Skip to main content

ສູນສອບເສັງວັດໃຫຍ່ໄຊຍະພູມ ປະກາດຄວາມພ້ອມຮອບດ້ານ ເປີດບັ້ນສອບເສັງຈົບຊັ້ນ ມ.7 ສາມັນສຶກສາສົງ ທົ່ວແຂວງສະຫວັນນະເຂດ

17/06/2026
ໃນວັນທີ 15 ມິຖຸນາ 2026 ທີ່ຜ່ານມາ ຢູ່ທີ່ສູນສອບເສັງລວມ ວັດໃຫຍ່ໄຊຍະພູມ ໄດ້ມີພິທີຜ່ານກົດລະບຽບ ແລະ ເປີດບັ້ນສອບເສັງຈົບຊັ້ນ ມັດທະຍົມສຶກສາຕອນປາຍ (ມ.7) ສາມັນສຶກສາສົງ ທົ່ວແຂວງສະຫວັນນະເຂດ ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍ ພຣະອາຈານ ປອ ຈັນດາ ເຄນສັກດາ ກຳມະການສູນກາງ ອພສ ຮອງປະທານອົງການພຸດທະສາສະໜາສຳພັນລາວ ແຂວງສະຫວັນນະເຂດ ແລະ ປະທານປະຈຳສູນສອບເສັງ. ພ້ອມກັນນີ້ກໍມີ ພຣະອາຈານ ກິແກ້ວ ຈັນທະນົງສີ ຄະນະປະຈຳສູນກາງ ອພສ ຮອງຫົວໜ້າກັມມາທິການສຶກສາສົງສູນກາງ. ສຳລັບພາກສ່ວນຄະລຶຫັດ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ໄຊຍະເດດ ຊົງມີໄຊ ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະກຳມະການ ແລະ ແຂກຜູ້ມີກຽດເຂົ້າຮ່ວມຢ່າງພ້ອມພຽງ.
ພຣະ ອິນທະປັນຍາ ສິດທິເດດ ຫົວໜ້າຫ້ອງການກັມມາທິການສຶກສາສົງແຂວງ ໄດ້ຂຶ້ນຖວາຍລາຍງານສະພາບຄວາມພ້ອມຮອບດ້ານໃນການຈັດບັ້ນສອບເສັງ ໃຫ້ຮູ້ວ່າ: ຈຳນວນນັກສອບເສັງທັງໝົດ 40 ອົງ, ມີການປະລະການສອບເສັງ 2 ອົງ ເຮັດໃຫ້ມີນັກສອບເສັງເຂົ້າຮ່ວມຕົວຈິງຈຳນວນ 38 ອົງ, ນັກສອບເສັງທັງໝົດແມ່ນມາຈາກ ໂຮງຮຽນມັດທະຍົມປາຍສົງ ວັດໃຫຍ່ໄຊຍະພູມ, ເພື່ອຮັບປະກັນຄວາມໂປ່ງໃສ ແລະ ເປັນລະບຽບຮຽບຮ້ອຍ, ໄດ້ແບ່ງນັກສອບເສັງອອກເປັນ 2 ຫ້ອງສອບເສັງ ຕາມມາດຕະຖານທີ່ກະຊວງວາງອອກ, ນັກສອບເສັງປະກອບມີ ກຸ່ມພາສາລາວ-ໄຕ ຈຳນວນ 28 ອົງ ແລະ ກຸ່ມພາສາມອນ-ຂະແມ (ເຜົ່າມອນ, ກະຕາງ, ຕະລີອຽງ, ຍື ແລະ ເຜົ່າຍົກ) ຈຳນວນ 12 ອົງ.
ທາງດ້ານການຄຸ້ມຄອງຫົວບົດສອບເສັງ ແມ່ນໄດ້ແບ່ງຄວາມຮັບຜິດຊອບຢ່າງເຂັ້ມງວດ. ຫົວບົດສອບເສັງພາກວິຊາສະເພາະສາຍສົງ (ບາລີ-ທຳມະ-ອະພິທັມ) ແມ່ນຮັບຜິດຊອບໂດຍຜູ້ຊີ້ນຳສູນຈາກກັມມາທິການສຶກສາສົງສູນກາງ ເພື່ອໃຫ້ເປັນເອກະພາບກັນທົ່ວປະເທດ. ສ່ວນຫົວບົດພາກວິຊາສາຍໂລກ (ສາມັນສຶກສາ) ແມ່ນຢູ່ພາຍໃຕ້ການຄຸ້ມຄອງ ແລະ ຈັດສົ່ງຢ່າງຮັດກຸມໂດຍ ພະແນກສຶກສາທິການ ແລະ ກິລາແຂວງ ເພື່ອຢັ້ງຢືນຄວາມບໍລິສຸດຍຸຕິທັມ 100%.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ຊີ້ນຳຕໍ່ພິທີ ໂດຍໄດ້ຮຽກຮ້ອງໃຫ້ຄະນະກຳມະການຍາມຫ້ອງສອບເສັງທຸກພາກສ່ວນ ຈົ່ງເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ປະຕິບັດຕາມກົດລະບຽບຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ການສອບເສັງດຳເນີນໄປດ້ວຍຄວາມໂປ່ງໃສ ແລະ ຍຸຕິທຳ. ພ້ອມນີ້, ທ່ານຍັງໄດ້ເນັ້ນໜັກໃຫ້ນັກສອບເສັງທຸກອົງ ຈົ່ງມີສະຕິ, ຕັ້ງໃຈ ແລະ ນຳໃຊ້ຄວາມຮູ້ທີ່ໄດ້ສຶກສາຮ່ຳຮຽນມາ ເຂົ້າໃນການແກ້ບົດສອບເສັງໃຫ້ໄດ້ຮັບຜົນດີທີ່ສຸດ.
ໃນຕອນທ້າຍຂອງການລາຍງານ, ຫົວໜ້າຫ້ອງການກັມມາທິການສຶກສາສົງແຂວງ ໄດ້ຢັ້ງຢືນຕໍ່ຄະນະປະທານ ແລະ ກອງປະຊຸມວ່າ ສູນສອບເສັງລວມ ມ.ປາຍສົງ ວັດໃຫຍ່ໄຊຍະພູມ ມີຄວາມພ້ອມຮອບດ້ານ 100% ທີ່ຈະດຳເນີນການສອບເສັງໃຫ້ດຳເນີນໄປດ້ວຍຄວາມສະຫງົບ, ໂປ່ງໃສ, ບໍລິສຸດ ແລະ ຍຸຕິທັມທີ່ສຸດ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ