຕາມເວລາທ້ອງຖິ່ນ ຫຼື ກົງກັບຕອນເຊົ້າວັນທີ 17 ມິຖຸນາ 2026 ຕາມເວລາໃນ ສປປ ລາວ ທີ່ສະໜາມກິລາ ໂຊຟາຍ, ລອດແອນເຈລິດ, ສະຫະລັດອາເມຣິກາ.
ໃນການແຂ່ງຂັນເຄິ່ງເວລາທຳອິດ ທັງສອງທີມເປີດເກມສູ້ກັນຢ່າງສູສີ ແຕ່ຍັງບໍ່ມີຝ່າຍໃດສາມາດຍິງປະຕູໄດ້. ແຕ່ຫຼັງຈາກພັກເຄິ່ງ, ທ່ານ ດີດີເຢ ເດຊອງ ຫົວໜ້າຄູຝຶກທີມຊາດຝຣັ່ງ ໄດ້ແກ້ເກມມາດີ ກ່ອນຈະມາໄດ້ປະຕູປົດລັອກຈາກຈັງຫວະທີ່ ໄມເຄິນ ໂອລິເຊ ແທງບານທະລຸແນວຮັບໃຫ້ ຄີລີຢັນ ເອັມບັບເປ ຫຼຸດເຂົ້າໄປຍິງບໍ່ເຫຼືອ ພາ ຝຣັ່ງ ຂຶ້ນນຳກ່ອນ 1-0.
ຫຼັງຈາກນັ້ນ, ແບຣດລີ ບາໂຄລາ ຕົວສຳຮອງທີ່ຖືກສົ່ງລົງມາ ກໍບວກປະຕູເພີ່ມໃຫ້ຝຣັ່ງໜີຫ່າງເປັນ 2-0. ເຖິງແມ່ນວ່າໃນໄລຍະທົດເວລາບາດເຈັບ ອິບຣາຮິມ ເອັມບາຍ ຈະຍິງປະຕູຕີໄຂ່ແຕກໃຫ້ ເຊເນການ ໄລ່ຕາມມາເປັນ 1-2, ແຕ່ ເອັມບັບເປ ກໍມາປິດທ້າຍດ້ວຍປະຕູສຸດງາມໃນນາທີ 90+6 ພາ ທີມຊາດຝຣັ່ງ ປິດກ່ອງຄວ້າໄຊຊະນະໄປ 3-1 ໄດ້ຕາມເປົ້າໝາຍ.
ນອກຈາກຈະພາ ຝຣັ່ງ ຄວ້າໄຊຊະນະໃນນັດເປີດສະໜາມບານໂລກແລ້ວ, ກອງໜ້າຫົວໜ້າທີມໄວ 27 ປີ ຍັງສ້າງປະຫວັດສາດຂຶ້ນເປັນດາວຊັນໂວສູງສຸດຕະຫຼອດການຂອງທີມຊາດຝຣັ່ງແບບດ່ຽວໆ ທີ່ 58 ປະຕູ ແຊງໜ້າ ໂອລິວິເຢ ຊິຣູ ເປັນທີ່ຮຽບຮ້ອຍ.
ໂປຣແກຣມນັດຕໍ່ໄປ
23 ມິຖຸນາ 2026: ຝຣັ່ງ ພົບ ອີຣັກ
23 ມິຖຸນາ 2026: ນໍເວ ພົບ ເຊເນກັນ
ພາບໂດຍ: FIFA World Cup
ແປ ແລະ ຮຽບຮຽງໂດຍ: ຄະນະບັນນາທິການຂ່າວກິລາ ຂ່າວສຶກສາ, ວິທະຍາສາດ ແລະ ກິລາ / Education Science And Sport News


